ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ​ແມັດ​ຕິ​ສ ເວົ້າ​ວ່າ ການ​ເຈ​ລະ​ຈາ​ ສັນ​ຕິ​ພາບ ຂອງ​ເຢ​ເມນ ຄາດ​ວ່າ ​ຈະ​ມີ​ຂຶ້ນ ໃນ​ຕົ້ນ​ເດືອນ​ໜ້ານີ້


ທ່ານ ມາກ​ຕິນ ກ​ຣິ​ຟ​ຟິດສ໌ (Martin Griffiths) ທູດ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້ໄປ​ເຖິງ ນະ​ຄອນ​ຫລວງ ຊາ​ອາ​ນາ ຂອງເຢ​ເມນ, ວັນ​ທີ 21 ພະ​ຈິກ, 2018.
ທ່ານ ມາກ​ຕິນ ກ​ຣິ​ຟ​ຟິດສ໌ (Martin Griffiths) ທູດ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້ໄປ​ເຖິງ ນະ​ຄອນ​ຫລວງ ຊາ​ອາ​ນາ ຂອງເຢ​ເມນ, ວັນ​ທີ 21 ພະ​ຈິກ, 2018.

ທ່ານ ມາກ​ຕິນ ກ​ຣິ​ຟ​ຟິດສ໌ (Martin Griffiths) ທູດ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ
​ຊາດກຳ​ລັງ​ຢູ່​ໃນເຢ​ເມນທີ່​ປະ​ສົບ​ກັບ​ໄພ​ສົງ​ຄາມນັ້ນ ເພື່ອ​ກະກຽມ​ເປີດ​ການ​ເຈ​ລະ​ຈາ​
ສັນ​ຕິ​ພາບ ຫຼັງ​ຈາກ​ການ​ສູ້​ລົບ​ກັນ​ຮອບ​ໃໝ່​ ໄດ້​ລະ​ເບີດ​ຂຶ້ນ ທີ່​ເມືອງ​ທ່າເຮືອ​ ໂຮ​ໄດ​ດາ.

ທ່ານ ກ​ຣິ​ຟ​ຟິດສ໌ ມີ​ກຳ​ນົດ ​ທີ່​ຈະ​ພົບ​ປະ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຮູ​ຕີ ທີ່​ເປັນ​ພັນ​ທະ​ມິດ​ກັບ
​ອີ​ຣ່ານ ຢູ່​ທີ່​ນະ​ຄອນ​ຫຼວງ​ຊາ​ນາ​ອາ ເພື່ອດຳ​ເນີນ​ຄວາມ​ພະ​ຍາ​ຍາມ ​ຊັກ​ຊວນ​ໃຫ້
ພວກ​ເຂົາ​ເຈົ້າ ແລະ​ລັດ​ຖະ​ບານເຢ​ເມນ ທີ່​ໄດ້​ຮັບ​ການ​ໜູນ​ຫຼັງຈາກ​ຊາ​ອຸ​ດີ ອາ​ຣາ
​ເບຍນັ້ນ ເລີ້ມ​ເຈ​ລະ​ຈາ​ກັນ​ທີ່​ປະ​ເທດ​ສະ​ວີ​ເດັນ ພາຍ​ໃນ​ທ້າຍ​ປີນີ້. ຂັ້ນ​ຕອນ​ການ​ເຈ
​ລະ​ຈາ​ ເພື່ອ​ສັນ​ຕິ​ພາບ​ ໄດ້​ຖືກ​ທຳ​ລາຍ​ຢູ່​ໃນ​ສະ​ວິດ​ເຊີ​ແລນ ໃນ​ເດືອນ​ກັນ​ຍາ ທີ່​ຜ່ານ​
ມາ ເມື່ອ​ຝ່າຍ ຕໍ່​ຕ້ານ​ລັດ​ຖະ​ບານບໍ່​ໄປ​ຮ່ວມ.

ໃນມໍ່ໆ​ມານີ້ ທັງ​ສອງ​ຝ່າຍ​ ຕ່າງ​ກໍ​ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ ​ຕໍ່​ການ​ດຳ​ເນີນ
​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານກ​ຣິຟ​ຟິດ​ສ໌ ແຕ່​ການ​ລະ​ເບີດ​ຂຶ້ນ ​ຂອງ​ຄວາມ​ຮຸນແຮງ
​ລຸນ​ຫຼັງ​ທີ່​ໄດ້​ມີ​ຄວາມ​ສະ​ຫງົບ​ມາ​ຊົ່ວ​ໄລ​ຍະ​ນຶ່ງ ​ພາ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້ຫລາຍ ທີ່​
ການ​ເຈ​ລະຈາຈະ​ພັ​ງ​ທະ​ລາຍ​ລົງ.

ທ່ານ​ ຈິມ ​ແມັດ​ຕິ​ສ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ໃນ​ວັນ​ພຸດ​ວານນີ້ວ່າ
ທ່ານ​ຄາດ​ວ່າ ຝ່າຍ​ທີ່​ທຳ​ສົງ​ຄາມກັນ​ນັ້ນ ຈະ​ຈັດ​ໃຫ້​ມີການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່​ສະ​ວີ
​ເດັນ ໃນຕົ້ນເດືອນ​ໜ້ານີ້.​

​ເບິ່ງວີ​ດິ​ໂອ: ກ່ຽວ​ກັບ​ຂ່າວນີ້​ເພີ້ມເປັນພາ​ສາ​ອັງ​ກິດ

US Defense Secretary: Yemen Peace Talks Likely in Early December
please wait

No media source currently available

0:00 0:02:18 0:00

ໃນ​ວັນ​ຈັນ​ຜ່ານ​ມາ ຢູ່ນະ​ຄອນ​ນີວຢອກ, ​ອັງ​ກິດຊຶ່ງ​ເປັ​ນສະ​ມາ​ຊິກຂອງ​ສະ​ພາ​ຄວາມ​ໝັ້ນ​
ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ນຳຮ່າງຍັດ​ຕິອອກ​ເຜີຍ​ແຜ່ໃຫ້​ແກ່​ສະ​ມາ​ຊິກ​ຂອງ
ສະພາ​ດັ່ງກ່າວ ເພື່ອຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງໃນ​ເຢ​ເມນ, ຍຸ​ຕິ​ການ​ໂຈມ​ຕີ​ ເຂດ​ທີ່​ມີພົນ
​ລະ​ເຮືອນອາ​ໄສ​ຢູ່ແລະ​ບໍ່​ໃຫ້​ກີດ​ກັນການ​ສົ່ງການ​ຊ່ວຍ​ເຫຼືອ​ເຂົ້າ​ໄປ​ໃນ​ເມືອງ​ໂຮ​ໄດ​ດາ.

ທ່າ​ເຮືອ​ດັ່ງ​ກ່າວ​ ແມ່ນ​ຢູ່​ພາຍ​ໃຕ້​ການຄວບ​ຄຸມ​ຂອງ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ ແລະ ເປັນ​
ສາຍ​ສຳ​ຄັນ​ໃນ​ການ​ສະ​ໜອງ​ອາ​ຫານ, ເຊື້ອ​ໄຟ, ແລະ​ການ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ປະ​ສົບ​ກັບ​ຄວາມ​ທຸກ​ທໍ​ລະ​ມານ.

ຊາ​ອຸ​ດີ ໄດ້​ກ່າວ​ຫາ​ອີ​ຣ່ານ​ວ່າ ສົ່ງ​ອາ​ວຸດ​ໄປ​ໃຫ້​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ຜ່ານ​ທ່າ​ເຮືອ​ດັ່ງ​ກ່າວ, ຊຶ່ງ​ເປັນ​ການ​ກ່າ​ວ​ຫາ​ທີ່ ຊຸ​ອຸ​ດີ​ໄດ້​ປະ​ຕິ​ເສດ​ວ່າບໍ່​ຈິງ.

ລັດ​ຖະ​ບານ​ຂອງ​ທ່ານ ທ​ຣຳ ໄດ້​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ເປັນພັນ​ທະ​ມິດຂອງ​ຕົນ ໃນ​ການ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ ຢູ່​ໃນ​ເຢ​ເມນ. ສະ​ຫະ​ລັດ ໄດ້​ຍຸ​ຕິ​ການ​ບໍ​ລິ​ການ​ເຕີມ​ເຊື້ອ​ເພີງ ແກ່​ເຮືອ​ບິນ​ຂອງແນວ​ໂຮມ​ຊາ​ອຸ​ດີ ທີ່​ໂຈມ​ຕີ​ເຢ​ເມນນັ້ນ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG