ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສ​ປ​ຊ ກ່າວວ່າ ການສູ້ລົບກັນ ໃນລີເບຍ ພວມມີຄວາມຮຸນແຮງ ເພີ້ມຂຶ້ນ


ພວກລົດທັງຫລາຍ ຖືກທຳລາຍຍ້ອນລູກປືນໃຫຍ່ຂ້າມຄືນຜ່ານ
ມາໃນເຂດຄຸ້ມ Abu Salim Tripoli ປເທດ Libya ວັນທີ 17 ເມສາ 2019.
ພວກລົດທັງຫລາຍ ຖືກທຳລາຍຍ້ອນລູກປືນໃຫຍ່ຂ້າມຄືນຜ່ານ ມາໃນເຂດຄຸ້ມ Abu Salim Tripoli ປເທດ Libya ວັນທີ 17 ເມສາ 2019.

ສະຫະປະຊາຊາດໄດ້ກ່າວໃນວັນພຸດວານນີ້ວ່າ ຢູ່ທີ່ນະຄອນຫຼວງຂອງປະເທດ ລີເບຍ ໄດ້ມີການສູ້ລົບກັນຢ່າງໜັກຕະຫລອດຄືນ ນັບຕັ້ງແຕ່ກຳລັງຂອງນາຍ ພົນຄາລີຟາ
ຮາຟຕາ ໄດ້ເລີ້ມໂຈມຕີ ເພື່ອຍຶດເອົາ ຕຣີໂປລີ ໃນຕົ້ນເດືອນນີ້. ທ່ານ ສເຕັຟຟານ ດູຈາ
ຣິກ ທີ່ເປັນໂຄສົກໄດ້ບອກພວກນັກຂ່າວໃນນິວຢອກ ວ່າ “ໄດ້ມີການສູ້ລົບຢ່າງໜັກໃນ
ຕຣີໂປລີ ນັບຕັ້ງແຕ່ໄດ້ເລີ້ມມີ​ການປະທະກັນ ມາ ໂດຍການຍິງລູກຈະຫລວດໄປທົ່ວທີບ
ໃສ່ເຂດຄຸ້ມຕ່າງໆ ທີ່ມີຄົນໜາແໜ້ນ ໃນນະຄອນຫລວງ ຂອງລີເບຍ.” ທ່ານກ່າວວ່າ ຢ່າງ
ໜ້ອຍ ພົນລະເຮືອນໄດ້ ເສຍຊີວິດ 5 ຄົນ ແລະອີກຫລາຍຄົນ ໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ຂັ້ນສູງ ຂອງສະຫະປະຊາຊາດ ໃນລີເບຍ ທ່ານ ກາດຊານ ຊາລາເມ ໄດ້ປະ
ນາມການຍິງປືນໃຫຍ່ໂຈມ​ຕີ ລົງໃນທາງທວີດເຕີ້ວ່າ “ມັນເປັນຄໍ່າຄືນ ທີ່ ໂຫດຮ້າຍ
ຍ້ອນການຍິງປືນໃຫຍ່ໄປທົ່ວ ໃສ່ຄຸ້ມທີ່ຢູ່ອາໄສຂອງຜູ້ຄົນ. ເພື່ອເຫັນ ແກ່ພົນລະເຮືອນ
3 ລ້ານຄົນ ໃນຕົວເມືອງຕຣີໂປລີ ການໂຈມຕີດ່ັງກ່າວຄວນ ຢຸດລົງດຽວນີ້!”

ໃນຖະແຫລງການທີ່ອອກສູ່ ສື່ມວນຊົນ ໃນວັນອັງຄານຜ່ານມາ ທ່ານ ຊາລາເມ ໄດ້ຮຽກ
ຮ້ອງອີກຕື່ມ ໃຫ້ນາໆຊາດ ສາມະຄີກັນ ໃຫ້ຊ່ອຍຊີວິດລີເບຍໄວ້ ເພື່ອ ຫລີກເວັ້ນບໍ່​ໃຫ້​ເກີດຄວາມຫາຍະນະທີ່ຈະຕິດຕາມມາ ຈາກສົງຄາມກາງເມືອງນີ້.

ເພື່ອໃຫ້ໄດ້ໄປເຖິງຈຸດນັ້ນ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ ພິ​ຈາ​ລະ​ນາຮ່າງຍັດຕິສະບັບນຶ່ງໃນອາທິດນີ້ ຮຽກຮ້ອງໃຫ້ຢຸດເຊົາ​ໃນທັນທີການ ສູ້​ລົບ​ກັນ ແລະ
ໃຫ້ມີການຢຸດຍິງ.

ພວກນັກການທູດກ່າວວ່າ ຣັດເຊຍໄດ້ຄັດ​ຄ້ານ ​ຕໍ່​ການ​ລະ​ບຸ​ຊື່ກອງ​ທັບ​ແຫ່ງ​ຊາດ ຫລື
ແອລ ແອນ ເອ ຂອງທ່ານຮາຟຕາ ຢູ່ໃນເອກະສານ ໂດຍຖືວ່າຜູ້ກ່ຽວເປັນ ຜູ້ກໍ່ຄວາມ
ຮຸນແຮງເທື່ອໃໝ່. ແຕ່ວ່າ ລຸນຫລັງທີ່ຮ່າງຍັດຕິທີ່ຖືກທົບທວນຄືນ ໄດ້ ແຈກຢາຍອອກ
ໄປ ໃນຕອນບ່າຍວັນພຸດວານນີ້ແລ້ວ ມັນກໍບໍ່ປາກົດວ່າ ໄດ້ເປັນ ທີ່ພໍໃຈ ແກ່ມົສກູ ຊຶ່ງ
ໄດ້ຍົກເອົາ​ການ​ຄັດ​ຄ້ານ​ຂຶ້ນມາ ເຊັ່ນດຽວກັນກັບສະມາຊິກ ຂອງສະພາ ຈາກ ກິເນຍເອ
ກົວຕໍຣິອານ ໃນນາມຂອງຕົນເອງ ແລະສະມາຊິກ ອີກສອງປະເທດອາຟຣິກາຄືອາຟຣິ
ກາໃຕ້ແລະໄອວໍຣີໂກສ໌​ທ. ການເຈລະຈາກັນ ຍັງດຳເນີນໄປຢູ່ ເພື່ອຊອກຫາຊ່ອງທາງ
ຕົກລົງກັນ ໃນຂະນະທີ່ການສູ້ລົບກັນ ຍັງ​ດຳ​ເນີນຢູ່ຕໍ່ໄປ.

ອົງການຈັດຕັ້ງລະຫວ່າງຊາດດ້ານການຍົກຍ້າຍຖິ່ນຖານໄດ້ເວົ້າໃນວັນພຸດວານນີ້ວ່າ ສົງຄາມດັ່ງກ່າວໄດ້ເຮັດໃຫ້ຜູ້ຄົນຂາດທີ່ຢູ່ອາໄສ 25,000 ຄົນ ຢູ່ນະຄອນ ຫລວງດັ່ງ
ກ່າວ ຊຶ່ງລວມທັງພວກທີ່ຂາດທີ່ຢູ່ອາ​ໄສກ່ອນແລ້ວ 4,500 ຄົນ ສະ ເພາະພາຍໃນ 24 ຊົ່ວໂມງເທົ້ານັ້ນ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG