ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດ​ພິ​ເສດ ສປຊ. ຮຽກຮ້ອງໃຫ້ ເປີດການ​ເຈລະຈາ​ ສັນຕິພາບ ໃນຊີເຣຍ ອີກ​ຮອບນຶ່ງ​


UN Syria
please wait
Embed

No media source currently available

0:00 0:00:56 0:00

[ທູດ​ພິ​ເສດຂອງອົງການ​ສະຫະ​ປະຊາ​ຊາດ ຮັບຜິດຊອບ​ເລື້ອງ​ຊິ​ເຣຍ ​ກ່າວ​ວ່າ ​ທ່ານ​ວາງ​ແຜນ​ທີ່​ຈະ​ຈັດການ​ເຈລະຈາ​ສັນຕິພາບ ອີກ​ຮອບນຶ່ງ​ໃນ​ເດືອນ​ໜ້ານີ້ ​ແຕ່ຮຽກຮ້ອງ​ໃຫ້​ມີ​ການ​ ​“ຟື້ນ​ຟູ” ການ​ຢຸດ​ຍິງ ກ່ອນ​ທີ່​ຈະ​ມີ​ການກຳນົດວັນ​ເວລາ.

ທ່ານ Staffan de Mistura ​ໄດ້ໃຫ້​ຄວາມ​ຄິດ​ຄວາມ​ເຫັນດັ່ງກ່າວ ​ໃນ​ວັນ​ພະຫັດ​ມື້ນີ້ ຫຼັງ​ຈາກ​ທີ່ໄດ້​ລາຍ​ງານ​ໃຫ້​ສະພາ​ຄວາມ​ໝັ້ນຄົງຊາບ​ກ່ຽວ​ກັບ​ການ​ເຈລະຈາ​ນີ້. ທ່ານ​ໄດ້​ກ່າວ​ວ່າ ການ​ໂອ້​ລົມ​ສົນທະນາ ​ແມ່ນ​ໄດ້​ຮັບ​ການ​ສະໜັບສະໜຸນ ​ເຖິງ​ແມ່ນ​ວ່າຄວາມ​ຮຸນ​ແຮງ​ຍັງ​ສືບ​ຕໍ່ເພີ້ິ້ມທະວີ​ຂຶ້ນ ໃນ​ຊີ​ເຣຍ ກໍ​ຕາມ.

ຄວາມ​ຮຸນ​ແຮງ​ທີ່​ວ່າ​ນີ້​ແມ່ນຮວມທັງການ​ໂຈມ​ຕີ​ຄັ້ງໃໝ່ຕໍ່​ໂຮງພະຍາບານ​ໃນເມືອງ Alep- po ​ໃນ​ແລ​ງວັນ​ພຸດ​ວານ​ນີ້ ທີ່​ໄດ້​ສັງຫານຢ່າງ​ນ້ອຍ 20 ຄົນຮວມທັງພະນັກງານ​ໂຮງພະຍາ ບານ 3 ຄົນ. ລາຍ​ງານ​ຈາກ​ສະຖານ​ທີ່​ເກີດ​ເຫດ​ແຈ້ງ​ວ່າ ນຶ່ງ​ໃນ​ພວກ​ເຄາະ​ຮ້າຍ ນັ້ນ​ແມ່ນ ທ່ານໝໍ ເດັກນ້ອຍ​ ຊຶ່ງເປັນ​ພຽງ​ນາຍ​ໝໍດ້ານ​ນີ້ພຽງຄົນດຽວ​ເທົ່າ​ນັ້ນ ໃນຂົງ​ເຂດ​ທີ່​ຄວມຄຸມໂດຍພວກ ຕໍ່ຕ້ານ​ລັດຖະບານ ແລະ​ຜູ້ເຄາະ​ຮ້າຍ​ອີກ​ຄົນ​ນຶ່ງ​ແມ່ນ​ເດັກນ້ອຍ.

ຊາຍຜູ້ນຶ່ງທຳການຍົກຍ້າຍຢາຢູ່ຂ້າງໃນໂຮງພະຍາບານ al-Quds ຫຼັງຈາກທີ່ໄດ້ຖືກໂຕມຕີທາງອາກາດ, ໃນຂົງເຂດທີ່ຄວບຄຸມໂດຍຝ່າຍຄ້ານ ທີ່ເມືອງ Aleppo, 28 ເມສາ, 2016.
ຊາຍຜູ້ນຶ່ງທຳການຍົກຍ້າຍຢາຢູ່ຂ້າງໃນໂຮງພະຍາບານ al-Quds ຫຼັງຈາກທີ່ໄດ້ຖືກໂຕມຕີທາງອາກາດ, ໃນຂົງເຂດທີ່ຄວບຄຸມໂດຍຝ່າຍຄ້ານ ທີ່ເມືອງ Aleppo, 28 ເມສາ, 2016.

ຖ້າ​ເວົ້າ​ເຖິງ​ການ​ໂຈມ​ຕີ​ທີ່ວ່າ​ນີ້ ​ແລະ​ການ​ໂຈມ​ຕີ​ຄັ້ງ​ອື່ນ​ໆ​ທີ່​ຄ້າຍຄື​ກັນ​ນີ້ ທ່ານ de Mistu- ra ​ໄດ້ຕັ້ງຄຳ​ຖາມ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ “ພວກ​ເຮົາຈະ​ມີ​ການ​ເຈລະຈາ​ກັນ​ແບບ​ມີໝາກ ຜົນ​ ໄດ້​ ຢ່າງ​ໃດ ຖ້າ​ຫາກ​ວ່າ​ພວກ​ເຮົາມີ​ແຕ່​ຂ່າວ ການຖິ້ມລະ​ເບີດ​ແລະ​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ກັນ.”
​ໃນ​ວັນ​ພຸດ​ວານ​ນີ້ຣັດ​ເຊຍ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ ​ລົງ​ໂທດ​ບັນດາ​ກຸ່ມ​ຕໍ່​ຕ້ານລັດຖະບານ​ ທີ່​ມີ​ການ​ພົວພັນ ກັບ​ການເຈລະຈາ​ສັນຕິພາບ​.

​ເອກ​ອັກຄະ​ລັດຖະທູດ Vitaly Churkin ​ໄດ້​ກ່າວ​ຫາ​ກຸ່ມ Jaish al-Islam ​ແລະ​ກຸ່ມຕໍ່ ຕ້ານລັດຖະບານ​ ກຸ່ມທີສອງ ທີ່​ເອີ້ນ​ວ່າ Ahrar al-Sham ມີ​ການ “ພົວພັນຢ່າງໃກ້ຊິດ” ​ກັບກຸ່ມ​ລັດ​ອິສລາມ ​ແລະ​ກຸ່ມ al-Qaida.

ກຸ່ມ Jaish al-Islam ​ເປັນ​ກຸ່ມ​ທີ່​ສຳຄັນ​ສຸດ ຂອງ​ບັນດາກຸ່ມ​ທີ່​ປະ​ເທດ​ຕາ​ເວັນ​ຕົກ ​ແລະ​ອາ​ຣັບ​ໃຫ້ການໜຸນ​ຫຼັງ​ ຢູ່​ໃນຄະນະ​ເຈລະຈາ​ຂັ້ນ​ສູງ ທີ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຕັ້ງ​ຂຶ້ນ​ໃນ​ປີ​ກາຍ​ນີ້ ເພື່ອ​ຫາ​ທາງ​ແກ້​ໄຂ​ກ່ຽວ​ກັບ​ວິ​ກິດ​ການ​ທາງ​ການ​ເມື​ອງ ​ໃນ​ສົງຄາມ​ກາງ​ເມື​ອງ​ຢູ່ໃນ​ຊິ​ເຣຍ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG