ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢ​ເມນ ກັບພວກ​ກະ​ບົດ​ຮູ​​ຕີ ໄດ້​ຕົກ​ລົງ​ກັນເລື້ອງການຖອນ​ກຳ​ລັງຮ່ວ​ມ​ກັນ​ຈາກ​ ໂຕເມືອງ​ໂຮ​ເດ​ດາຣ


ທູດ​ພິ​ເສດ​ສຳລັບ​ເຢ​ເມນ ທ່ານ​ມາ​ຣ​ຕິນ ກ​ຣິ​ຟ​ຟິ​ສ​ ກາງ ໄປ​ເຖິງ​ເມືອງ​ຊາ​ນາ ເຢ​ເມນ ວັນ​ທີ 2 ກໍ​ລະ​ກົດ 2018.
ທູດ​ພິ​ເສດ​ສຳລັບ​ເຢ​ເມນ ທ່ານ​ມາ​ຣ​ຕິນ ກ​ຣິ​ຟ​ຟິ​ສ​ ກາງ ໄປ​ເຖິງ​ເມືອງ​ຊາ​ນາ ເຢ​ເມນ ວັນ​ທີ 2 ກໍ​ລະ​ກົດ 2018.

ພວກ​ເຈົ້າ​ໜ້າ​ທີ່​ເຢ​ເມນ ແລະພວກ​ກະ​ບົດ​ຮູຕີ ໄດ້​ຕົກ​ລົງ​ກັນໃນຂັ້ນ​ຕອນ​ທີ 1 ​ຂອງ​ການ
ຖອນ​ກຳ​ລັງ​ຄືນຮ່ວ​ມ​ກັນ​ຈາກ​ໂຕເມືອງ​ໂຮ​ເດ​ດາຣ ທີ່​ສຳ​ຄັນ ທີ່​ບັນ​ດາ​ນັກ​ເຈ​ລະ​ຈາ​ສະ
​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກາດ​ໃນ​ວັນ​ອາ​ທິດ​ວານ​ນີ້.

ໂດຍປາດ​ສະ​ຈາກ​ລາຍ​ລະ​ອຽດ​ໃດໆ​ຂອງ​ຂໍ້​ຕົກ​ລົງ ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ປະ​ຊາ​ຊາດ
ເອີ້ນວ່າ​ເປັນ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ.

ການ​ຢຸດ​ຍິງ​ໄດ້​ມີຢູ່​ທົ່ວ​ໄປ ເຖິງ​ແມ່ນ​ວ່າຈະ​ມີການຍິງ​ລົບ​ກວນຢູ່​ຈຳ​ນວນ​ນຶ່ງກໍຕາມ.

ພ​າຍ​ໃຕ້​ຂັ້ນຕອນທີ 1 ກຳ​ລັງ​ທັງ​ສອງ​ຝ່າຍໄດ້​ຖອນ​ອອກ​ຈາກ ບັນ​ດາ​ທ່າ​ເຮືອ​ໂຮ​ເດ​
ດາ​ຣ ຊາ​ລີ​ຟ ແລະ​ຣັ​ສ ອິ​ຊ​ຊ​າ.

ບັນ​ດາ​ນັກ​ເຈ​ລະ​ຈາ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ທັງ​ສອງ​ຝ່າຍ​ຍັງໄດ້ເຫັນ​ພ້​ອ​ມ​ທາງ
ຫລັກ​ການ​ສໍາລັບ​ຂັ້ນຕອນ​ທີ 2 ທີ່​ຈະສົ່ງພວກ​ນັກ​ລົບທັງ​ໝົດກັບ​ຄືນໄປ ​ຢູ່​ໃນ​ລັດ
​ໂຮ​ເດດາ​ຣ.

ທ່າ​ເຮືອ​ໂຮ​ເດ​ດາ​ຣ ໄດ້​ຕົກຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງພວກ​ກະ​ບົດ ເປັນ​ຈຸດ​ທາງ
ເຂົ້າ​ທີ່​ສຳ​ຄັນ​ທີ່​ສຸດ ສຳລັບ​ຄວາມ​ຕ້ອງ​ການ​ອາ​ຫານ​ ຢາ​ປົວ​ພະ​ຍາດ ແລະ​ການ​ຊ່ວຍ​
ເຫຼືອ​ອື່ນໆ​ແກ່​ຄວາມ​ໂຫຍ​ຫີວ ແລະ​ພົນ​ລະ​ເຮືອນ​ທີ່​ໄດ້​ຮັບ​ຄວາມ​ທໍ​ລະ​ມານ. ການ​ສູ້​
ລົບ​ຢູ່​ໃນ​ເມືອງ ເຮັດໃຫ້​ບໍ່ສາມາດ​ເຂົ້າອອກ​ໄດ້​ ເຮັດ​ໃຫ້​ເກືອບ​ເປັນ​ໄປ​ບໍ່​ໄດ້​ ສຳລັບ
ບັນ​ດາ​ພະນັກ​ງານ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ ​ຂົນ​ເຄື່ອງ​ກ​ານ​ຊ່ວຍ​ເຫຼືອ ນຳ​ໄປ​ສູ່​ບັນ
​ດາ​ຜູ້​ມີ​ຄວາມຈຳເປັນທີ່ສຸດ.

ແຜນ​ທີ່ ປະ​ເທດ​ເຢ​ເມນ.
ແຜນ​ທີ່ ປະ​ເທດ​ເຢ​ເມນ.

ພວກ​ເຈົ້າ​ໜ້າ​ທີ່​ເຢ​ເມນ ໄດ້​ກ່າວ​ຫາ​ອີ​ຣ່ານ ວ່າປະ​ກອບ​ອາ​ວຸດ​ໃຫ້​ແກ່​ພວກ​ກະ​ບົດ
ຜ່ານ​ທ່າ​ເຮືອ ຊຶ່ງເປັນການ​ກ່າວ​ຫາ​ທີ່​ອີ​ຣ່ານ​ໄດ້​ປະ​ຕິ​ເສດ.

ພວກ​ກະ​ບົດ​ຮູ​ຕີໄດ້​ຍຶດ​ເອົາ​ນະ​ຄອນ​ຫຼວງ​ຊາ​ນາ ຂອງ​ເຢ​ເມນ ເມື່ອ​ສີ່​ປີ​ກ່ອນ. ຊາ​ອຸ​ດີ
ອາ​ຣາ​ເບຍ ທີ່​ນຳ​ພາ​ແນວ​ໂຮມໂຈມ​ຕີ​ທາງ​ອາ​ກາດ ແນ​ໃສ່​ພວກ​ກະ​ບົດ ໄດ້​ສັງ​ຫານ
​ຫຼາຍ​ພັນ​ຄົນ ແລະ​ກວດ​ລ້າງ​ພົນ​ລະ​ເຮືອນ​ທັງ​ໝົດຢູ່ໃນ​ໝູ່​ບ້ານໄກ້ຄຽງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG