ທູດພິເສດດ້ານສິດທິມະນຸດຂອງສະຫະປະຊາຊາດໃນ
ມຽນມາ ກ່າວວ່າ ການປະຕິບັດຕໍ່ຊາວມຸສລິມໂຣຮິງຢາ
ຂອງປະເທດນັ້ນ ອາດມີຄວາມຜິດເທົ່າກັນກັບການ ກໍ່
ອາຊະຍາກຳຕ້ານມະນຸດຊາດ.
ຖະແຫລງຂ່າວໄດ້ມີຂຶ້ນ ລຸນຫລັງທີ່ໄດ້ມີການໂຈມຕີບັນ
ດາພະນັກງານອົງການ ຊ່ວຍສາກົນ ທີ່ລັດ Rakhine ທາງພາກຕາເວັນຕົກຂອງປະເທດ ບ່ອນທີ່ຊາວໂຣຮິງ
ຢາຫລາຍສິບພັນຄົນ ພາກັນອາໄສຢູ່ໃນສູນທີ່ສົກກະປົກ.
ໃນເດືອນແລ້ວນີ້ ກຸ່ມພວກນັກເລງຊາວພຸດ ໄດ້ບັງຄັບໃຫ້
ພະນັກງານອົງການຊ່ວຍເຫລືອຫລາຍຮ້ອຍຄົນຕ້ອງໄດ້
ພາກັນຫລົບໜີ. ລັດຖະບານໄດ້ກີດກັ້ນຫຼາຍ ຄົນບໍ່ໃຫ້ກັບຄືນໄປ ແລະກໍຢຸດເຊົາສົ່ງ
ສະບຽງທີ່ສຳຄັນໄປໃຫ້ສູນຕ່າງໆ.
ຢູ່ໃນຖະແຫລງຂ່າວດັງກ່າວນີ້ ທູດພິເສດສະຫະປະຊາຊາດ ທ່ານ Tomas Ojea
Quintana ກ່າວວ່າ ພາຍໃນເວລານຶ່ງອາທິດ ການບໍ່ມີນຳ້ໃຊ້ ອາດເຖິງຂັ້ນອັນຕະ
ລາຍ. ທ່ານໄດ້ຮຽກຮ້ອງໃຫ້ມຽນມາ ຈົ່ງໃຫ້ການປ້ອງກັນ ແກ່ພະນັກງານໃຫ້ຄວາມ
ຊ່ວຍເຫຼືອຫລາຍຂື້ນ.
ທ່ານ Quintana ກ່າວວ່າ ການເຄື່ອນໄຫວດັ່ງກ່າວນີ້ ແມ່ນເປັນພຽງແຕ່ເຫດການ
ຫລ້າສຸດ ຢູ່ໃນ “ປະຫວັດອັນຍາວນານ ຂອງການຈຳແນກກີີດກັນ ແລະ ການປະ
ຫັດປະຫານຕໍ່ປະຊາຄົມຊາວໂຣຮິງຢາ ຊຶ່ງອາດຈະເທົ່າກັບເປັນການກໍ່ອາຊະຍາກຳ
ຕ້ານມະນຸດຊາດ.”
ວີດີໂອ: ຊາວໂຣຮິງຢາ ປະເຊີນກັບບັນຫາ ໃນການສຳຫລວດສຳມະໂນຄົວ ຢູ່ມຽນມາ: