ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມຮຸນແຮງລະຫວ່າງ ຊາວ​ມຸສລິ​ມແລະຊາວພຸດ ໃນມຽນມາ (ວີດີໂອ)


BURMA VIOLENCE VO.mov
please wait
Embed

No media source currently available

0:00 0:00:45 0:00

ຄວາມຮຸນແຮງໃນມຽນມາ

ຄວາມ​ສະ​ງົບ​ແບບເຄັ່ງ​ຕຶງ​ໄດ້​ກັບ​ຄືນ​ສູ່​ໝູ່​ບ້ານຊາວມຽນ
ມາແຫ່ງ​ນຶ່ງໃນ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກ​ທີ່​ໄດ້ເກີດ​ຄວາມ​ຮຸນ​
ແຮງ​ລະຫວ່າງ​ຊົນ​ເຜົ່າ​ແລະ​ສາສະໜາ​ ​ເມື່ອ​ໄວໆ​ມາ​ນີ້.

ມີ​ຫຼາຍ​ກວ່າ 300 ຄົນ​ ບໍ່​ມີ​ທີ່ຢູ່​ອາ​ໄສ ຫຼັງ​ຈາກ​ທີ່​ຝຸງ​ຊົນ​ຊາວ
​ພຸດທີ່​ໂມ​ໂຫ​ໂທ​ໂສ ​ພາກັນ​ແລ່ນ​ອາ​ລະ​ລາດ ​ໄປ​ຕາມຫົນ
ທາງ​ທີ່​ຄັບ​ແຄບ​ ​ໃນບ້ານ Hton Gone ເມື່ອ​ວັນ​ເສົາ​ແລ້ວ​ນີ້ ແລະ​ຈູດ​ເຜົາ​ບ້ານ​ເຮືອນ​
ແລະຫ້າງ​ຮ້ານຂອງຊາວ​ມຸສລິ​ມ ຫລາຍ​ສິບ​ແຫ່ງ.

ການ​ກໍ່ຈະລາຈົນເລີ່​ມຂຶ້ນ ຫຼັງ​ຈາກ​ທີ່​ມີ​ຝູງ​ຊົນ​ພາ​ກັນ​ໄປ​ປິດ​ລ້ອມ​ສະຖາ​ນີຕໍາຫຼວດ​ແຫ່ງ
​ນຶ່ງ ຮຽກຮ້ອງ​ໃຫ້​ມອບ​ໃຫ້​ພວກ​ຕົນ ຜູ້​ຊາຍ​ມຸສລິ​ມຄົນ​ນຶ່ງທີ່​ຖືກ​ກ່າວ​ຫາ​ວ່າ ​ໄດ້​ລວນ​ລາມ
​ແມ່ຍິງ​ຊາວ​ພຸດ.

ທາງ​ການກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສ 12 ຄົນ​ທີ່ມີ​ສ່ວນ​ພົວພັນ​ກັບ​ການ​ກໍ່​
ຄວາມ​ຮຸນ​ແຮງ​ດັ່ງກ່າວ​ນີ້.

ປະ​ເທດມຽນມາ ​ທີ່ສ່ວນ​ໃຫຍ່​ຂອງປະຊາກອນ 60 ລ້ານ​ຄົນ​ ​ເປັນຊາວ​ພຸດ​ນັ້ນ​ ແມ່ນ​ໄດ້
​ພະຍາຍາມ​ຮັບ​ມື​ກັບ​ຄວາມ​ຮຸນ​ແຮ​ງ ລະຫວ່າງສາສະໜາ​ ມາ​ຕັ້ງ​ແຕ່​ຝ່າຍທະຫານ​ທີ່ປົກ
ຄອງ​ປະ​ເທດ​ມາ​ດົນ​ນານ ​ໄດ້ໂອນທະຫານ​ອໍານາດໃຫ້​ລັດຖະບານ​ພົນລະ​ເຮືອນ​ໃນ​ປີ
2011.

​ໄດ້ມີ​ຫຼາຍ​ກວ່າ 250 ຄົນ ຖືກ​ສັງຫານ​ໃນ​ປີ​ກາຍ​ນີ້ ​ແລະ​ອີກ 140 ພັນ​ຄົນ​ໄດ້ຍົກຍ້າຍ
​ໜີ​ຈາກ​ບ້ານ​ເຮືອນ ແລະບໍ່​ມີ​ທີ່ຢູ່​ອາ​ໄສ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ເປັນ​ຊາວ​ມຸສລິ​ມ.

​ໃນ​ລັດ​ Rakhine ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ໄດ້​ມີຄວາມ​ເຄ່ງຕຶງ​ຍ້ອນ​ການ
​ຂັດ​ແຍ້​ງ​ເລື່ອງ​ທີ່​ດິນ​ລະຫວ່າງ​ຊາວ​ພຸດ​ແລະ​ຊາວ​ມຸສລິ​ມ ​ແລະ​ການ​ກ່າວ​ຫາ​ວ່າ​ຊາວ
ມຸສລິມໄດ້​ເຂົ້າ​ໄປ​ຢູ່​ໃນປະ​ເທດ​ ໂດຍ​ຜິດ​ກົດໝາຍ.
XS
SM
MD
LG