ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ສປຊ ຢ້ຽມຢາມ ຣັດເຊຍ ເພື່ອ ເຈລະຈາ ເລື້ອງການຢຸດຍິງ ໃນຊີເຣຍ


​ລັດ​ຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov (ຊ້າຍ) ແນະນຳທູດພິເສດ ສປຊ ທ່ານ Staffan de Mistura ໃນກອງປະຊຸມເຈລະຈາສັນຕິພາບ ກ່ຽວກັບຊິເຣຍ ໃນ Moscow, ຣັດເຊຍ, 3 ພຶດສະພາ, 2016.
​ລັດ​ຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov (ຊ້າຍ) ແນະນຳທູດພິເສດ ສປຊ ທ່ານ Staffan de Mistura ໃນກອງປະຊຸມເຈລະຈາສັນຕິພາບ ກ່ຽວກັບຊິເຣຍ ໃນ Moscow, ຣັດເຊຍ, 3 ພຶດສະພາ, 2016.

ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ຊັກ​ຊວນໃຫ້ພັກ​ຝ່າຍ​ຕ່າງໆ ​ໃນ​ສົງຄາມ​ກາງ​ເມືອງ​ ຢູ່​ຊີ​ເຣຍ ​ໃຫ້​ຄວາມ​ໝັ້ນໝາຍ​ອີກ​ເທື່ອນຶ່ງ ​ເພື່ອ​ຢຸດ​ເຊົາ​ການ​ເປັນ​ປໍ​ລະ​ປັກ​ກັນນັ້ນ ​ໃນ​ວັນ​ອັງຄານ​ມື້ນີ້ ​ໄດ້​ມີ​ຂຶ້ນຢູ່​ນະຄອ​ນ​ມົສກູ ບ່ອນ​ທີ່​ລັດ​ຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໄດ້​ເປັນ​ເຈົ້າພາບ​ຕ້ອນຮັບ​ທູດ​ພິ​ເສດ​ສະຫະປະຊາ​ຊາດ ທ່ານ Staffan de Mistura ​ເພື່ອ​ປຶກສາ​ຊອກ​ຫາ​ຊ່ອງ​ທາງ​ໃຫ້​ມີການ​ຢຸດ​ຍິງ​ຄືນ​ໃໝ່ ຢູ່​ໃນ​ຊີ​ເຣຍ.

ການ​ຢຸດ​ຍິງ​ລະຫວ່າງ​ກຳລັງ​ນິຍົມ​ລັດຖະບານ ​ແລະ​ພວກ​ນັກ​ລົບ​ຕໍ່ຕ້ານໄດ້​ມີ​ຜົນ​ບັງຄັບ​ໃຊ້​ເມື່ອ​ທ້າຍ​ເດືອນ​ກຸມພາ​ຜ່ານ​ມາ ຊຶ່ງໄດ້ເຮັດ​ໃຫ້ຄວາມ​ຮຸນ​ແຮງ​ຫລຸດ​ລົງ​ຢ່າງ​ຫລວງຫຼາຍ​ ​ແຕ່​ການ​ຢຸດ​ຍິງ​ໄດ້​ຄ່ອຍໆ​ໝົດ​ປະສິດທິ​ພົບ​ລົງ ​ໃນ​ຂະນະ​ທີ່​ມີ ການ​ກ່າວ​ຫາ​ວ່າ​ ທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ລະ​ເມີດ​ການ​ຢຸດ​ຍິງ​ ຊ້ຳ​ແລ້ວ​ຊ້ຳ​ອີກ. ການ​ສູ້​ລົບ​ກັນ​ແມ່ນ​ຮ້າຍ​ແຮງ​ສຸດ​ຢູ່​ທີ່​ເມືອງ Aleppo ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ບ່ອນ​ທີ່​ຝ່າ​ຍລັດຖະບານ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ ກາດແລະ​ພວກ​ກະບົດ​ກໍ​ໄດ້​ຍິງປືນ​ໃຫຍ່​ຖະຫລົ່ມ ທີ່​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດຫຼາຍ ຮ້ອຍ​ຄົນ​ໃນ​ຮອບ​ອາທິດ​ທີ່​ຜ່ານ​ມານີ້.

ທູດພິເສດອົງການສະຫະປະຊາຊາດ ທ່ານ Staffan de Mistura, ຂວາ, ຮັບຟັງຄຳລາຍງານຂອງພະນັກງານຂອງທ່ານ ກ່ອນກອງປະຊຸມກ່ຽວກັບ ການເຈລະຈາສັນຕິພາບໃນຊິເຣຍ ໃນນະຄອນ Geneva, Switzerland, 26 ເມສາ, 2016.
ທູດພິເສດອົງການສະຫະປະຊາຊາດ ທ່ານ Staffan de Mistura, ຂວາ, ຮັບຟັງຄຳລາຍງານຂອງພະນັກງານຂອງທ່ານ ກ່ອນກອງປະຊຸມກ່ຽວກັບ ການເຈລະຈາສັນຕິພາບໃນຊິເຣຍ ໃນນະຄອນ Geneva, Switzerland, 26 ເມສາ, 2016.

ທຳນຽບຂອງ​ທ່ານ Lavrov ກ່າວ​ວ່າ ທ່ານ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ໃນ​ວັນ​ຈັນ ວານ​ນີ້ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ແລະ ພວກ​ທ່ານ​ທັງ​ສອງ​ໄດ້​ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ ປະຕິບັດ​ຕາມ​ການ​ຢຸດ​ຍິງ​ຢ່າງ​ເຄັ່ງຄັດ.

ການ​ຮຽກຮ້ອງ​ດັ່ງກ່າວ​ໄດ້​ມີ​ຂຶ້ນ ຫຼັງ​ຈາກ​ທ່ານ Kerry ​ໄດ້​ພົບ​ປະ​ກັບ​ທ່ານ de Mistura ທີ່​ນະຄອນ​ເຈ​ນີວາ ບ່ອນ​ທີ່​ທ່ານ​ກ່າວ​ວ່າ ສະຫະລັດ​ແລະ​ບັນດາ​ປະ ​ເທດ​ພາຄີ​ໄດ້​ປຶກສາ​ຫາລື​ກັນ ກ່ຽວ​ກັບ​ຂໍ້​ສະ​ເໜີ​ຫລາຍໆ​ສະບັບ ​ເພື່ອຍຸຕິ​ຄວາມ ຮຸນ​ແຮງ​ທີ່​ກຳລັງ​ເພີ້ມທະວີ​ຂຶ້ນຢູ່​ນັ້ນ. ທ່ານ Kerry ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ ວ່າ ຂໍ້​ສະ​ເໜີ​ເຫລົ່ານັ້ນມີ​ຫຍັງ​ແດ່.

ລາຍ​ງານ​ຂ່າວ​ທີ່​ອ້າງ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ສະຫະລັດ ທີ່​ຂໍ​ສະຫງວນ​ຊື່ ທີ່​ກ່າວ​ວ່າ ສະຫະ ລັດ​ກຳລັງ​ພິຈາລະນາວາງ​ແຜນ​ທີ່​ຈະ​ຈັດຕັ້ງ ​ເຂດ​ປອດ​ໄພ​ຂຶ້ນ ​ທີ່​ໄດ້​ໝາຍ​ໄວ້ໂດຍ​ພວກ​ຫົວ​ແຂງ​ກະດ້າງ ທີ່​ຈະ​ສະໜອງ​ບ່ອນ​ລີ້​ໄພ ​ສຳລັບ​ພົນລະ ​ເຣືອນ​ແລະ​ສະມາຊິກ​ຂອງ​ພວກ​ຕໍ່ ຕ້ານ​ທີ່​ນິຍົມ​ແນວທາງ​ປານ​ກາງ.

ພະນັກງານສະພາກາແດງທຳການສຳຫຼວດເບິ່ງອຸບປະກອນທາງການແພດ ໃນະຖານທີ່ທີ່ຖືກທຳລາຍໃນເຂດ Tariq al-Bab ຄຸ້ມບ້ານໃນເມືອງ Aleppo, Syria, 30 ເມສາ, 2016.
ພະນັກງານສະພາກາແດງທຳການສຳຫຼວດເບິ່ງອຸບປະກອນທາງການແພດ ໃນະຖານທີ່ທີ່ຖືກທຳລາຍໃນເຂດ Tariq al-Bab ຄຸ້ມບ້ານໃນເມືອງ Aleppo, Syria, 30 ເມສາ, 2016.

ການ​ຮຽກຮ້ອງ​ດັ່ງກ່າວ​ໄດ້​ມີ​ຂຶ້ນ ຫຼັງ​ຈາກ​ທ່ານ Kerry ​ໄດ້​ພົບ​ປະ​ກັບ​ທ່ານ de Mistura ທີ່​ນະຄອນ​ເຈ​ນີວາ ບ່ອນ​ທີ່​ທ່ານ​ກ່າວ​ວ່າ ສະຫະລັດ​ແລະ​ບັນດາ​ປະ ​ເທດ​ພາຄີ​ໄດ້​ປຶກສາ​ຫາລື​ກັນ ກ່ຽວ​ກັບ​ຂໍ້​ສະ​ເໜີ​ຫລາຍໆ​ສະບັບ ​ເພື່ອຍຸຕິ​ຄວາມຮຸນ​ແຮງ​ທີ່​ກຳລັງ​ເພີ້ມທະວີ​ຂຶ້ນຢູ່​ນັ້ນ. ທ່ານ Kerry ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ ວ່າ ຂໍ້​ສະ​ເໜີ​ເຫລົ່ານັ້ນມີ​ຫຍັງ​ແດ່.

ລາຍ​ງານ​ຂ່າວ​ທີ່​ອ້າງ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ສະຫະລັດ ທີ່​ຂໍ​ສະຫງວນ​ຊື່ ທີ່​ກ່າວ​ວ່າ ສະຫະ ລັດ​ກຳລັງ​ພິຈາລະນາວາງ​ແຜນ​ທີ່​ຈະ​ຈັດຕັ້ງ ​ເຂດ​ປອດ​ໄພ​ຂຶ້ນ ​ທີ່​ໄດ້​ໝາຍ​ໄວ້ໂດຍ​ພວກ​ຫົວ​ແຂງ​ກະດ້າງ ທີ່​ຈະ​ສະໜອງ​ບ່ອນ​ລີ້​ໄພ ​ສຳລັບ​ພົນລະ ​ເຣືອນ​ແລະ​ສະມາຊິກ​ຂອງ​ພວກ​ຕໍ່ຕ້ານ​ທີ່​ນິຍົມ​ແນວທາງ​ປານ​ກາງ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG