ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊ່ຽວ​ຊານ ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ທຳ​ການ​ລົງ​ໂທດ ທີ່​ແນ​ໃສ່​ພວກ​ທະ​ຫານ​ມຽນ​ມາ


​ຕຳ​ຫຼວດ​ຢືນ​ຢູ່​ປ້າຍ​ທີ່​ອ່ານ​ວ່າ "ຖ້າ​ຂ້າມ​ເສັ້ນ​ນີ້ ຕຳ​ຫຼວດ​ມຽນ​ມາ​ຈະ​ຍິງ​ໂດຍ​ໃຊ້​ລູກ​ປືນ​ແທ້" ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ເຮັດ​ລັດ​ຖະ​ປະ​ຫານ​ຂອງ​ພວກ​ທະ​ຫານ​ທີ່​ເນ​ປີ​ດໍ ປະ​ເທດ​ມຽມາ ເມື່ອ​ວັນ​ທີ 8 ກຸມ​ພາ 2021.
​ຕຳ​ຫຼວດ​ຢືນ​ຢູ່​ປ້າຍ​ທີ່​ອ່ານ​ວ່າ "ຖ້າ​ຂ້າມ​ເສັ້ນ​ນີ້ ຕຳ​ຫຼວດ​ມຽນ​ມາ​ຈະ​ຍິງ​ໂດຍ​ໃຊ້​ລູກ​ປືນ​ແທ້" ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ເຮັດ​ລັດ​ຖະ​ປະ​ຫານ​ຂອງ​ພວກ​ທະ​ຫານ​ທີ່​ເນ​ປີ​ດໍ ປະ​ເທດ​ມຽມາ ເມື່ອ​ວັນ​ທີ 8 ກຸມ​ພາ 2021.

ຜູ້​ຂຽນ​ລາຍ​ງານກ່ຽວ​ກັບ​ເລື້ອງ​ສິດ​ທິ​ມະ​ນຸດ​ໃນ​ມຽນ​ມາຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ທອມ ແອນດ​ຣູ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ເກົາ​ຫຼີ​ໃຕ້ ​ທຳ​ການ​ລົງ​ໂທດ​ແບບ​ມີ​ເປົ້າ​ໝາຍ​ຕໍ່​ພວກ​ນາຍ​ທະ​ຫານ​ມຽນ​ມາ. ເກົາ​ຫຼີ​ໃຕ້​ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ອຳ​ນາດ​ທາງ​ດ້ານ​ເສດ​ຖະ​ກິດ​ເພີ້ມ​ຂຶ້ນ​ໃນ​ພູ​ມີ​ພາກ ສາ​ມາດ​ເອົາ​ບົດ​ບາດ​ທີ່​ມີ​ຄວາມ​ສຳ​ຄັນ​ພິ​ເສດ ເພື່ອ​ຊ່ວຍ​ຕ່າວ​ປີ້ນ​ ຄວາມ​ລົ້ມ​ແຫຼວຂອງ​ປະ​ຊາ​ຄົມ​ນາໆ​ຊາດທີ່​ຈະ​ແກ້​ໄຂວິ​ກິດ​ການ​ຢູ່​ໃນ​ປະ​ເທດ​ມຽນ​ມາ ທ່ານ​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ທີ່​ນະ​ຄອນ​ຫຼວງ​ໂຊ​ລ ໃນ​ວັນ​ຈັນ​ວານນີ້.

ທ່ານ​ແອນດ​ຣູກ່າວ​ວ່າ “ເກົາ​ຫຼີ​ບໍ່​ຄວນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ກ່າວ​ອ້າງ​ໃດໆ​ກ່ຽວ ກັບແຜນ​ການ​ເລືອກ​ຕັ້ງ​ ຂອງ​ພວກ​ທະ​ຫານນັ້ນ​ວ່າ ຖືກ​ຕ້ອງ​ຕາມ​ກົດ​ໝາຍ ທຳ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ແນ​ເປົ້າ​ໝາຍ​ໃສ່ພວກ​ທີ່​ພົວ​ພັນ​ກັບ​ທະ​ຫານ ແລະ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ ແບບ​ມີ​ມະ​ນຸດ​ສະ​ທຳ ​ຕໍ່​ຊາວ​ມຽນ​ມາ​ທີ່​ອາ​ໄສ​ຢູ່​ໃນ​ເກົາ​ຫຼີ ໃນ​ຂະ​ນະ​ທີ່​ຊຸກ​ຍູ້ ​ໃຫ້​ເພື່ອນ​ບ້ານ​ຂອງ​ມຽນ​ມາ ເຮັດ​ແບບນີ້​ເຊັ່ນ​ດຽວກັນ.” ທ່ານ​ແອນດ​ຣູ​ກ່າວຕື່ມ​ວ່າ “ເຂັ້ມ​ແຂ​ງ ມີ​ຍຸດ​ທະ​ສາດແລະ​ເອົາ​ມາດ​ຕະ​ການ​ແບບມີ​ການ​ປະ​ສານ​ງານ​ກັນ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ຕໍ່ປະ​ຊາ​ຊົນ​ຊາວ​ມຽນ​ມາ ຮວມ​ທັງ​ການ​ຕັດ​ບໍ່​ໃຫ້​ພວກ​ທະ​ຫານ​ເຂົ້າ​ເຖິງ​ລາຍ​ໄດ້​ແລະ​ອາ​ວຸດ ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້”

ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມຢ່າງ​ເປັນ​ທາງ​ການ 6 ວັນ ເລີ້ມ​ແຕ່​ວັນ​ທີ 16 ຫາ 21 ພະ​ຈິກ ຕໍ່​ເກົາ​ຫຼີ​ໃຕ້​ນັ້ນ ທ່ານ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ໃຕ້ ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກະ​ຊວງ​ຍຸ​ຕິ​ທຳ ແລະ​ກະ​ຊວງ​ການ​ຄ້າ ອຸດ​ສາ​ຫະ​ກຳ​ແລະ​ພະ​ລັງ​ງານ ແລະ​ຍັງ​ໄດ້​ພົວ​ພັນ​ກັບ​ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ຂອງ​ທຸ​ລະ​ກິດ​ທີ່​ສຳ​ຄັນໆ​ຂອງເກົາ​ຫຼີ​ໃຕ້​ທີ່​ປະ​ຕິ​ບັດ​ງານ​ຢູ່​ໃນ​ມຽນ​ມາ. ອີງ​ຕາມ​ຖະ​ແຫຼງ​ການ​ ທີ່​ໄດ້​ກ່າວ​ໃນ​ຕອນ​ທ້າຍ​ຂອງ​ການ​ຢ້ຽມ​ຢາມນັ້ນ ທ່ານ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ພວກ​ນັກ​ລົງ​ທຶນ​ເກົາ​ຫຼີ ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ການ​ຄ້ຳ​ປະ​ກັນ​ວ່າ ການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ເຂົາ​ເຈົ້າ ຈະ​ບໍ່​ໃຫ້​ຜົນ​ປະ​ໂຫຍດ​ແກ່​ພວກ​ທະ​ຫານ.

ຍັງ​ບໍ່​ທັນ​ມີ​ປະ​ຕິ​ກິ​ລິ​ຍາ​ໃດໆ​ເທື່ອ​ຈາກ​ລັດ​ຖະ​ບານ​ເກົາ​ຫຼີ​ໃຕ້ ຕໍ່​ຖະ​ແຫຼງ​ການ​ຂອງ​ທ່ານ​ແອນດ​ຣູ ທີ່​ຮຽກ​ຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ​ທຳ​ການ​ລົງ​ໂທດ​ຕໍ່​ພວກ​ທະ​ຫານ​ມຽນ​ມາ.

ອ່ານ​ຂ​່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG