ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ສປຊ ຮຽກຮ້ອງ ໃຫ້ແກ້ໄຂ ໂດຍໄວ ຕໍ່ວິກິດການ ວັດ Al-Aqsa


ທ່ານ Nickolay Mladenov ທູດພິເສດສະຫະປະຊາຊາດ ປະສານງານ ສັນຕິພາບຕາເວັນອອກກາງ.
ທ່ານ Nickolay Mladenov ທູດພິເສດສະຫະປະຊາຊາດ ປະສານງານ ສັນຕິພາບຕາເວັນອອກກາງ.

ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ຮັບຜິດຊອບ​ກ່ຽວ​ກັບ​ຂັ້ນຕອນ​ການ​ສ້າງສັນຕິ​ພາບໃນ​
ພາກຕາ​ເວັນ​ອອກ​ກາງ ຮຽກຮ້ອງ​ໃຫ້ແກ້ໄຂໂດຍ​ໄວ ຕໍ່ວິກິດ​ການໃນ ປັດຈຸບັນ ກ່ຽວ
ກັບວັດ Al-Aqsa ທີ່​ຮູ້​ກັນ​ໃນ​ຊື່​ວັດພູ ຫຼື Temple Mount ຢູ່​ນະຄອນ ເຈຣູຊາແລັມ
ນັ້ນ.

ທູດ​ພິ​ເສດ Nickolay Mladenov ​ກ່າວ​ຕໍ່​ບັນ​ດາ​ນັກຂ່າວຫລັງ​ຈາກ​ການ​ສົນທະນາ
​ປະ​ຊຸມ​ແບບ​ປິດ​ລັບ ​ກັບບັນດາ​ສະມາຊິກ​ສະພາ​ຄວາມ​ໝັ້ນ​ຄົງ​ ສະຫະ​ປະຊາ​ຊາດວ່າ
“ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດທີ່​ຈະ​ຕ້ອງ​ໄດ້​ຊອກ​ຫາການແກ້​ໄຂ​ຕໍ່ວິ​ກິ​ດການ ໃນ​ປັດຈຸບັນ
ພາຍ​ໃນ​ວັນ​ສຸກ​ອາທິດ​ນີ້​. ຂ້າພະ​ເຈົ້າ​ຄິດ​ວ່າ​ ອັນຕະລາຍຢູ່​ພາກ​ພື້ນ​ດິນ​ຈະ​ເພີ້ມ​ທະວີ
ຂຶ້ນ ຖ້າ​ຫາກ​ພວກ​ເຮົາ​ປະປ່ອຍ​ໃຫ້ເລື່ອງ​ນີ້ ຜ່ານວັນ​ສຸກຊຶ່ງ​ເປັນວັນ​ສູ​ດມົນ​ພາວະນາ
ຈະ​ມາ​ເຖິງ​ນີ້ ​ໄປ​ອີກ​ຄັ້ງນຶ່ງ ​ໂດຍປາດ​ສະ​ຈາກ​ການ​ແກ້​ໄຂ​ຕໍ່​ວິ​ກິດ​ການໃນປັດ​ຈຸ​ບັນ.”

ທ່ານ Mladenov ກ່າວ​ວ່າ ມັນມີ​ຄວາມ “ສຳຄັນ​ທີ່ສຸດ” ຕໍ່​ສະພາບ​ການ​ທີ່​ໄດ້ກຳນົດ
ໄວ້ ​ຢູ່​ນະຄອນ Jerusalem ນັບ​ແຕ່​ປີ 1967 ເປັນຕົ້ນມາ ຈະ​ໄດ້​ຮັບ​ການປົກ​ປັກ​ຮັກ
ສາ​ ​ແລະ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້ຊາວອິສຣາ​ແອລແລະ​ປາແລ​ສໄຕນ໌ລະ​ເວັ້ນ​ຈາກ​ການ
ທ້າ​ທາຍ​ເກາະ​ຜິດ ​ແລະໃຊ້​ຄວາມ​ຍັບ​ຢັ້ງ.

ເອກອັກຄະລັດຖະທູດຝຣັ່ງ ທ່ານ Francois Delattre ກ່າວຕໍ່ບັນດານັກຂ່າວ.
ເອກອັກຄະລັດຖະທູດຝຣັ່ງ ທ່ານ Francois Delattre ກ່າວຕໍ່ບັນດານັກຂ່າວ.

ໃນ​ຕອນ​ແລງວັນ​ຈັນວານ​ນີ້ ຄະນະຮັບຜິດຊອບ​ໃນ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ລັດຖະ
ບານ​ອິສຣາ​ແອລ ​ໄດ້ຕັດສິນ​ໃຈ​ຢຸດເຊົາການໃຊ້​ເຄື່ອງ​ກວດໂລຫະຢູ່ທາງ​ເຂົ້າ​ສະຖານ
​ທີ່ສັກສິດ​ໃນ​ Jerusalem. ບັນ​ດາ​ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ​ໄດ້​ຕັດ​ສິນ​ໃຈ​ຮັບ​ຟັງ “ການ
ສະ​ເໜີ​ຂອງຄະນະ​ຮັກສາ​ຄວາມ​ປອດ​ໄພ​ທັງ​ໝົດ ​ເພື່ອ​ປ່ຽນ​ແປງ​ການກວດ​ ​ທີ່​ໃຊ້​ເຄື່ອງ
ກວດ​ໂລຫະ​ ​ໂດຍ​ຫັນ​ໄປ​ໃຊ້​ເຄື່ອງ​ກວດ​ທີ່​ກ້າວໜ້າທາງ ດ້ານເທັກ​ໂນ​ໂລ​ຈີ ​ແລະ​ວິທີ​
ການ​ອື່ນໆ” ນັ້ນຄື​ຖະ​ແຫລ​ງການ ​ຈາກ​ຫ້ອງການ ຂອງນາຍົກລັດຖະມົນຕີ Benjamin Netanyahu ​ທີ່ໄດ້ກ່າວ​ໄວ້.

ເອັກອັກຄະລັດຖະທູດ ປາແລັສໄຕນ໌ ທ່ານ Riyad Mansour ກ່າວຕໍ່ບັນດານັກຂ່າວ.
ເອັກອັກຄະລັດຖະທູດ ປາແລັສໄຕນ໌ ທ່ານ Riyad Mansour ກ່າວຕໍ່ບັນດານັກຂ່າວ.

ຄວາມ​ເຕັ່ງ​ຕືງ​ໄດ້​ເພີ່ມທະວີ​ຂຶ້ນ​ໃນໄລຍະສອງ​ສາມ​ອາທິດ​ທີ່​ຜ່ານ​ມາ ລະຫວ່າງ ຊາວ​
ອິສຣາ​ແອ​ລແລະປາ​ແລສ​ໄຕ​ນ໌ ຫລັງ​ຈາກ​ອິສຣາ​ແອ​ລ​ໄດ້​ຕິດ​ຕັ້ງເຄື່ອງກວດ ​ໂລຫະ
​ແລະ​ກ້ອງຖ່າຍ​ຮູບຄວາມ​ປອດ​ໄພ​ຢູ່ສະຖານ​ທີ່​ສັກສິດຫລັງ​ຈາກ​ຕຳຫຼວດ ​ອິສຣາ​ແອ​ລ
ສອງ​ຄົນໄດ້​ຖືກ​ຍິງ​ຕາຍ​ຢູ່​ທີ່​ນັ້ນ​ ໂດຍຊາວ​ປາ​ແລສ​ໄຕ​ນ໌ທີ່​ພາກັນ​ສູດ​ມົນ. ຊາວ​ປາ​ແລ​ສ
​ໄຕ​ນ໌​ໄດ້​ປະຕິ​ເສດ​ບໍ່​ຍອມຮັບ​ເອົາມາດ​ຕະການ​ ​ໂດຍ​ຖື​ວ່າເປັນ​ການ​ໝິ່ນປະໝາດ​ຕໍ່
ຊາວ​ມຸສລີ​ມ ຊຶ່ງ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ ກ່ຽວ​ກັບ​ວ່າ​ໃຜ​ຄວບ​ຄຸມ​ສະຖານ​
ທີ່​ ທີ່​ຍັງ​ມີ​ການ​ຂັດ​ແຍ້​ງດັ່ງກ່າວ.

ເອກອັກຄະລັດຖະທູດ ອິສຣາແອລ ທ່ານ Danny Danon ກ່າວຕໍ່ບັນດານັກຂ່າວ.
ເອກອັກຄະລັດຖະທູດ ອິສຣາແອລ ທ່ານ Danny Danon ກ່າວຕໍ່ບັນດານັກຂ່າວ.

​ໃນ​ວັນ​ທີ 21 ກໍ​ລະ​ກົດຜ່ານ​ມາ ມີຊາວ​ໜຸ່ມປາ​ແລ​ສ​ໄຕນ໌ສາ​ມຄົນໄດ້​ຖືກ​ຂ້າ​ຕາຍ​ໃນ​
ການ​ປະ​ທະ​ກັນ ​ກັບກຳລັງ​ຮັກສາ​ຄວາມ​ປອດ​ໄພອິສຣາ​ແອ​ລ ຫລັງ​ຈາກ​ການ​ສູດ​ມົນ
ຕອນ​ທ່ຽງ. ຕໍ່​ມາ​ມາ​ໃນ​ຄືນ​ວັນ​ນັ້ນ ຊາວ​ໜຸ່ມ​ປາ​ແລ​ສ​ໄຕ​ນ໌ອີກຄົນ​ນຶ່ງກໍໄດ້​ແທງຕາຍ ​ໂດຍສະມາຊິກ​ຄອບຄົວ​ອິສຣາ​ແອ​ລສາມ​ຄົນ ທີ່​ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນເຂດ​ຝັ່ງ​ຕາ
​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນ ​ໃນ​ອັນ​ທີ່​ປາກົດວ່າ​ເປັນ​ການ​ຕອບ​ໂຕ້.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Israel Palestinain
please wait
Embed

No media source currently available

0:00 0:01:30 0:00

XS
SM
MD
LG