ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດ​ພິ​ເສດ ສປຊ ວາງແຜນ ຈັດການເຈລະຈາ ສັນຕິພາບ ຊີເຣຍ ໃນວັນທີ 20 ກຸມພາ


ທູດ​ພິ​ເສດສະຫະ​ປະຊາ​ຊາດ ຮັບຜິດ​ຊອບ​ກ່ຽວ​ກັບ​ເລື່ອງ​ຊີ​ເຣຍ ທ່ານ Staffan de Mistura ຜູ້ໄກ່ເກ່ຍ ສັນຕິພາບ ສຳລັບຊີເຣຍ.
ທູດ​ພິ​ເສດສະຫະ​ປະຊາ​ຊາດ ຮັບຜິດ​ຊອບ​ກ່ຽວ​ກັບ​ເລື່ອງ​ຊີ​ເຣຍ ທ່ານ Staffan de Mistura ຜູ້ໄກ່ເກ່ຍ ສັນຕິພາບ ສຳລັບຊີເຣຍ.

ທູດ​ພິ​ເສດສະຫະ​ປະຊາ​ຊາດ ຮັບຜິດ​ຊອບ​ກ່ຽວ​ກັບ​ເລື່ອງ​ຊີ​ເຣຍ ທ່ານ Staffan de Mistura ກ່າວ​ວ່າ ທ່ານ​ຫວັງ​ວ່າຈະ​ເປີດ​ການ​ເຈລະຈາ​ສັນຕິພາບ​ໃນ​ຊີ​ເຣຍ ​ໃນ​ວັນ​
ທີ 20 ກຸມພາ​ຈະ​ມານີ້.

ການ​ເຈລະຈາ​ສັນຕິພາບ​ທີ່​ນະຄອນ​ເຈ​ນີວາ ຕົ້ນຕໍ​ແລ້ວ​ແມ່ນ​ຈະ​ໄຂຂຶ້ນ​ໃນ​ວັນ​ທີ 8
ກຸມພາແຕ່​ທ່ານ De Mistura ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ທ່ານ​ບໍ່​ຄິດ​ວ່າ ຄະນະ
​ຜູ້​ແທນ​ຂອງ​ພວກ​ຝ່າຍ​ຄ້ານສາມາດ​ນຳ​ສະ​ເໜີ​ລາຍ​ຊື່​ຂອງ​ພວກ​ທີ່​ເຂົ້າ​ຮ່ວມ ທັນ​ເວລາ. ນອກ​ນັ້ນ ທ່ານ​ຍັງ​ກ່າວ​ວ່າ ຖ້າ​ຫາກ​ບໍ່​ທັນ​ມີ​ລາຍ​ຊື່ ​ພາຍ​ໃນ​ວັນ​ທີ 8 ກຸມພາ​ແລ້ວ ທ່ານ
​ກໍ​ຈະ​ປະກອບ​ລາຍ​ຊື່​ດ້ວຍ​ຕົວ​ທ່ານ​ເອງ ​ແລະ​ຮວມ​ເອົາ​ທຸກ​ພັກ ຝ່າຍໃຫ້​ຫລາຍ​ເທົ່າ
​ທີ່​ເປັນ​ໄປ​ໄດ້.

ທ່ານ De Mistura ​ໄດ້​ແຈ້ງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ
ຊາບ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ຂັ້ນຕອນ​ການ​ສ້າງສັນ​ຕິ​ພາບ ຊຶ່ງ​ຮວມທັງ​ການ ​
ເຈລະຈາ​ໃນ​ເດືອນ​ແລ້ວ ທີ່​ກາ​ຊັກ​ສະຖານ ລະຫວ່າງ​ລັດຖະບານ​ຊີ​ເຣຍ​ ແລະ ​
ສະມາ​ຊິກຂອງ​ພວກ​ຕໍ່ຕ້ານ​ທີ່​ປະກອບ​ອາວຸດ.

ການ​ເຈລະຈາ​ດັ່ງກ່າວ​ໄດ້​ສິ້ນສຸດ​ລົງ ​ໂດຍ​ທີ່ຣັດ​ເຊຍ ​ເທີ​ກີ ​ແລະ​ອີຣ່ານ ​ໄດ້​ຕົກລົງ
ທີ່​ຈະ​ຮັບ​ໜ້າ​ທີ່​ເປັນ​ຜູ້​ສັງ​ເກດ​ການ​ ຂອງ​ຂໍ້​ຕົກລົງ​ຢຸດ​ຍິງ​ເປັນ​ບາງ​ສ່ວນ ​ເມື່ອ ​ເດືອນ
​ທັນວາ​ທີ່​ຜ່ານ​ມາ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ເຈລະຈາ​ທີ່​ກາ​ຊັກ​ສະຖານ ​
ແມ່ນ​ບາດກ້າວ​ໄປ​ສູ່ “ການ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຢຸດ​ຍິງ” ​ ແລະ​ໄດ້​
ສະ​ແດງ​ຄວາມ​ຫວັງ​ອອກ​ມາ​ວ່າ ມັນ​ອາດ​ຈະ​ນຳ​ໄປ​ສູ່​ຄວາມກ້າວໜ້າ ​ໃນ​ການ​ຊອກ
ຫາ​ການ​ແກ້​ໄຂ​ທາງ​ການ​ເມືອງ ຕໍ່​ບັນຫາ​ຂັດ​ແຍ້​ງ​ ໃນ​ຊີ​ເຣຍ ທີ່​ດຳ​ເນີນ​ມາ​ເປັນ
​ເວລາ 6 ປີ​ແລ້ວນັ້ນ.

ສະພາ​ຄວາມ​ໝັ້ນຄົງ​ສະໜັບສະໜຸນ​ໂຄງ​ຮ່າງ​ທີ່​ປະກອບ​ດ້ວຍ​ຫຼາຍໆ​ຢ່າງທີ່​ຮວມ
ທັງການ​ຢຸດ​ສູ້​ລົບ​ກັນ​ໂດຍສິ້ນ​ເຊີງ ​ແລະ​ການ​ໂອນ​ອຳນາດ​ທາງ​ການ​ເມືອງ ​ທີ່​ນຳພາ​
ໂດຍ​ຊີ​ເຣຍ ດ້ວຍ​ລັດຖະທຳ​ມະນູນ​ສະບັບ​ໃໝ່ ​ແລະ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ ຂຶ້ນ​ໃໝ່.

Syria Peace Talks
please wait
Embed

No media source currently available

0:00 0:01:56 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG