ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງ ສ​ປ​ຊ ໃນປະເທດມາລີ ຖ​ອນອອກຈາກຖານທັບ ກ່ອນກຳນົດ ເນື່ອງຈາກຄວາມບໍ່ປອດໄພ


ແຟ້ມພາບ - ທະຫານຂອງກຳລັງຮັກສາສັນຕິພາບອົງການສະຫະປະຊາຊາດ ໃນປະເທດ ມາລີ ຫຼື MINUSMA ລາດຕະເວນຢູ່ຖະໜົນຫົນທາງຂອງເມືອງ Gao, ປະເທດມາລີ,​ວັນທີ 24 ກໍລະກົດ 2019. ສະພາບຄວາມປອດໄພໃນເຂດພາກເໜືອຂອງເມືອງ ເບີ (Ber) ໄດ້ຊຸດໂຊມລົງ ເຮັດໃຫ້ທະຫານ MINUSMA ອອກຈາກເຂດດັ່ງກ່າວ ກ່ອນກຳນົດ
ແຟ້ມພາບ - ທະຫານຂອງກຳລັງຮັກສາສັນຕິພາບອົງການສະຫະປະຊາຊາດ ໃນປະເທດ ມາລີ ຫຼື MINUSMA ລາດຕະເວນຢູ່ຖະໜົນຫົນທາງຂອງເມືອງ Gao, ປະເທດມາລີ,​ວັນທີ 24 ກໍລະກົດ 2019. ສະພາບຄວາມປອດໄພໃນເຂດພາກເໜືອຂອງເມືອງ ເບີ (Ber) ໄດ້ຊຸດໂຊມລົງ ເຮັດໃຫ້ທະຫານ MINUSMA ອອກຈາກເຂດດັ່ງກ່າວ ກ່ອນກຳນົດ

ກຳລັງຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ ​ໃນ​ປະ​ເທດ​ມາລີ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ໄດ້​ມີ​ການ​ຖອນ​ຕົວ​ອອກ​ຈາກ​ຖານ​ທັບ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ເນື່ອງຈາກສະພາບ​ຄວາມ​ປອດ​ໄພ​ຊຸດ​ໂຊມລົງ.

ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ, ທະ​ຫານ​ສາມ​ຄົນ​ຂອງ​ຕົນ​ໄດ້​ຮັບ​ບາດ​ເຈັບ​ເມື່ອພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຍິງ, ກອງ​ກໍາ​ລັງເສີມ​ຖືກ​ສົ່ງມາໃນ​ສອງ​ສາມ​ຊົ່ວ​ໂມງ​ຕໍ່​ມາ.

​ການອອກຈາກ​ເມືອງ ເ​ບີ (Ber) ຂອງກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໃນ​ປະ​ເທດ ມາ​ລີ ຫຼື MINUSMA ມີຂຶ້ນຫຼັງຈາກກອງທັບມາລີກ່າວໃນວັນເສົາວານວ່າ ທະຫານ 6 ຄົນເສຍຊີວິດ ແລະ ນັກລົບ 24 ຄົນຈາກ "ກຸ່ມກໍ່ການຮ້າຍຕິດອາວຸດ" ໄດ້ຖືກຂ້າຕາຍ ໃນການປະທະກັນໃນເຂດດັ່ງກ່າວ ໃນວັນສຸກ.

ອະດີດ​ກຸ່ມກະບົດຊົນ​ເຜົ່າທູອາເຣັກ (Tuareg) ກ່າວ​ອີກ​ວ່າ ກອງທັບ ​ແລະ ​ກຸ່ມ​ທະຫານ​ຮັບ​ຈ້າງ ແວັກເນີ (Wagner) ຣັດ​ເຊຍ ​ໄດ້​ໂຈມ​ຕີ​ກອງ​ກຳລັງ​ຂອງພວກ​ເຂົາ ໃນ​ວັນ​ສຸກ ທີ່​ເມືອງ ເບີ (Ber).

"ກຳລັງ MINUSMA ໄດ້ເລັ່ງການຖອນຕົວອອກຈາກ ​ເມືອງເບີ (Ber) ເນື່ອງຈາກສະຖານະການຄວາມປອດໄພ ໄດ້ເພີ້ມທະວີຄວາມຮຸນແຮງຂຶ້ນ ໃນເຂດພື້ນທີ່ດັ່ງກ່າວ ແລະມີຄວາມສ່ຽງສູງຕໍ່ BlueHelmets ຂອງພວກເຮົາ," ກອງກໍາລັງໄດ້ກ່າວໃນວັນອາທິດໃນ (Twitter), ເຊິ່ງເມື່ອບໍ່ດົນນີ້ໄດ້ປ່ຽນຊື່ມາເປັນ "X."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG