ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ​ພິ​ເສດ ສປຊ ພົບປະກັບ ເຈົ້າໜ້າທີ່ຊິເຣຍ ກ່ອນຢຸດຍິງ


ຄວັນໄຟດຳ ປົກຄຸມຄຸ້ມບ້ານ Saif Al Dawla ໃນເມືອງ Aleppo, ປະເທດຊິເຣຍ.
ຄວັນໄຟດຳ ປົກຄຸມຄຸ້ມບ້ານ Saif Al Dawla ໃນເມືອງ Aleppo, ປະເທດຊິເຣຍ.

ທູດ​ພິ​ເສດຂອງ​ອົງການ​ສະຫະ​ປະຊາ​ຊາດ ຮັບຜິດຊອບກ່ຽວ​ກັບ
​ເລື້ອງຊິເຣຍ ທ່ານ Staffan de Mistura ​ແມ່ນ​ໄດ້​ໄປ​ຮອດຊິ​
ເຣຍ​ບ່ອນ​ທີ່​ທ່ານ​ມີໝາຍ​ກຳນົດ​ທີ່​ຈະ​ປຶກສາ​ຫາລື​ໃນວັນ​ອັງຄານ​
ມື້​ນີ້ກັບບັນດາເຈົ້າ​ໜ້າ​ທີ່ ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ ການ​ຢຸດ
​ຍິງ​ໃນ​ສັບປະດາ​ນີ້.

ທ່ານ​ໄດ້​ໄປຮອດ​ ​ນະຄອນຫຼວງ​ Damascus ຂອງ​ຊິ​ເຣຍ ໃນ
​ແລງວັນ​ຈັນ​ວານ​ນີ້ ໃນ​ການ​ຢ້ຽມຢາມ​ ແບບທີ່ບໍ່​ໄດ້​ປະກາດ​ໃຫ້
​ຊາບ​ລ່ວງ​ໜ້າ.

ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກ​ ໄດ້​ຕົກລົງ​ໃນ​ສັບປະດາ​ແລ້ວ​ນີ້ວ່າ​ ໃຫ້ມີການ​ຢຸດການ​ເປັນ​ສັດຕູ ​ຊຶ່ງຈະ​ເລີ້ມ​ໃນ​ວັນ​ສຸກ​ຈະ​ມາ​ນີ້ ​ເພື່ອ​ຈະ​ຈັດ​ສົ່ງການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດ ສະທຳ ທີ່​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຮີບ​ດ່ວນ​ໄປ​ໃຫ້​ນັ້ນ.

ການ​ຢຸດ​ຍິງ​ນັ້ນ​ແມ່ນ​ໝາຍ​ຄວາມ​ວ່າ ເພື່ອ​ອຳນວຍ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່​ຈະ​ເປີດ​ການ​ເຈລະຈາ​ສັນຕິພາບ​ນາໆ​ຊາດ ຄືນ​ອີກ ຊຶ່ງໄດ້​ຫຼົ້ມ​ແຫຼວ​ລົງ​ໃນ​ຕົ້ນ​ເດືອນ​ກຸ​ມພາ​ນີ້ ທີ່ນະ ຄອນ​ເຈ​ນີວາ ພຽງ​ແຕ່ 3 ມື້​ໄດ້​ເລີ້ມຂຶ້ນ​ເທົ່າ​ນັ້ນ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ຄວາມຮຸນ​ແຮງ​ແມ່ນ​ໄດ້​ສະ​ແດງ​ຮ່ອງ​ຮອຍ​ໃຫ້​ເຫັນ​ວ່າ​ບໍ່​ໄດ້ລົດ​ລະ​ລົງ​ເລີຍ ​ແຕ່​ຢ່າງ​ໃດ. ລັດຖະບານ​ຊິ​ເຣຍ ​ຍັງສືບ​ບຸກ​ໂຈມ​ຕີ ໂດຍ​ໄດ້​ຮັບການ​ສະໜັບສະໜຸນຈາກການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ. ​ການຕໍ່ສູ້​ຂອງ​ພວກ​ຕໍ່ຕ້ານ​ໃນ​ປະ​ເທດ​ກໍ​ຍັງ​ດຳ​ເນີນ ຕໍ່​ໄປ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງຊຶ່ງ​ແຕ່​ລະ​ກຸ່ມ​ກໍ​ມີ​ຈຸດປະສົງບໍ່​ຄື​ກັນແລະ​ໄດ້​ຮັບ​ການ​ໜຸນ​ຫລັງ ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ​ຈາກ​ແຕ່ລະ​ປະ​ເທດ.

ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກ​ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຫວັງ​ທີ່​ຈະມີ​ການ​ຮື້ຟື້ນການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່​ ພາຍ​ໃນ​ທ້າ​ຍ​ເດືອນ​ກຸມພາ​ນີ້.


ເບິ່ງວີດີໂອກ່ຽວຂ້ອງ:

Watch: Helicopter Drop Barrel Bombs over Daraya, Syria
please wait

No media source currently available

0:00 0:00:35 0:00

XS
SM
MD
LG