ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢເມນ ກັບ ພວກກະບົດ Houthi ສັນຍາວ່າ ຈະປະຕິບັດ ຕາມຂໍ້ຕົກລົງ ສະຫງົບເສິກ


ປະຊາຊົນຊອກຫາຜູຸ້ລອດຊີວິດ ຢູ່ກ້ອງຊາກຫັກພັງຂອງ
ເຮືອນທີ່ຖືກທຳລາຍໂດຍ ການໂຈມຕີທາງອາກາດ ນຳໜ້າ
ໂດຍ ຊາອູດີ ອາເຣເບຍທີ່ໄດ້ເຮັດໃຫ້ຜູ້ອຳນວຍການ ໂທລະ
ພາບແຫ່ງໜຶ່ງເສຍຊີວິດ ພ້ອມກັບ ພັນລະຍາ ແລະ ລູກຂອງ
ລາວ ໃນເມືອງ Sana'a, ປະເທດ ເຢເມນ. 10 ມັງກອນ, 2016.
ປະຊາຊົນຊອກຫາຜູຸ້ລອດຊີວິດ ຢູ່ກ້ອງຊາກຫັກພັງຂອງ ເຮືອນທີ່ຖືກທຳລາຍໂດຍ ການໂຈມຕີທາງອາກາດ ນຳໜ້າ ໂດຍ ຊາອູດີ ອາເຣເບຍທີ່ໄດ້ເຮັດໃຫ້ຜູ້ອຳນວຍການ ໂທລະ ພາບແຫ່ງໜຶ່ງເສຍຊີວິດ ພ້ອມກັບ ພັນລະຍາ ແລະ ລູກຂອງ ລາວ ໃນເມືອງ Sana'a, ປະເທດ ເຢເມນ. 10 ມັງກອນ, 2016.

ໃນວັນຈັນມື້ນີ້ ທູດພິເສດ ຂອງອົງການສະຫະປະຊາຊາດ ສຳລັບ ເຢເມນ, ທ່ານ Ismail Ould Cheikh Ahmed ໄດ້ສະແດງຄວາມຍິນດີຕໍ່ການສິ້ນສຸດຂອງພາວະສົງຄາມ ທີ່ ເປັນການຢຸດການສູ້ຮົບກັນມາດົນກວ່າໜຶ່ງປີນັ້ນ, ໂດຍກ່າວວ່າ “ຕອນນີ້ມັນເຖິງເວລາທີ່ ຈະຖອຍອອກຈາກຈຸດດັ່ງກ່າວນັ້ນແລ້ວ.”

ສັນຍາສະຫງົບເສິກໄດ້ເລີ່ມຂຶ້ນໃນຄືນວານນີ້ ກັບລັດຖະບານ ເຢເມນ, ພັນທະມິດນຳໜ້າ ໂດຍ ຊາອູດີ ອາເຣເບຍ ທີ່ໜູນຫຼັງພວກເຂົາເຈົ້າ ກັບ ພວກກະບົດ Houthi ຜູ້ທີ່ໄດ້ຍຶດ ການຄວບຄຸມນະຄອນຫຼວງຂອງ ເຢເມນ ໃນທ້າຍປີ 2014 ນັ້ນທັງໝົດໄດ້ສັນຍາວ່າ ຈະ ເຄົາລົບຂໍ້ຕົກລົງດັ່ງກ່າວ. ມັນໄດ້ເກີດຂຶ້ນກ່ອນການເຈລະຈາສັນຕິພາບທີ່ໄດ້ມີແຜນຈະ ຈັດຂຶ້ນໃນວັນທີ 18 ເມສານີ້ ທີ່ປະເທດ Kuwait.

ທ່ານ Ahmed ໄດ້ກ່າວວ່າ ມັນເປັນໂອກາດອັນແທ້ຈິງສຳລັບການສ້າງສາຄືນ ໃນປະເທດ ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງມາດົນນານ.

ທູດພິເສດທ່ານີ້ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ຂ້າພະເຈົ້າຂໍໃຫ້ທຸກໆຝ່າຍ ແລະ ປະຊາຄົມນານາຊາດ ຍຶດໝັ້ນໃນການສະໜັບສະໜູນ ການສິ້ນສຸດຂອງພາວະສົງຄາມ ນີ້ ເພື່ອໃຫ້ເປັນບາດກ້າວທຳອິດໃນການເຮັດໃຫ້ ເຢເມນ ກັບຄືນສູ່ສັນຕິພາບ. ນີ້ແມ່ນ ເຫດ ການທີ່ສຳຄັນ, ຮີບດ່ວນ ແລະ ເປັນທີ່ຕ້ອງການຢ່າງຫຼວງຫຼາຍ. ປະເທດ ເຢເມນ ບໍ່ສາມາດສູນເສຍຊີວິດຂອງປະຊາຊົນໄດ້ອີກຕໍ່ໄປແລ້ວ.”

ເຊັ່ນດຽວກັບການຢຸດຍິງໃນ ຊີເຣຍ, ສັນຍາສະຫງົບເສິກໃນ ເຢເມນ ກໍຍັງລວມມີສັນຍາ ອະນຸຍາດໃຫ້ອົງການມະນຸດສະທຳສາມາດເດີນທາງເຂົ້າໃນປະເທດໄດ້.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

Yemen Cease Fire
please wait
Embed

No media source currently available

0:00 0:01:44 0:00

XS
SM
MD
LG