ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະຜູ້ແທນ ຂອງສະພາ​ ຄວາມໝັ້ນຄົງ ສປຊ ເຈລະຈາກັບ ທ່ານ​ນາງ ອອງ ຊານ ຊູ​ຈີ


An aerial picture shows a field of hyacinths in Plomeur, western France.
An aerial picture shows a field of hyacinths in Plomeur, western France.

ບັນດາສະມາຊິກຂອງ​ຄະນະຜູ້ແທນ​ອົງກາ​ນສະຫະປະຊາ​ຊາດ ​ທີ່ສືບສວນ​ການລະ​ເມີດ
ສິດທິ​ຂອງ​ມະນຸດ ​ໃນ​ມຽນມາ ແມ່ນໄດ້​ພົບ​ປະ​ກັບ​ຜູ້ນຳ​ຂອງປະ​ເທດ​ທີ່​ແທ້​ຈິງ ທ່ານ​ນາງ
ອອງ ຊານ ຊູ​ຈີ ຫຼັງຈາກ​ທີ່​ໄດ້​ທຳ​ການ​ຢ້ຽມຢາມ​ບັງ​ກລາ​ແດັສ ບ່ອນ​ທີ່​ມີ​ອົບ​ພະຍົບຈຳນວນ
700 ພັນ​ຄົນ ​ໄດ້​ຫລົບໜີ​ຈາກ​ການ​ຖືກ​ປະ​ຫັດ​ປະຫານ ​ໃນ​ລັດຣາໄຄນ໌ຂອງ​ມຽນມາ​ນັ້ນ.

ຄະນະຜູ້ແທນທີ່ມີສະມາຊິກ 15 ທ່ານ ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​
ຊາດ ໄດ້​ພົບ​ປະ​ກັບທ່ານ​ນາງ ອອງ ຊານ ຊູ​ຈີ ຕະຫລອດທັງຜູ້​ບັນຊາ​ການຂອງ​ກອງທັບ
​ມຽນມາ ນາຍພົນອະວຸໂສ ​ອອງ ຮ​ແລງ ​ໃນ​ນະຄອນ​ເນ​ປີ​ດໍ.

​ລັດຣາໄຄນ໌, ມຽນມາ
​ລັດຣາໄຄນ໌, ມຽນມາ

ຜູ້​ແທນ​ຂອງ​ອົງການ​ສະຫະ​ປະ​ຊາຊາດ ​ມີກຳນົດທີ່ຈະ​ເດີນທາງ​ໄປ​ຍັງລັດຣາໄຄນ໌
ທີ່​ປະສົບ​ບັນຫາ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ກວດ​ເບິ່ງ​ການປາບປາມ​ຂອງ​ພວກ​ທະຫານ
ທີ່​ໄດ້​ເລີ່​ມຂຶ້ນໃນ​ເດືອນ​ສິງຫາ​ປີ​ກາຍ​ນີ້ ພ້ອມ​ທັງ​ກະກຽມການຕ້ອນຮັບອົບພະຍົບກັບ
ຄືນ​ປະ​ເທດ ຊຶ່ງ​ສ່ວນ​ໃຫຍ່​ແລ້ວກໍແມ່ນຊາວໂຣຮິງຢາ ທີ່​ເປັນ​ຊົນ​ກຸ່ມ​ນ້ອຍ.

ຊາວ​ໂຣຮິງ​ຢາ ​ແມ່ນ​ໄດ້​ຖືກ​ປະຕິ​ເສດ​ ຕໍ່​ການ​ເປັນ​ສັນຊາດ​ມຽນມາ ​ເຖິງ​ແມ່ນ​ວ່າ ຄອບ
​ຄົວ​ພີ່ນ້ອງຂອງ​ພວກ​ເຂົາ​ເຈົ້​າສ່ວນໃຫຍ່ ​ໄດ້​ອາ​ໄສ​ຢູ່​ໃນ​ມຽນມາ ມາ​ຫຼາຍ​ເຊັ່ນ​ຄົນ​ແລ້ວ
ກໍ​ຕາມ. ພວກ​ອົບ​ພະຍົບ ​ໄດ້​ຫລົບໜີ​ຄວາມ​ຮຸນ​ແຮງ​ໃນລັດຣສໄຄນ໌ທີ່​ທາງ​ອົງການ​ສະຫະ​
ປະຊາ​ຊາດເອີ້ນ​ວ່າ​ແມ່ນ “ການ​ກວດລ້າງຊົນເຜົ່າ​ແບບທີ່ເປັນບົດຮຽນ​ນັ້ນ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG