ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເປັນ​ຫ່ວງວ່າ ການ​ຕໍ່​ສູ້ ຈະ​ຕາມ​ໄປ​ກັບ​ ປະ​ຊາ​ຊົນ ຊີ​ເຣຍ ທີ່​ກຳ​ລັງ​ທຳ​ການຫຼົບ​ໜີ


ຜູ້​ທີ່​ສູນ​ເສຍ​ບ່ອນ​ຢູ່​ອາ​ໄສ ນັ່ງ​ຢູ່ນອກ​ຕູບ​ຜ້າ ຢູ່ສູນ​ທີ່​ຖືກ​ຕັ້ງ​ຂຶ້ນ​ຊົ່ວ​ຄາວ ​ໃນ​ເມືອງ ອາ​ຊາ​ສ, ຊີ​ເຣຍ. 19 ກຸມ​ພາ 2020.
ຜູ້​ທີ່​ສູນ​ເສຍ​ບ່ອນ​ຢູ່​ອາ​ໄສ ນັ່ງ​ຢູ່ນອກ​ຕູບ​ຜ້າ ຢູ່ສູນ​ທີ່​ຖືກ​ຕັ້ງ​ຂຶ້ນ​ຊົ່ວ​ຄາວ ​ໃນ​ເມືອງ ອາ​ຊາ​ສ, ຊີ​ເຣຍ. 19 ກຸມ​ພາ 2020.

ໃນ​ຂະ​ນະ​ທີ່​ຈຳ​ນວນ​ຂອງ​ພົນ​ລະ​ເຮືອນ​ທີ່​ກຳ​ລັງຫຼົບ​ໜີ​ຈາກການ​ຖິ້ມ​ລະ​ເບີດ​ຂອງ ຊີ​ເຣຍ ແລະ ຣັດ​ເຊຍ ໃນ​ພາກ​ຕ​າ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຊີ​ເຣຍ ໄດ້​ຫຍັບ​ເຂົ້າ​ໃກ້​ນຶ່ງ​ລ້ານ​ຄົນ​ນັ້ນ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຕືອນ ​ໃນ​ວັນ​ພຸດ​ວານນີ້​ວ່າ ຖ້າ​ການ​ຕໍ່​ສູ້​ຍັງ​ຕາມ​ເຂົາ​ເຈົ້າ​ໄປ​ຢູ່, ຜົນ​ທີ່​ອອກ​ມາ​ກໍ​ຈະ​ເປັນ​ຄວາມ​ຫາ​ຍະ​ນະ.

ຫົວ​ໜ້າ​ດ້ານ​ມະ​ນຸດ​ສະ​ທຳ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທ່ານ ມາກ ໂລ​ຄັອກ ໄດ້​ກ່າວ​ກ່ຽວ​ກັບ ພົນ​ລະ​ເຮືອນ​ຜູ້​ທີ່​ກຳ​ລັງ​ພະ​ຍາ​ຍາມຈະ​ຫຼົບ​ໜີຈາກ​ເຂດ​ແນວ​ໜ້າ​ທີ່​ມີ​ການເຄື່ອນ​ຍ້າຍ​ຢູ່​ນັ້ນ. ຫຼາຍ​ຄົນ​ແມ່ນ​ກຳ​ລັງ​ຍ້າຍ​ອອກ​ຈາກ​ແຂວງ ອິດ​ລິບ ໄປ​ຫາ​ເຂດ​ຊາຍ​ແດນ​ທີ່​ຖືກ​ປິດ​ໄວ້​ຂອງ ເທີ​ກີ ແລະ ຕັ້ງ​ຕູບ​ຜ້າ​ຢູ່​ຂ້າງນອກ​ໃນ​ອຸນ​ຫະ​ພູມ​ທີ່​ໜາວ​ຈັດ.

ທ່ານ​ໄດ້​ເຕືອນ​ວ່າ “ຖ້າ​ການ​ເປັນ​ປໍ​ລະ​ປັກ​ກັນ ​ໄປ​ຮອດ​ເຂດ​ທີ່​ເຕັມ​ໄປ​ດ້ວຍ​ພົນ​ລະ​ເຮືອນ​ພວກນີ້, ຄວາມ​ເສຍ​ຫາຍຕໍ່​ມະ​ນຸດ​ກໍ​ຈະ​ເກີດ​ຂຶ້ນ​ໃນ​ທັນ​ທີ​ ແລະ ໃຫຍ່ຫຼວງ.”

ທ່ານ​ໄດ້​ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ວ່າ ອົງ​ການ ສະ​ຫະ​ປະ​ຊາ​ຊາດ ຕ້ອງ​ສະ​ໜອງ​ແຜນ​ທີ່​ໃໝ່​ ໃຫ້​ຝ່າຍ​ທີ່​ສຳ​ຄັນ​ໃນ​ຄວາມ​ຂັດ​ແຍ້ງ​ນັ້ນ ເພື່ອ​ສະ​ແດງ​ທີ່​ຕັ້ງ​ຂອງປະ​ຊາ​ຊົນ​ທີ່ບໍ່​ມີ​ທີ່​ຢູ່​ອາ​ໄສ​ຈຳ​ນວນຫຼວງຫຼາຍ​.

ທ່ານ ໂລ​ຄັອກ ໄດ້​ກ່າວ​ວ່າ “ມັນ​ແມ່ນ​ພັນ​ທະ​ຂອງ​ໝົດ​ທຸກ​ຝ່າຍ​ທີ່​ຈະ​ປົກ​ປ້ອງ​ປະ​ຊາ​ຊົນ​ພວກນີ້.”

ທູດ​ພິ​ເສດ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮັບ​ຜິດ​ຊອບ​ເ​ລື່ອງ ຊີ​ເຣຍ ທ່ານ ເກຍ ເພ​ເດີ​ສັນ ໄດ້​ຮຽກ​ຮ້ອງ​ການ​ຢຸດ​ຍິງ​ໃນ​ທັນ​ທີ​ໃນ​ແຂວງ ອິດ​ລິບ ແລະ ໃຫ້​ທຸກ​ຝ່າຍ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ທ່ານ ເພ​ເດີ​ສັນ ໄດ້​ກ່າ​ວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ບຸກ​ຄົນ​ສຳ​ຄັນ​ໃນ​ສາ​ກົນ​ໃຫ້​ສືບ​ຕໍ່ ແລະ ເພີ່ມ​ການ​ຕິດ​ຕໍ່​ກັນ​ຂອງ​ເຂົາ​ເຈົ້າ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ສະ​ຫງົບ. ຂ້າ​ພະ​ເຈົ້າ​ຂໍຮຽກ​ຮ້ອງ​ສະ​ມາ​ຊິກ​ທຸກ​ທ່ານ​ຂອງ​ສະ​ພາ​ນີ້ ໃຫ້ໃຊ້​ອຳ​ນາດ​ເພື່ອ​ສະ​ໜັບ​ສະ​ໜູນ​ຢ່າງ​ໜັກ​ແໜ້ນ​ ໃນ​ການ​ຄົ້ນ​ຫາການ​ແກ້​ໄຂ​ທາງ​ການ​ເມືອງ.”

ພວກ​ພົນ​ລະ​ເຮືອນ​ທີ່​ກຳ​ລັງຫຼົບ​ໜີ​ການ​ຕໍ່​ສູ້​ທີ່​ຮຸນ​ແຮງ​ຂຶ້ນ ​ລະ​ຫວ່າງກອງ​ທັບ ຊີ​ເຣຍ, ເຊິ່ງ​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ຣັດ​ເຊຍ ແລະ ອີ​ຣ່ານ ກັບ ກຸ່ມ​ຕໍ່​ຕ້ານ​ລັດຖະ​ບານ​ຕິດ​ອາ​ວຸດ ຊີ​ເຣຍ, ເຊິ່ງ​ບາງ​ກຸ່ມ​ໃນ​ນັ້ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ ເທີ​ກີ.

ລັດ​ຖະ​ບານ ຊີ​ເຣຍ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ກຳ​ລັງ​ຕໍ່​ສູ້​ກັບ​ພວກ​ກໍ່​ການ​ຮ້າຍ. ແຂວງ ອິດ​ລິບ ແມ່ນບ່ອນ​ຢູ່​ຂອງ​ປະ​ຊາ​ຊົນປະ​ມານ 3 ລ້ານ​ຄົນ, ເຊິ່ງ​ຈຳ​ນວນ​ເລັກ​ນ້ອຍ​ໃນ​ນັ້ນ​ແມ່ນ​ພວກ​ກໍ່​ການ​ຮ້າຍ. ແຕ່​ມັນ​ແມ່ນ​ນຶ່ງ ​ໃນ​ທີ່​ໝັ້ນ​ຂ​ອງ​ພວກ​ຕໍ່​ຕ້ານ​ທີ່​ສຳ​ຄັນ​ແຫ່ງ​ສຸດ​ທ້າຍ​ໃນ​ປະ​ເທດ ແລະ ລັດ​ຖະ​ບານ​ກໍ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ນຳ​ມັນ​ກັບ​ມາ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ເຂົາ​ເຈົ້າ​ຄືນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG