ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ​ພິ​ເສດ​ ສິດທິ​ມະນຸດ​ ສປຊ ​ຢ້ຽມຢາມ ຊາວໂຣຮິງ​ຢາ ທີ່ ລັດຣາຄາຍ (ວີດີໂອ)


Tomas Ojea Quintana (ກາງ) ຢ້ຽມຢາມຊາວໂຣຮິງ​ຢາ
ໃນມຽນມາ
Tomas Ojea Quintana (ກາງ) ຢ້ຽມຢາມຊາວໂຣຮິງ​ຢາ ໃນມຽນມາ
ທູດ​ພິ​ເສດ​ຝ່າຍສິດທິ​ມະນຸດ​ຂອງ​ອົງການສະຫະ​ປະຊາ​ຊາດ ​ໄດ້​ທໍາ
ການ​ຢ້ຽມຢາມ ລັດຣາຄາຍ (Rakhine) ​ຫຼັງ​ຈາກ​ທີ່​ໄດ້​ເກີດ​ຄວາມ​
ຮຸນ​ແຮງ​ອີກ​ບັ້ນ​ນຶ່ງ​ ໃນ​ເຂດດັ່ງກ່າວ.

ທ່ານ Thomas Ojea Quintana ຜູ້​ທີ່ໄດ້ຮັບ​ມອບ​ໝາຍ​ໃຫ້​ເຮັດ
​ລາຍ​ງານກ່ຽວ​ກັບ​ເລື້ອງ​ນີ້ ໄດ້​ເລີ້ມຕົ້ນການ​ຢ້ຽມຢາມ​ເປັນ​ເວລາ 11 ມື້
​ໃນລັດ Rakhine ​ ໃນວັນ​ຈັນຜ່ານ​ມາ​ນີ້ ບໍ່​ເທົ່າ​ໃດ​ມື້ ຫຼັງຈາກ​ໄດ້ເກີດ
​ເຫດການຕໍາຫຼວດ​ຍິງໃສ່ພວກ​ປະ​ທ້ວງ​ ທີ່​ພະຍາຍາມຈະ​ເຂົ້າໄປ​ເອົາ
​ສົບ​ຂອງ​ຊາວປະມົງມຸສລິ​ມ​ເຜົ່າໂຣຮິງ​ຢາ ຄົນ​ນຶ່ງ.

​ໃນ​ລະຫວ່າງການ​ຢ້ຽມຢາ​ມຄ້າຍ​ຂອງ​ພວກອົບພະຍົບຊາວມຸສລິ​ມ​
ເຜົ່າໂຣຮິງ​ຢານັ້ນ ທ່ານ Quintana ໄດ້ຮ້ອງຂໍໃຫ້ພວກທີ່ຢູ່ອາໄສຢູ່ທີ່ນັ້ນ ​ໃຫ້​ຈັດ​ຕັ້ງ​ກັນ​ເພື່ອ​ຊ່ວຍ
​ຊອກຫາທາງ ອອກຢ່າງສັນຕິ ຕໍ່ຄວາມ​ຮຸນ​ແຮງ ​ແລະທ່ານບອກພວກເຂົາເຈົ້າວ່າ:“ມັນສໍາຄັນ
ຫລາຍ​ທີ່​ຂ້າພະ​ເຈົ້າ​ຕ້ອງ​ມາທີ່ນີ້ ມາຮັບຟັງພວກທ່ານ ມາ​ເບິ່ງມາຟັງວ່າສະພາບການ
ເປັນ​ຄື​ແນວ​ໃດ. ​ມັນເປັນພາລະຂອງຂ້າພະເຈົ້າ ເປັນໜ້າທີ່ຂອງຂ້າພະເຈົ້າ ກໍ​ຄື​ເລື້ອງ
ສິດທິມະນຸດ.”




ທ່ານຍັງໄດ້ພົບປະກັບສະມາຊິກຂອງຜູ້ນໍາປະຊາຄົມຊາວພຸດໃນລັດ
Rakhine ແລະບັນດາເຈົ້າໜ້າທີ່ຂັ້ນອາວຸໂສປະຈໍາລັດນໍາ. ​ໃນ​ລະ
ຫວ່າງ​ທາງ​ໄປ​ຍັງສະໜາມບິນນັ້ນ ຂະບວນລົດຂອງທ່ານ ໄດ້​ແລ່ນ
ຜ່ານຊາວຣາຄາຍ​ພື້ນ​ເມືອງ​ກຸ່ມ​ນຶ່ງ ທີ່​ພາກັນປະທ້ວງຕໍ່ການຢ້ຽມ
ຢາມຂອງທ່ານ.


ຄວາມ​ຮຸນ​ແຮງລະຫວ່າງຊາວມຸສລິ​ມ ແລະຊາວພຸດໃນລັດ Rakhine ປີກາຍນີ້ໄດ້ສັງຫານ
ຫຼາຍກວ່າ 200 ຄົນ ແລະເຮັດໃຫ້ຜູ້ຄົນຫຼາຍກວ່າ 140 ພັນຄົນ ຕ້ອງ​ໄດ້​ອົບພະຍົບໜີ​ຈາກ
​ບ້ານ​ເຮືອນ ແລະບໍ່ມີທີ່ຢູ່ອາໄສ ການປະທະກັນລະຫວ່າງຕໍາຫຼວດແລະສະມາຊິກຂອງ
ປະຊາຄົມໂຣຮິງ​ຢາ ໃນອາທິດແລ້ວນີ້ໄດ້ຍັງ​ຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະບາດເຈັບ
ຫຼາຍຄົນ.

ຫຼັງຈາກການຢ້ຽມຢາມລັດ Rakhine ທ່ານ Quintana ​ໄດ້​ອອກ​ເດີນທາງ​ໄປຍັງຢ່າງ​ກຸ້ງ
​ເພື່ອ​ພົບ​ປະ​ກັບ​ອົງການ Civil Society ຊຶ່ງ​ເປັນ​ອົງການ​ແມ່​ ທີ່​ຕາງໜ້າອົງການ​ສິດທິ​ມະນຸດ​
ແລະ​ນິຍົມປະຊາທິປະ​ໄຕ ຫຼາຍ​ກຸ່ມດ້ວຍ​ກັນ.

UN BURMA VOSOT.mov
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG