ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະປະຊາຊາດວ່າ: ການມອບອໍານາດໃຫ້ແມ່ຍິງ ຈະຊ່ວຍຫຼຸດຜ່ອນ ຄວາມອິດຫິວ (ສະໄລດ໌/ວີດິໂອກ່ຽວຂ້ອງ)


ຊາວຂະເໝນຄອບຄົວນຶ່ງ ປະກອບສ່ວນໃນການປະທ້ວງ ຮຽກຮ້ອງໃຫ້ປ່ອຍໂຕ ນາງ Yoam Bopha ໃນວັນແມ່ຍິງສາກົນ ໃນນະຄອນຫລວງພະນົມເປັນ, ວັນທີ 8 ມີນາ 2013. ນາງ Bopha ຖືກຈັບ ຫຼັງຈາກທໍາການປະທ້ວງ ຕໍ່ຕ້ານການກໍ່ສ້າງບ້ານເຮືອນ ຢູ່ໃນເຂດ ບຶງກາກ.
ຊາວຂະເໝນຄອບຄົວນຶ່ງ ປະກອບສ່ວນໃນການປະທ້ວງ ຮຽກຮ້ອງໃຫ້ປ່ອຍໂຕ ນາງ Yoam Bopha ໃນວັນແມ່ຍິງສາກົນ ໃນນະຄອນຫລວງພະນົມເປັນ, ວັນທີ 8 ມີນາ 2013. ນາງ Bopha ຖືກຈັບ ຫຼັງຈາກທໍາການປະທ້ວງ ຕໍ່ຕ້ານການກໍ່ສ້າງບ້ານເຮືອນ ຢູ່ໃນເຂດ ບຶງກາກ.
​ເພື່ອສະຫຼອງວັນແມ່ຍິງສາກົນ ຄືວັນສຸກທີ 8 ມີນາ ມື້ນີ້ ​ເຮົາຂໍ
ສະເໜີລາຍ ງານກ່ຽວກັບຄວາມ​ສາມາດຂອງແມ່ຍິງ ເພື່ອຊ່ວຍ
ຫຼຸດຜ່ອນຄວາມອຶດຫິວຂອງໂລກລົງ. ເຈົ້າໜ້າທີ່ສືບສວນພິເສດ
ຂອງ​ສະຫະ​ປະຊາ​ຊາດ ກ່ຽວກັບສິດທິໃນ​ການໄດ້ຮັບອາຫານ
ການກິນເວົ້າວ່າ ການມອບອໍານາດໃຫ້ແມ່ຍິງແມ່ນຈະຊ່ວຍຫຼຸດ ຜ່ອນຄວາມອຶດຫິວແລະການຂາດທາດອາຫານ. ເຈົ້າໜ້າທີ່ດັ່ງ
ກ່າວ ທີ່ຫາກໍໄດ້ຍື່ນສະເໜີລາຍງານຂອງທ່ານ ຕໍ່ສະພາສິດທິ
ມະນຸດຢູ​ເເອັນ ເວົ້າວ່າ ການມອບພາຫາ​ນະໃຫ້ແກ່ແມ່ຍິງ ເພື່ອ​ໃຫ້ປັບປຸງສະຖານະພາບ ຂອງພວກເຂົາເຈົ້ານັ້ນ ກໍຍັງຈະເປັນ ຊ່ວຍປັບປຸງສະວັດດີການຄວາມເປັນຢູ່ ຂອງຄວບຄົວຂອງພວກ
ເຂົາເຈົ້າ ໃຫ້ດີຂຶ້ນໄປນໍາອີກດ້ວຍ. ຜູ້ສື່ຂ່າວວີໂອເອ Lisa
Schlein ມີລາຍງານກ່ຽວ​ກັບເລຶ່ອງນີ້ ຈາກນະຄອນເຈນີວາ
ປະ​ເທດ Switzerland ຊຶ່ງທອງປານຈະນໍາມາສະເໜີທ່ານ.

ລາຍງານຂອງເຈົ້າໜ້າທີ່ສືບສວນພິເສດ ສໍາ​ຫລວດເບິ່ງວ່າ
ດ້ວຍເຫດ​ໃດການ​ຈໍາ​ແນ​ກ ກີດກັນຕໍ່ພວກແມ່ຍິງນັ້ນ ຈຶ່ງເຮັດ
ໃຫ້ພວກເຂົາເຈົ້າຂາດອໍານາດ ບັງຄັບໃຫ້ພວກ​ເຂົາ​ເຈົ້າຕ້ອງທໍາງານໜັກ ທັງຢູ່ໃນແລະ
ນອກບ້ານ ກີດ​ກັນບໍ່ໃຫ້ພວກເຂົາເຈົ້າມີສິດໄດ້ຮັບການສຶກສາ ແລະມີໂອກາດ​ໄດ້ຊອກ
ວຽກເຮັດງານທໍາ ທີ່ອາດສາມາດປັບປຸງສະຖານະ​ພາບ ​ດ້ານເສດຖະກິດຂອງພວກເຂົາ
ເຈົ້າ ໃຫ້ດີຂຶ້ນນັ້ນ.

ທ່ານ Olivier De Schutter ເຈົ້າໜ້າທີ່ສືບສວນພິເສດຂອງຢູ​ເເອັນ ເວົ້າວ່າ ພວກແມ່ຍິງ
ແມ່ນປະເຊີນກັບການແບກຫາບ ພາລະຂອງການຄໍ້າຈຸນ​ໄຮ່ນາຮົ້ວສວນ ແລະຄອບຄົວ
ຂອງພວກເຂົາເຈົ້າ ຫຼາຍຂຶ້ນ​ນັບ​ມື້ ແລະວ່າ ພວກຜູ້ຊາຍຢູ່ໃນປະເທດພວມພັດທະນາ
ທັງຫຼາຍ ມັກຈະໜີອອກຈາກ ໄຮ່ນາຮົ້ວສວນ ໄປຊອກຫາວຽກງານແນວອື່ນ​ເຮັດ. ​ແລະ​
ກໍມີຢູ່ເລື້ອຍເກີນໄປ ທີ່ພວກແມ່ຍິງຖືກປະປ່ອຍໃຫ້ເຮັດໄຮ່ເຮັດນາ ​ໂດຍ​ບໍ່​ມີອຸບປະກອນ
ເຄຶ່ອງມືທີ່​ຈະເຮັດໃຫ້ສະຖານະພາບຂອງພວກເຂົາເຈົ້າ ມີຄວາມກ້າວໜ້າແລະດີຂຶ້ນເລີຍ.

ທ່ານ De Schutter ເວົ້າຕໍ່ໄປວ່າ ນອກນີ້ແລ້ວ ແມ່ຍິງຍັງຕ້ອງ​ໄດ້ລ້ຽງລູກ ແລະເບິ່ງແຍງ
ພໍ່​ແມ່ ພໍ່ຕູ້ແມ່ຕູ້ ໄປເອົາຟືນມາດັ່ງໄຟຄົວກິນ ຕັກນໍ້າຕໍາເຂົ້າ ເຮັດຢູ່ເຮັດກິນ ແລະເຮັດວຽກ
ບ້ານສາລະພັດຢ່າງ ແລະກໍບໍ່ມີສິດກໍາເງິນ ສໍາລັບໃຊ້ຈ່າຍ ໃນຄອບຄົວ.

ທ່ານ De Schutter ເວົ້າວ່າ: “ພວກແມ່ຍິງ ໃນ​ເມື່ອພວກເຂົາເຈົ້າບໍ່ສາມາດຕັດ ສິນໃຈໄດ້ເອງວ່າ ເງິນໃນຄອບຄົວນັ້ນຈະເອົາໄປໃຊ້ຈ່າຍຢ່າງໃດແດ່ ຫຼືຄວນ​ຈະ
​ເອົາ​ໄປ​ໃຊ້​ຈ່າຍໃນເລຶ່ອງ​ໃດ ​ທີ່ສໍາຄັນກ່ອນໝູ່ໃນຄອບຄົວນັ້ນ ກໍ​ແມ່ນບໍ່ຢູ່ໃນ
ຖານະ​ທີ່​ຈະສາມາດປັບປຸງ​ໃຫ້​ດີ​ຂຶ້ນໄດ້ ໃນ​ເລຶ່ອງສຸຂະພາບ ການສຶກສາ ການ
ສະໝອງອາຫານທີ່ຖືກໂພຊະນາການ ສໍາລັບລູກຂອງ​ເຂົາ​ເຈົ້າ ຊຶ່ງ​ວ່າ​ເຂົາ​ເຈົ້າ​
ສາມາດ​ເຮັດ​ໄດ້ນັ້ນ. ທີ່ຈິງແລ້ວ ມັນມີການຄົ້ນຄວ້າ ດັ່ງທີ່ຂ້າພະເຈົ້າ​ໄດ້ອະທິ
ບາຍຢູ່ໃນລາຍງານຂອງຂ້າພະເຈົ້າ ທີ່ພົບວ່າ ຢູ່ບ່ອນ​ໃດທີ່ພວກແມ່ຍິງມີອໍາ
ນາດທໍາການຕັດສິນໃຈ ຮັບຜິດຊອບພາຍໃນຄອບຄົວ ກໍຈະເຫັນວ່າ ໂອກາດ​
ໃນ​ການ​ຢູ່​ລອດຂອງພວກລູກໆນັ້ນ ແມ່ນເພີ່ມຂຶ້ນເຖິງ 20 ເປີເຊັນ ທັງ​ນີ້ກໍຍ້ອນ
ວ່າ ພວກແມ່ຍິງສາມາດຕັດສິນໃຈເລືອກໃນສິ່ງທີ່ຖືກຕ້ອງສໍາລັບຜົນປະໂຫຍດ
ຂອງລູກໆ.”


ທ່ານ De Schutter ເວົ້າອີກວ່າ ຜົນການສຶກສາຄົ້ນຄວ້າເມື່ອບໍ່ດົນມານີ້ ພົບວ່າ ​ການ​
ສະໜອງການສຶກສາ​ໃຫ້ພວກແມ່ຍິງນັ້ນ ເປັນແນວທາງນຶ່ງທີ່ດີທີ່ສຸດ​ເພື່ອໃຫ້ບັນລຸຄວາມ
ໝັ້ນຄົງດ້ານສະບຽງອາຫານ ​ແລະວ່າ ພວກແມ່ຍິງທີ່ໄດ້ຮັບການສຶກສາດີ ຈະບໍ່ແຕ່ງງານ
​ໄວ ບໍ່​ເອົາລູກຫຼາຍຄົນ ​ແລະກໍມີຄວາມສາມາດທໍາ​ການ​ຕັດສິນ​ໃຈ ​ທີ່ດີກວ່າສໍາລັບຄອບ
ຄົວຂອງ​ເຂົາ​ເຈົ້າ.

ປະມວນພາບ ການສະຫຼອງວັນແມ່ຍິງສາກົນ ຢູ່ທົ່ວໂລກ:



ຜົນການສຶກສາຄົ້ນຄວ້າບັ້ນນຶ່ງໃນປະເທດພວມພັດທະນາ ໃນໄລຍະ 25 ປີ ຄືຈາກປີ
1970 ຫາ ປີ 1995 ພົບວ່າ ຄວາມອຶດຫິວ​ໄດ້​ຫຼຸດນ້ອຍ​ລົງ​ເຖິງ 43 ເປີເຊັນ ໃນໄລຍະ
ດັ່ງກ່າວນັ້ນ ຍ້ອນຄວາມກ້າວໜ້າໃນການສຶກສາຂອງພວກແມ່ຍິງ.

ທ່ານ De Schutter ເວົ້າອີກວ່າ ຈະຕ້ອງມີການ​ດໍາ​ເນີນ​ຄວາມ​ພະຍາຍາມຢ່າງໃຫຍ່
ຫຼວງກວ່ານີ້ ​ເພື່ອ​ໃຫ້ບັນລຸຄວາມເທົ່າທຽມກັນທາງດ້ານເພດນັ້ນ.

ທ່ານ De Schutter ເວົ້າຕໍ່ໄປວ່າ: “ພວກເຮົາຈະ​ເຮັດສໍາ​ເລັດ​ໃນ​ເລຶ່ອງນີ້ ກໍຖ້າ
ຫາກວ່າ ພວກຜູ້ຊາຍເຂົ້າໃຈດີວ່າ ພວກເຂົາເຈົ້າມີສ່ວນ​ໄດ້​ສ່ວນ​ເສຍ ໃນການ
ຜັນປ່ຽນນີ້ດ້ວຍກັນ ​ແລະບໍ່ຖືກຂົ່ມຂູ່ໂດຍການຜັນປ່ຽນນີ້ ແຕ່ກົງກັນຂ້າມ ກັບ
ຈະໄດ້ຮັບໝາກຜົນຫຼາຍທີ່ສຸດ ຈາກການຕີ​ຄວາມ​ໝາຍຄືນໃໝ່ຂອງບົດບາດ
ຂອງຜູ້ຊາຍແລະແມ່ຍິງ. ​ແລະ​ພວກ​ເຮົາ​ຕ້ອງ​ທໍາ​ການ​ປະຕິ​ຮູບ​ເຫຼົ່ານີ້ ກັບ​ພວກ​
ຜູ້​ຊາຍ ບໍ່​ແມ່ນ​ຕໍ່ຕ້ານ​ເຂົາ​ເຈົ້າ. ຜ່ານ​ມາ​ແມ່ນ​ມີ​ປະສົບ​ປະການ ທີ່​ສະ​ແດງ​ໃຫ້​
ເຫັນ​ວ່າ ການ​ດຶງ​ເອົາພວກຜູ້ຊາຍ ມາ​ພົວພັນ​ນໍາ​ນັ້ນ ມັນ​ຈະ​ໃຊ້​ເວລາ​ດົນ​ກ່ວາ
ແລະມັນຍາກ​ກ່ວາທີ່ຈະບັນລຸຜົນສໍາ​ເລັດ ແຕ່ມັນກໍມີຜົນກະທົບທີ່ດີ ທີ່ຍືນຍົງ
ຖາວອນ.”


ທ່ານ De Schutter ກໍາລັງຮຽກຮ້ອງໃຫ້ຍົກເລີກກົດໝາຍ ແລະພາກປະຕິບັດທັງ​
ໝົດ ທີ່ເປັນການຈໍາແນກກີດກັນຕໍ່​ແມ່ຍິງ ທີ່ຂັດຂວາງບໍ່ໃຫ້ພວກແມ່ຍິງໄດ້​ເຂົ້າ​ເຖິງ
ຊັບພະຍາກອນດ້ານ​ໄຮ່ນາ​ຮົ້ວ​ສວນຕ່າງໆ ເຊັ່ນ ທີ່ດິນທໍາກິນ ການ​ປະກອບສ່ວນ
ແລະ ສິນເຊື່ອເປັນຕົ້ນ.

ລາຍງານປະຈໍາປີ 2010 ສະບັບນຶ່ງໂດຍອົງການອາຫານແລະການກະເສດ ໃຫ້ຂໍ້
ສະຫຼູບວ່າ ຖ້າຫາກວ່າແມ່ຍິງສາມາດເຂົ້າຫາເຂົ້າເຖິງຊັບພະຍາກອນທີ່ໃຫ້ໝາກຜົນ ໄດ້ດັ່ງດຽວກັບຜູ້ຊາຍ ເຊັ່ນຝຸ່ນປຸ໋ຍ ແກ່ນພືດປູກຊະນິດຕ່າງໆ ອຸບປະກອນເຄຶ່ອງມື ແລະຢາຂ້າແມງ​ໄມ້ໄດ້ ພວກເຂົາເຈົ້າກໍຈະສາມາດ​ເພີ່ມ​ພູນ ຜົນເກັບກ່ຽວຈາກໄຮ່ນາ
ຮົ້ວສວນຂອງພວກເຂົາເຈົ້າ​ໄດ້ ເຖິງ 20 ຫາ 30 ເປີເຊັນ.

ວີດິໂອ: ແມ່ຍິງມີບົດບາດຫຼາຍຂຶ້ນ ໃນການຊ່ວຍຮັກສາສັນຕິພາບໂລກ:

Women Play Increasingly Vital Role in Peace Missions
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ


ທ່ານ De Schutter ໄດ້ຮຽກຮ້ອງໃຫ້ລັດຖະບານທັງຫຼາຍ ຈົ່ງຊ່ວຍແບ່ງເບົາພາລະ
ແບບ ຫາບຕ່າງໆຂອງພວກ​ແມ່ຍິງ ​ແບ່ງ​ເບົາຄວາມຮັບຜິດຊອບ ໃນການເບິ່ງແຍງດູ​
ແລຄອບຄົວ ແລະບ້ານ​ເຮືອນ ໂດຍສະໜອງການບໍລິການສາທາລະນະໃຫ້ພຽງພໍ ເຊັ່ນການເບິ່ງແຍງເດັກ ນໍ້າປະປາ ແລະໄຟຟ້າ ເປັນຕົ້ນ.
XS
SM
MD
LG