ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູ​ດ​ພິ​ເສດ ສ​ປ​ຊ ກະ​ກຽມ ການ​ເຈ​ລະ​ຈາ​ ສັນ​ຕິ​ພາບ ທ່າມ​ກາງ​ການ​ສູ້​ລົບຮອບ​ໃໝ່ ໃນ​ເຢ​ເມນ


ຜູ້​ສະ​ໜັບ​ສະ​ໜູນລັດ​ຖະ​ບານເຢ​ເມນຄົນ​ນຶ່ງ​ ກຳ​ລັງ​ຍ່າງ​ຜ່ານ​ບ່ອນ​ເພ​ພັງ​ ຢູ່​ໃນ​ເຂດ​ອຸດ​ສາ​ຫະ​ກຳ​ ໃນ​ພາກ​ຕາ​ເວັນ​ອ​ອກ ຂອງ​ທ່າ​ເຮືອ​ໂຮ​ໄດ​ດາ ປະ​ເທດ​ເຢ​ເມນ.
ຜູ້​ສະ​ໜັບ​ສະ​ໜູນລັດ​ຖະ​ບານເຢ​ເມນຄົນ​ນຶ່ງ​ ກຳ​ລັງ​ຍ່າງ​ຜ່ານ​ບ່ອນ​ເພ​ພັງ​ ຢູ່​ໃນ​ເຂດ​ອຸດ​ສາ​ຫະ​ກຳ​ ໃນ​ພາກ​ຕາ​ເວັນ​ອ​ອກ ຂອງ​ທ່າ​ເຮືອ​ໂຮ​ໄດ​ດາ ປະ​ເທດ​ເຢ​ເມນ.

ທູ​ດ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ມາ​ຕິນ ກ​ຣິບ​ຟິດ​ສ໌ ໄດ້​ເດີນ​ທາງໄປ
ຢ້ຽມ​ຢາມ​ປະ​ເທດ​ເຢ​ເມນທີ່​ປະ​ສົບ​ກັບ​ໄພ​ສົງ​ຄາມ ໃນ​ວັນ​ພຸດ​ວານນີ້ ເພື່ອ​ກະກຽມ​ເປີດ
ການ​ເຈ​ລະ​ຈາ​ສັນ​ຕິ​ພາບຫຼັງ​ຈາກ​ການ​ສູ້​ລົບ​ກັນ​ຮອບ​ໃໝ່​ໄດ້​ລະ​ເບີດ​ຂຶ້ນທີ່​ເມືອງ
​ທ່າ​ໂຮ​ໄດ​ດາ.

ທ່ານກ​ຣິບ​ຟິດ​ສ໌ ມີ​ໝາຍ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຮູ​ຕີ ທີ່​ເປັນ​ພັນ​ທະ​ມິດ
​ກັບ​ອີ​ຣ່ານຢູ່​ທີ່​ນະ​ຄອນ​ຫຼວງ​ຊາ​ນາ​ອາ ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊັກ​ຊວນ​ໃຫ້ພວກ
​ເຂົາ​ເຈົ້າ ແລະ​ລັດ​ຖະ​ບານເຢ​ເມນທີ່​ໄດ້​ຮັບ​ການ​ໜູນ​ຫຼັງຈາກ​ຊາ​ອຸ​ດີ ອາ​ຣາ​ເບຍ ເລີ້ມ
​ເຈ​ລະ​ຈາ​ກັນ​ທີ່​ປະ​ເທດ​ສະ​ວີ​ເດັນ ພາຍ​ໃນ​ທ້າຍ​ປີນີ້.

ເມື່ອ​ໄວໆ​ມານີ້ ທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນ ​ຕໍ່​ການ​ດຳ​ເນີນ
​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານກ​ຣິບ​ຟິດ​ສ໌ ແຕ່​ການ​ລະ​ເບີດ​ຂຶ້ນ​ຂອງ​ຄວາມ​ຮຸນແຮງ ​ລຸນ​
ຫຼັງ​ທີ່​ໄດ້​ມີ​ຄວາມ​ສະ​ຫງົບ​ມາ​ຊົ່ວ​ໄລ​ຍະ​ນຶ່ງ ​ພາ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້ ທີ່ອາດ​ຈະ​ເຮັດ
​ໃຫ້​ການ​ເຈ​ລະຈາ​ພັ​ງ​ທະ​ລາຍ​ລົງ.

ເຈົ້າ​ໜ້າ​ທີ່​ທະ​ຫານ​ຂອງ​ເຢ​ເມນ ໄດ້​ກ່າວ​ຫາ​ພວກ​ຮູ​ຕີໃນ​ວັນ​ຈັນ​ຜ່ານ​ມານີ້​ວ່າ ຍິງ​ໂຈມ
​ຕີ​ຕໍ່​ພາກ​ຕາ​ເວັນ​ອອກ​ ຂອງ​ເມືອງ​ໂຮ​ໄດ​ດາ. ກອງ​ກຳ​ລັງ​ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ
ແມ່ນ​ໄດ້​ຕອບ​ໂຕ້​ຄືນ​ແລະເຮືອ​ບິນ​ລົບອາຍ​ພົ່ນຂອງກຳ​ລັງ​ປະ​ສົມ ທີ່​ນຳ​ພາ​ໂດຍ​ຊາ​ອຸ​ດີ
ກໍ​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ.

ເ​ຈົ້າ​ໜ້າ​ທີ່​ລັດ​ຖະ​ບານເຢ​ເມນ ໄດ້​ກ່າວ​ຫາພວກ​ຮູ​ຕີ ຍິງ​ຈະ​ຫຼວດເຂົ້າ​ໃສ່ດິນ​ແດນ ຂອງ
​ຊາ​ອຸ​ດີ ໂດຍກ່າວ​ວ່າ ​ຈະ​ຫຼວດ​ດັ່ງ​ກ່າວ​ຍິງໄປ​ບໍ່​ເຖິງ​ເປົ້າ​ໝາຍ​ ແລ້ວກໍ​ຕົກ​ລົງ​ໃສ່​ເຢເມນ​.

​ທີ່​ນະ​ຄອນ​ນິວຢອກ ອັງ​ກິດ ຊຶ່ງ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ
​ປະ​ຊາ​ຊາດໄດ້​ນຳຮ່າງຍັດ​ຕິອອກ​ເຜີຍ​ແຜ່ໃຫ້​ແກ່​ສະ​ມາ​ຊິກ​ຂອງສະພາ​ດັ່ງກ່າວເພື່ອ
ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງໃນ​ເຢ​ເມນ, ຍຸ​ຕິ​ການ​ໂຈມ​ຕີ​ຕໍ່ເຂດ​ທີ່​ມີພົນ​ລະ​ເຮືອນອາ​ໄສ​ຢູ່
ແລະ​ບໍ່​ໃຫ້​ກີດ​ກັນການ​ສົ່ງການ​ຊ່ວຍ​ເຫຼືອ​ເຂົ້າ​ໄປ​ໃນ​ເມືອງ​ໂຮ​ໄດ​ດາ.

ອ່​ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG