ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທູ​ດ​ພິ​ເສດ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເດີນ​ທາງ​ໄປ​ເຖິງ​ ປະ​ເທດມຽນ​ມາ


​ແຟ້ມ - ປະ​ຊາ​ຊົນ​ຊາວ​ມຽນ​ມາ ພາ​ກັນ​ປະ​ທ້ວງ ຕໍ່​ຕ້ານ​ການ​ກໍ່​ລັດ​ຖະ​ປະ​ຫານ​ຂອງ​ພວກ​ທະ​ຫານ ຢູ່​ຕໍ່​ໜ້າ​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ ທີ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 17 ກຸມ​ພາ 2021.
​ແຟ້ມ - ປະ​ຊາ​ຊົນ​ຊາວ​ມຽນ​ມາ ພາ​ກັນ​ປະ​ທ້ວງ ຕໍ່​ຕ້ານ​ການ​ກໍ່​ລັດ​ຖະ​ປະ​ຫານ​ຂອງ​ພວກ​ທະ​ຫານ ຢູ່​ຕໍ່​ໜ້າ​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ ທີ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 17 ກຸມ​ພາ 2021.

ທູດ​ພິ​ເສດ​ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ເລື້ອງ​ມຽນ​ມາ ເດີນທາງໄປ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ ​ເປັນ​ເທື່ອ​ທຳ​ອິດ ໃນ​ວັນ​ອັງ​ຄານ​ມື້ນີ້ ໃນ​ຮອບ​ເກືອບ 10 ຫຼັງ​ຈາກ​ໄດ້​ຖື​ກ​ແຕ່ງ​ຕັ້ງ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ.

ຖະ​ແຫຼງ​ການ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ທ່ານນາງ​ໂນ​ລີນ ເຮ​ເຊີ (Noeleen Heyzer) ​ຈະ​ເພັ່ງ​ເລັງ​ໃສ່​ການ​ແກ້​ໄຂ​ສະ​ຖາ​ນະ​ການ​ທີ່​ພວມ​ຊຸມ​ໂຊມ ແລະ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ທີ່​ມີ​ຢູ່​ໃນ​ເວ​ລາ​ນີ້” ຫຼັງ​ຈາ​ກໄດ້​ມີ​ການ​ຮຽກ​ຮ້ອງ​ຄັ້ງ​ຫຼ້າ​ສຸດ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ໃຫ້​ຍຸ​ຕິ​ທຸກ​ຄວາມ​ຮຸນ​ແຮງ ແລະ​ການ​ເຂົ້າ​ເຖິງ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແບບ​ບໍ່​ມີ​ການ​ຂັດ​ຂວາງ.

ສະ​ຫະ​ປະ​ຊາ​ຊາດ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ແບບ​ສະ​ເພາະ​ເຈາະ​ຈົງ​ໃດໆ​ກ່ຽວ​ກັບ​ແຜນ​ການ​ຂອງ​ທ່ານ​ນາງ ໃນ​ລະ​ຫວ່າງ​ທີ່​ເດີນ​ທາງ​ໄປ​ຢ້ຽມ​ຢາມ ແຕ່​ກໍ​ກ່າວ​ວ່າ​ມັນ​ມີ​ຂຶ້ນ​ຫຼັງ​ຈາກ “ການ​ປຶກ​ສາ​ຫາ​ລື​ຢ່າງ​ຍືດ​ຍາວ ກັບ​ພັກ​ຝ່າຍ​ຕ່າງໆ​ທາງ​ດ້ານ​ການ​ເມືອງ ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ຕະ​ຫຼ​ອດ​ທັງ​ບັນ​ດາ​ປະ​ຊາ​ຄົມ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ບັນ​ຫາ​ຂັດ​ແຍ້ງ ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ເວ​ລານີ້.”

ທ່ານ​ນາງ​ເຮ​ເຊີ​ໄດ້​ເດີນ​ທາງ​ໄປ​ເຖິງ​ມຽນ​ມາ ນຶ່ງມື້​ຫຼັງ​ຈາກ​ສານ​ຂອງ​ປະ​ເທດ​ດັ່ງ​ກ່າວ​ພົບ​ວ່າ ທ່ານ​ນາງ​ອອງ​ຊານ ຊູ​ຈີ ມີ​ຄວາມ​ຜິດໃນ​ສີ່​ຄະ​ດີ​ສໍ້​ລາດ​ບັງ​ຫຼວງ​ແລະ​ໄດ້​ຕັດ​ສິນ​ໃຫ້​ນາງ​ຕິດ​ຄຸກ 6 ປີ.

ຄະ​ດີ​ຕ່າງໆ​ແມ່ນ​ພົວ​ພັນ​ກັບ​ການ​ກ່າວ​ຫາ​ວ່າ ທ່ານ​ນາງ​ອອງ​ຊານ​ ຊູ​ຈີ ໄດ້​ເອົາ​ດິນ​ຂອງ​ລັດ​ຖະ​ບານ​ໃຫ້​ຄົນ​ເຊົາ ໃນ​ລາ​ຄ​າ​ຖືກ ແລະ​ໃຊ້​ກອງ​ທຶນ​ອົງ​ການ ການ​ກຸ​ສົນ​ໄປ​ໃນ​ທາງ​ຜິດ ເພື່ອ​ສ້າງ​ເຮືອນ.

ທ່ານ​ນາງ​ຊູ​ຈີ ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ຫາ​ທີ່​ຍື່ນ​ຟ້ອງ​ທ່ານ​ນາງ ຫຼັງ​ຈາກ​ພວກ​ທະ​ຫານ​ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ທ່ານ​ນາງ ແລະ​ຈັບ​ທ່ານ​ນາງ​ເຂົ້າ​ຄຸມ ເມື່ອ​ເດືອນ​ກຸມ​ພາ​ປີ 2021.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG