ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນ ທີ່ຕິດເຊື້ອໄວຣັສ HIV-AIDS ໃນ ລາວ ມີອາຍຸ ລະຫວ່າງ 15 ຫາ 49 ປີ


ພິທີມອບຮອບອຸປະກອນຊ່ວຍເຫຼືອການແພດສຳລັບຜູ້ປ່ວຍ HIV-AIDS ໃນ ລາວ.
ພິທີມອບຮອບອຸປະກອນຊ່ວຍເຫຼືອການແພດສຳລັບຜູ້ປ່ວຍ HIV-AIDS ໃນ ລາວ.

ຜູ້ຊ່ຽວຊານຂອງອົງການສະຫະປະຊາຊາດ ລາຍງານວ່າມີປະຊາຊົນ ລາວ ທີ່ມີອາຍຸລະ ຫວ່າງ 15 ຫາ 49 ປີຄິດເປັນພຽງ 0.3 ເປີເຊັນເທົ່ານັ້ນທີ່ຕິດເຊື້ອໄວຣັສ HIV-AIDS ໂດຍ ກຸ່ມຮັກຮ່ວມເພດມີຄວາມສ່ຽງສູງທີ່ສຸດ.

ທ່ານ ທອງແດງ ສີລາກຸນ ຜູ້ຈັດການອົງການສະຫະປະຊາຊາດດ້ານໂຣກເອດສໃນ ລາວ ຢືນຢັນວ່າ ສະພາວະການຕິດເຊື້ອໄວຣັສ HIV-AIDS ໃນກຸ່ມປະຊາຊົນ ລາວ ທີ່ອາຍຸລະ ຫວ່າງ 15 ຫາ 49 ປີຍັງຄິດເປັນອັດຕາສະເລ່ຍພຽງແຕ່ 0.3 ເປີເຊັນເທົ່ານັ້ນ ແລະ ເຖິງ ແມ່ນວ່າຈະເປັນອັດຕາການຕິດເຊື້ອທີ່ຕ່ຳທີ່ສຸດໃນ ອາຊຽນ ດ້ວຍກັນກໍຕາມ ຫາກແຕ່ວ່າ ກໍເປັນອັດຕາການຕິດເຊື້ອໂຣກທີ່ເພີ່ມຂຶ້ນຈາກ 0.16 ເປີເຊັນໃນປີ 2003 ຈຶ່ງເຮັດໃຫ້ຕ້ອງ ມີການປັບປຸງລະບົບການປ້ອງກັນໃນທຸກໆດ້ານໃຫ້ມີປະສິດທິພາບສູງສຸດ.

ໂດຍອີງຕາມລາຍງານປະຈຳປີ 2016 ຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະ ນະສຸກຂອງ ລາວ ລະບຸວ່າໃນປະຈຸບັນມີປະຊາຊົນ ລາວ ບໍ່ນ້ອຍກວ່າ 11,958 ຄົນທີ່ຕິດ ເຊື້ອ HIV-AIDS ໂດຍໃນນີ້ກໍຄິດເປັນເຖິງ 88​ ເປີເຊັນ ທີ່ເປັນການຕິດເຊື້ອຈາກການມີ ເພດສຳພັນ ແລະ ກຸ່ມທີ່ມີຄວາມສ່ຽງສູງທີ່ສຸດກໍແມ່ນກຸ່ມຮັກຮ່ວມເພດຊາຍດ້ວຍກັນ ຕິດ ຕາມດ້ວຍການຂາຍບໍລິການທາງເພດຂອງແມ່ຍິງທີ່ເພີ່ມຂຶ້ນຢ່າງໄວວາ ຊຶ່ງລວມເຖິງກຸ່ມ ແຮງງານເຄື່ອນຍ້າຍດ້ວຍ ດັ່ງທີ່ເຈົ້າໜ້າທີ່ໃນກົມຄວບຄຸມພະຍາດຕິດຕໍ່ ຢືນຢັນວ່າ.

"ທີ່ໜ້າເປັນຫ່ວງອີກອັນໜຶ່ງເນາະໃນການຕິດເຊື້ອໂຣກເອສຢູ່ໃນປະເທດ ລາວ ຂອງ ພວກເຮົາສ່ວນຫຼາຍແມ່ນເກີດກັບຜູ້ທີ່ມີການເຄື່ອນຍ້າຍ ໂດຍສະເພາະແມ່ນການ ເຄື່ອນຍ້າຍການຫາວຽກເຮັດງານທຳ ແຕ່ວ່າແນວໃດກໍຕາມ ສຳລັບນະໂຍບາຍທາງ ດ້ານແຮງງານນັ້ນຍັງບໍ່ທັນມີການກຳນົດລະອຽດແລ້ວກະຊັດເຈນ ກ່ຽວກັບ ການປ້ອງ ກັນການແຜ່ລະບາດຂອງເຊື້ອໂຣກເອດສຢູ່ໃນສະຖານທີ່ເຮັດວຽກ."

ທັງນີ້ໂດຍນະຄອນຫຼວງວຽງຈັນ ເປັນເຂດທີ່ມີຜູ້ຕິດເຊື້ອ HIV-AIDS ຫຼາຍທີ່ສຸດໃນ ລາວ ຄິດເປັນ 40.5 ເປີເຊັນ ຕິດຕາມດ້ວຍ ສະຫວັນນະເຂດ, ຈຳປາສັກ, ຫຼວງພະບາງ, ຄຳ ມ່ວນ ແລະ ແຂວງວຽງຈັນ ຕາມລຳດັບ ໂດຍໃນປີ 2015 ມີຜູ້ເສຍຊີວິດຍ້ອນໂຣກ AIDS ໄປຫຼາຍກວ່າ 130 ຄົນອັນເປັນສະພາບການທີ່ຮຸນແຮງກວ່າປີ 2014 ທີ່ກວດພົບຜູ້ຕິດ ເຊື້ອ HIV-AIDS ລາຍໃໝ່ 830 ກວ່າຄົນ ແລະ ເສຍຊີວິດ 107 ຄົນ ສ່ວນໃນທ້າຍປີ 2016 ນີ້ກໍຄາດວ່າຈະມີຜູ້ຕິດເຊື້ອ HIV-AIDS ເພີ່ມຂຶ້ນເປັນບໍ່ນ້ອຍກວ່າ 12,453 ຄົນ.

ການຄວບຄຸມພະຍາດຕິດຕໍ່ໃນ ລາວ ລາຍງານວ່າໄດ້ກວດພົບຜູ້ທີ່ຕິດເຊື້ອ HIV-AIDS ຈຳນວນ 8,168 ຄົນໃນຊ່ວງປີ 1992-2015 ໃນນີ້ກໍມີເຖິງ 5,340 ຄົນທີ່ເປັນໂຣກ AIDS ຢ່າງສົມບູນແລ້ວ ທັງກໍຍັງມີເຖິງ 1,789 ຄົນທີ່ເສຍຊີວິດຍ້ອນໂຣກ AIDS ໃນຊ່ວງດັ່ງ ກ່າວ ໂດຍກຸ່ມປະຊາກອນ ລາວ ທີ່ມີປັດໄຈສ່ຽງ ແລະ ຕິດເຊື້ອ HIV-AIDS ຫຼາຍທີ່ສຸດຄື ກຸ່ມຮັກຮ່ວມເພດ ແລະ ກຸ່ມແຮງງານເຄື່ອນຍ້າຍ ລວມເຖິງປະຊາຊົນໃນເຂດຊົນນະບົດທີ່ ຂາດຄວາມຮູ້ຄວາມເຂົ້າໃຈໃນການປ້ອງກັນເຊື້ອ ໂຣກ AIDS ສ່ວນການໂຄສະນາດ້ານ AIDS ຂອງລັດຖະບານ ລາວ ກໍຍັງດຳເນີນການໄດ້ບໍ່ກວ້າງຂວາງອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສູນຕ້ານໂຣກ HIV-AIDS ແລະ ພະຍາດຕິດຕໍ່ໃນ ລາວ ກໍໄດ້ລາຍ ງານວ່າໃນປະຈຸບັນມີປະຊາຊົນ ລາວ 3 ກຸ່ມດ້ວຍກັນທີ່ຖືວ່າເປັນກຸ່ມປະຊາກອນທີ່ມີ ຄວາມສ່ຽງສູງທີ່ສຸດທີ່ຈະຕິດເຊື້ອໂຣກ HIV-AIDS ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປະກອບ ດ້ວຍກຸ່ມແມ່ຍິງ ລາວ ທີ່ຂາຍບໍລິການທາງເພດ, ກຸ່ມຮັກຮ່ວມເພດດຽວກັນ ແລະ ກຸ່ມທີ່ຊົມ ໃຊ້ຢາເສບຕິດດ້ວຍການສີດເຂົ້າເສັ້ນເລືອກຕາມລຳດັບ.

ທັງນີ້ໂດຍຈາກການເກັບກຳຂໍ້ມູນພາກສະໜາມໃນຂັ້ນເບື້ອງຕົ້ນບໍ່ນານມານີ້ກໍເຮັດໃຫ້ທາງ ການ ລາວ ໄດ້ປະເມີນສະພາບການວ່າມີແມ່ຍິງ ລາວ ຫຼາຍກວ່າ 15,340 ຄົນທີ່ຂາຍບໍລິ ການທາງເພດເປັນອາຊີບ. ໃນຂະນະດຽວກັນກໍມີຜູ້ຊາຍຫຼາຍກວ່າ 58,320 ຄົນທີ່ຮັກ ຮ່ວມເພດດຽວກັນ ແລະ ອີກຫຼາຍກວ່າ 50,000 ຄົນກໍຢູ່ໃນກຸ່ມຊົມໃຊ້ຢາເສບຕິດເປັນປະ ຈຳ ໂດຍສະເພາະແມ່ນກຸ່ມທີ່ຊົມໃຊ້ຢາເສບຕິດດ້ວຍການສີດເຂົ້າເສັ້ນເລືອກນັ້ນກໍນັບ ເປັນກຸ່ມປະຊາກອນທີ່ຕິດເຊື້ອ HIV-AIDS ເພີ່ມຂຶ້ນຢ່າງວ່ອງໄວອີກດ້ວຍ.

ຊຶ່ງດ້ວຍສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ສູນຕ້ານໂຣກ HIV-AIDS ແລະ ພະຍາດຕິດ ຕໍ່ໃນສັງກັດກະຊວງສາທາລະນະສຸກຂອງ ລາວ ໄດ້ໃຫ້ຄວາມສຳຄັນເປັນພິເສດທີ່ຈະດຳ ເນີນໃນທຸກມາດຕະການເພື່ອຫຼຸດຈຳນວນຜູ້ຕິດເຊື້ອ HIV-AIDS ໃນທັງ 3 ກຸ່ມດັ່ງກ່າວ ນີ້ໃຫ້ມີປະສິດທິພາບທີ່ສູງຂຶ້ນ ຫາກແຕ່ສະຖານະການທີ່ໜ້າເປັນຫ່ວງຢ່າງຍິ່ງ ກໍຄືລະບົບ ໃຫ້ບໍລິການດ້ານການປິ່ນປົວ ແລະ ລະບົບການຮັກສາສຸຂະພາບຂອງລັດຖະບານ ລາວ ຍັງບໍ່ສາມາດທີ່ຈະໃຫ້ການເບິ່ງແຍງບັນດາຄົນ ລາວ ທີ່ຕິດເຊື້ອໂຣກດັ່ງກ່າວນີ້ໄດ້ຢ່າງທົ່ວ ເຖິງ ແລະ ພຽງພໍກັບສະພາບບັນຫາທີ່ເປັນຈິງ.

XS
SM
MD
LG