ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ຊ່ຽວຊານຂອງ ສປຊ ຜັກດັນໃຫ້ການແບ່ງແຍກທາງເພດ ເປັນອາດຊະຍາກຳ


ແຟ້ມພາບ - ແມ່ຍິງຄົນນຶ່ງໃສ່ niqab ເຂົ້າໄປໃນຮ້ານເສີມສວຍ ບ່ອນທີ່ການໂຄສະນາມີໃບໜ້າຂອງແມ່ຍິງຖືກເຮັດໃຫ້ມົວໂດຍເຈົ້າຂອງຮ້ານໃນນະຄອນຫຼວງກາບູລ, ວັນທີ 6 ຕຸລາ 2021
ແຟ້ມພາບ - ແມ່ຍິງຄົນນຶ່ງໃສ່ niqab ເຂົ້າໄປໃນຮ້ານເສີມສວຍ ບ່ອນທີ່ການໂຄສະນາມີໃບໜ້າຂອງແມ່ຍິງຖືກເຮັດໃຫ້ມົວໂດຍເຈົ້າຂອງຮ້ານໃນນະຄອນຫຼວງກາບູລ, ວັນທີ 6 ຕຸລາ 2021

ຄະນະຜູ້ຊ່ຽວຊານຂອງອົງການສະຫະປະຊາຊາດ ກໍາລັງຮຽກຮ້ອງໃຫ້ປະຊາຄົມສາກົນຮັບຮູ້ຢ່າງເປັນທາງການວ່າ "ການແບ່ງແຍກທາງເພດ" ເປັນອາຊະຍາກໍາຕ້ານມະນຸດຊາດ, ໂດຍເນັ້ນຍໍ້າເຖິງການກົດຂີ່ຂົ່ມເຫັງແມ່ຍິງ ແລະເດັກຍິງຢ່າງຮຸນແຮງ ພາຍໃຕ້ການປົກຄອງ ເຊັ່ນກຸ່ມຕາລີບານໃນອັຟການິສຖານ.

ກຸ່ມນັກຊ່ຽວຊານ 5 ປະເທດຈາກສະຫະລັດ, ຈີນ, ເມັກຊິໂກ, ອູການດາ ແລະ ເຊີເບຍ ທີ່ຂຶ້ນກັບອົງການສິດທິມະນຸດຂອງອົງການສະຫະປະຊາຊາດ ກ່າວວ່າ ການຮັບຮູ້ນີ້ ແມ່ນເກີນນຳນົດມາດົນແລ້ວ.

"ການ​ແບ່ງ​ແຍກທາງ​ເພດ​ບໍ່​ແມ່ນ​ພຽງແຕ່​ຄວາມ​ເປັນ​ໄປ​ໄດ້​ທາງ​ທິດ​ສະ​ດີ ຫຼືໂຄງ​ສ້າງ​ທາງ​ດ້ານ​ກົດ​ໝາຍ​ເທົ່າ​ນັ້ນ ແຕ່ຍັງ​ເປັນ​ໄພ​ຂົ່ມ​ຂູ່ອັນ​ແທ້​ຈິງ ແລະຄວາມເປັນຈິງທີ່ເກີດຂຶ້ນກັບ​ແມ່​ຍິງ ແລະ​ເດັກ​ຍິງ​ນັບ​ລ້ານ​ຄົນ​ໃນ​ທົ່ວ​ໂລກ ຊຶ່ງ​ເປັນຄວາມ​ຈິງ​ທີ່ໃນ​ປັດຈຸບັນຍັງບໍ່​ມີການນຳນົດ​ຢ່າງ​ຊັດ​ເຈນ​ຢູ່ໃນ​ກົດ​ໝາຍ​ສາ​ກົນ​," ຜູ້ຊ່ຽວຊານກ່າວໃນຖະແຫຼງການຂອງສະຫະປະຊາດສະບັບນຶ່ງ ໃນວັນອັງຄານວານນີ້.

ຜູ້ຊ່ຽວຊານໄດ້ດຶງຄວາມສົນໃຈ ໄປທີ່ອັຟການິສຖານ ວ່າເປັນຕົວຢ່າງທີ່ຊັດເຈນ, ໂດຍອ້າງວ່າລັດຖະບານຕາລີບານ ໄດ້ຈັດຕັ້ງລະບົບ "ການຈໍາແນກ, ການກົດຂີ່ຂົ່ມເຫັງ, ແລະການຄອບງໍາບົດບາດຍິງຊາຍ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG