ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ​ພິ​ເສດ​ອົງການ​ສະຫະ​ປະຊາ​ຊາດ ຮຽກ​ຮ້ອງ​ໃຫ້ ICC ດຳ​ເນີນ​ຄະດີຕໍ່​ກຸ່ມ​ຕາ​ລີ​ບານ ​ໃນຂໍ້ຫາ​ຫ້າມບໍ່​ໃຫ້​ການ​ສຶກສາ​ຕໍ່​ເດັກ​ຍິງ


ແຟ້ມພາບ - ຫ້ອງ​ຮຽນ​ທີ່​ໃນ​ເມື່ອ​ກ່ອນ​ໄດ້​ຖືກ​ນໍາ​ໃຊ້ ​ສໍາ​ລັບ​ເດັກ​ຍິງ​ນັ່ງ ​ຫວ່າງ​ເປົ່າ​ໃນ​ນະ​ຄອນ​ຫຼວງກາ​ບູ​ລ​, ອັ​ຟ​ກາ​ນິ​ສ​ຖານ​, ວັນ​ທີ 22 ທັນ​ວາ 2022​
ແຟ້ມພາບ - ຫ້ອງ​ຮຽນ​ທີ່​ໃນ​ເມື່ອ​ກ່ອນ​ໄດ້​ຖືກ​ນໍາ​ໃຊ້ ​ສໍາ​ລັບ​ເດັກ​ຍິງ​ນັ່ງ ​ຫວ່າງ​ເປົ່າ​ໃນ​ນະ​ຄອນ​ຫຼວງກາ​ບູ​ລ​, ອັ​ຟ​ກາ​ນິ​ສ​ຖານ​, ວັນ​ທີ 22 ທັນ​ວາ 2022​

ທູດພິເສດດ້ານການສຶກສາທົ່ວໂລກ ຂອງອົງການສະຫະປະຊາຊາດ ກ່າວໃນວັນອັງຄານວານນີ້ວ່າ ສານອາຍາສາກົນຄວນສືບສວນ ແລະດຳເນີນຄະດີກັບພວກຕາລີບານ ສຳລັບການປະຕິເສດສິດທິຂັ້ນພື້ນຖານຕໍ່ແມ່ຍິງ ແລະເດັກຍິງ ຊາວອັຟການິສຖານ.

"ຄວາມຄິດເຫັນທາງດ້ານກົດຫມາຍທີ່ພວກເຮົາໄດ້ຮັບ ສະແດງໃຫ້ເຫັນວ່າການປະຕິເສດການສຶກສາຂອງເດັກຍິງຊາວອັຟການິສຖານ ແລະການຈ້າງງານຂອງແມ່ຍິງຊາວອັຟການິສຖານ ແມ່ນການຈໍາແນກທາງເພດ, ເຊິ່ງຄວນຖືວ່າເປັນອາຊະຍາກໍາຕໍ່ມະນຸດຊາດ, ແລະຄວນຈະຖືກດໍາເນີນຄະດີໂດຍສານອາຍາສາກົນ," ທູດພິເສດ ກໍດອນ ບຣາວນ໌ (Gordon Brown) ກ່າວ​ຕໍ່​ບັນດານັກ​ຂ່າວ​ໃນ​ການ​ສະຫຼຸບ​ຫຍໍ້ຜ່ານທາງ​ວິ​ດີ​ໂອ.

ທ່ານ ບຣາວ (Brown), ຜູ້ທີ່ເຄີຍເປັນນາຍົກລັດຖະມົນຕີອັງກິດແຕ່ປີ 2007-2010, ໄດ້ອອກຖະແຫຼງການໃນວັນຄົບຮອບສອງປີທີ່ຕາລີບານ (Taliban) ເຂົ້າຍຶດ​ອຳ​ນາດ ໃນອັຟການິສຖານ.

ທ່ານກ່າວວ່າ ທ່ານກໍາລັງຕິດຕໍ່ກັບສານ​ອາ​ຍາ​ສາ​ກົນ ແລະໄດ້ສົ່ງຄວາມຄິດເຫັນທາງດ້ານກົດຫມາຍ ໄປໃຫ້ເຈົ້າຫນ້າທີ່ສານແລ້ວ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ສານ​ທີ່​ຕັ້ງ​ຢູ່​ນະຄອນເຮັກ (Hague) ສືບສວນ ​ແລະ ດຳ​ເນີນ​ຄະດີ​ຕໍ່​ຜູ້​ຮັບຜິດຊອບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG