ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອັຟການິສຖານ ຍັງສືບຕໍ່ ເປັນປະເທດຜະລິດຝິ່ນ ຫຼາຍທີ່ສຸດໃນໂລກ


ຊາວໄຮ່ອັຟການິສຖານຄົນນຶ່ງພວມເກັບກູ້ເອົາຢາງຝິ່ນ ໃນເຂດເມືອງ Panjwai ແຂວງການດາຮາ ໃນພາກໃຕ້ ອັຟການິສຖານ.
ຊາວໄຮ່ອັຟການິສຖານຄົນນຶ່ງພວມເກັບກູ້ເອົາຢາງຝິ່ນ ໃນເຂດເມືອງ Panjwai ແຂວງການດາຮາ ໃນພາກໃຕ້ ອັຟການິສຖານ.

ລາຍງານໃໝ່ສະບັບນຶ່ງຂອງອົງການສະຫະປະຊາຊາດກ່ຽວກັບຢາເສບຕິດຜິດກົດໝາຍເວົ້າວ່າ ອັຟການີສຖານເປັນຜູ້ຜະລິດຝິ່ນລາຍໃຫຍ່ທີ່ສຸດຂອງໂລກ ໃນຂະນະທີ່ທ່າອຽງຕ່າງໆສະ​ແດງ ວ່າ ການຜະລິດຝິ່ນໃນມຽນມາກໍກໍາລັງເພີ່ມທະວີຂຶ້ນ. ນອກນີ້ແລ້ວ ລາຍງານຍັງພົບເຫັນວ່າ ມີປະຊາຊົນ​ໃນຈໍານວນລະຫວ່າງ 12 ຫາ 21 ລ້ານຄົນ ຢູ່ໃນທົ່ວໂລກ ໄດ້ຊົມໃຊ້ຢາທີ່ເຮັດ ດ້ວຍຝິ່ນ ແລະສາມສ່ວນສີ່ໃນ​ນັ້ນ ​ແມ່ນພາກັນໃຊ້ຜົງເຮໂຣອີນ.

ທ່ານ Yury Fedotov ຫົວໜ້າຄະນະເຈົ້າໜ້າທີ່ຮັບຜິດຊອບ​ເລື່ອງຢາເສບຕິດຂອງອົງການ
ສະຫະປະຊາຊາດ ກ່າວໃນຕອນນໍາສະເໜີລາຍງານກ່ຽວ​ກັບ​ຢາ​ເສບ​ຕິດ​ຜິດ​ກົດໝາຍ​ ເມື່ອ
ບໍ່​ນານ​ມາ​ນີ້ວ່າ ການ​ໃຊ້ຢາເສບຕິດຜິດກົດໝາຍ ແມ່ນເປັນອັນຕະລາຍ ຕໍ່ສະຖຽນລະພາບ
ຄວາມໝັ້ນຄົງ ແລະສຸຂະພາບ ຢູ່ໃນຫລາຍໆພາກສ່ວນຂອງໂລກ.

ທ່ານ Fedotov ກ່າວວ່າ “ການລັກລອບຄ້າຢາເສບຕິດແມ່ນກໍາລັງເປັນເຊື້ອ​ໄຟຫລໍ່
ລ້ຽງວິສາຫະກິດ ທີ່ເປັນອາຊະຍາກໍາໂລກອັນນຶ່ງ ທີ່ມີມູນຄ່າຫລາຍຮ້ອຍພັນລ້ານ
ໂດລາ ທີ່ສ້າງຄວາມຫາຍະນະໃຫ້ແກ່ປະຊາຄົມຕ່າງໆ ແລະເຮັດໃຫ້ການພັດທະ
ນາແລະຄວາມໝັ້ນຄົງອ່ອນແອລົງໄປຢູ່ໃນຫລາຍໆປະເທດໃນທົ່ວໂລກ. ນອກນີ້
ແລ້ວ ພວກເຮົາຍັງເຫັນການກໍ່ຄວາມຮຸນແຮງເພີ່ມຂຶ້ນນັບມື້ ການຂັດແຍ້ງຕໍ່ສູ້​ກັນ ແລະກິດຈະກໍາກໍ່ການຮ້າຍຕ່າງໆ ທີ່ເກີດຂຶ້ນ ຍ້ອນການລັກລອບ ຄ້າຢາເສບຕິດ
ແລະການ​ກໍ່ອາຊະຍາກໍາ ຂອງກຸ່ມຈັດຕັ້ງຂອງພວກອາ​ຊະ​ຍາກ​ອນນັ້ນ.”

ທ່ານ Fedotov ໄດ້​ໃຫ້​ຂໍ້ສັງເກດ ​ເຖິງ​ຄວາມ​ກ້າວໜ້າ​ໃນ​ສອງ​ດ້ານ​ດ້ວຍ​ກັນຄື​ດ້ານອຸບປະ
ທານແລະດ້ານອຸບປະສົງຫຼືຄວາມຮຽກຮ້ອງຕ້ອງການໂດຍກ່າວວ່າ ຕະຫລາດໂລກສໍາຫລັບ
ຢາເສບຕິດສອງ​ຢ່າງທີ່ເປັນບັນຫາຫລາຍທີ່ສຸດຂອງໂລກກໍຄືໂຄເຄນແລະເຮໂຣອີນນັ້ນ ໄດ້
ລົດຕໍ່ລົງເມື່ອປີຜ່ານມາ. ການ​ເສບຢາເຮໂຣອີນຢູ່ໃນພາກພື້ນຢູໂຣບ​ ໄດ້​ຄົງ​ໂຕ​ຢູ່​ໃນ​ລະດັບ
ເກົ່າບໍ່ມີ​ການປ່ຽນແປງແລະການ​ເສບ​ຢາໂຄເຄນ ກໍໄດ້ຕົກຕໍ່າລົງໃນຂົງເຂດອາເມຣິກາເໜືອ
ຊຶ່ງທັງສອງຂົງເຂດ​ນີ້​ ເປັນຕະຫລາດທີ່ໃຫ້ກໍາໄລງາມທີ່ສຸດສໍາຫລັບຢາເສບຕິດສອງປະເພດ
ດັ່ງກ່າວ.

ຫົວໜ້າຮັບຜິດຊອບດ້ານຢາເສບຕິດຂອງສະຫະປະ ຊາຊາດທ່ານ Yury Fedotov
ຫົວໜ້າຮັບຜິດຊອບດ້ານຢາເສບຕິດຂອງສະຫະປະ ຊາຊາດທ່ານ Yury Fedotov

ແຕ່ທ່ານ Fedotov ກ່າວຕໍ່ໄປ
ວ່າ ການປ່ຽນແປງໃນທາງບວກ
ເຫລົ່າ​ນີ້ ກັບຖືກ​ບັ່ນ​ທອນ​ໂດຍ
ທ່າອຽງທີ່​ໜ້າເປັນຫ່ວງໃນແຫ່ງ
ອື່ນໆໂດຍສະເພາະການໃຊ້ຢາ
ທຽມ ແລະຢາແພດສັ່ງທີ່ມີເພີ່ມ
ຫລາຍຂຶ້ນ.

ລາຍງານດັ່ງກ່າວທີ່ໄດ້ກັ່ນກອງ
ຂໍ້ມູນແຕ່ປີ 2007 ຫາປີ 2010
ພົບວ່າກັນຊາ​ ແມ່ນເປັນຢາເສບ
ຕິດຜິດກົດໝາຍທີ່ນິຍົມກັນເສບ
ຫຼາຍທີ່ສຸດ​ໃນໂລກຄືມີປະຊາຊົນ
ລະຫວ່າງ 125 ຫາ 203 ລ້ານ
ຄົນທີ່ໃຊ້ຢາເສບຕິດປະເພດນີ້ໃນ
ປີ 2009.

ແລະໃນປີ 2009 ນັ້ນຕະຫຼາດ
ຄ້າຢາ​ເສບ​ຕິດທີ່ປົນຝິ່ນຂອງໂລກ​ແມ່ນ​ມີມູນຄ່າ​ເຖິງ 68 ພັນລ້ານໂດລາສ່ວນໃຫຍ່ມາຈາກ
ການຊົມໃຊ້ຜົງເຮໂຣອີນ.

ທ່ານ Fedotov ກ່າວວ່າ ອັຟການີສຖານຍັງຄົງເປັນປະ​ເທດປູກຝິ່ນອັນ​ດັບ​ນຶ່ງຂອງໂລກຄື
ປະກອບເປັນ 74 ເປີເຊັນຂອງປະລິມານຝິ່ນ​ທີ່ຜະລິດອອກທັງໝົດຂອງໂລກ ເຖິງ​ແມ່ນ​ຈະ
ລົດຕໍ່າລົງຈາກປີຜ່ານມາ14 ເປີເຊັນກໍຕາມ ຊຶ່ງທ່ານກ່າວວ່າ ມີສາເຫດມາຈາກພະຍາດພືດ
ທີ່ທໍາລາຍຕົ້ນຝິ່ນຂອງປະເທດ ໄປເຄິ່ງນຶ່ງແລະເບິ່ງຄືວ່າ ຜົນຜະລິດຈະຟື້ນຕົວຄືນ ໃນປີນີ້
ຍ້ອນຜົນເກັບກ່ຽວ​ໄດ້ຫລາຍຂຶ້ນ.

ທ່ານ Fedotov ກ່າວວ່າ “ໃນອັຟການີສຖານ ການປູກຝິ່ນແມ່ນມີຄວາມເຊຶ່ອມໂຍງ
ກັນຢ່າງ​ໃກ້ຊິດ ກັບຄວາມບໍ່ໝັ້ນຄົງ ແລະການລັກລອບຄ້າຢາຝິ່ນ ກັບ​ເຮ​ໂຣອີນ
ແມ່ນຊ່ວຍຂະຫຍາຍຄວາມບໍ່ໝັ້ນຄົງໄປທົ່ວຂົງເຂດທີ່ກວ້າງກວ່າ. ປະຊາຄົມໂລກ
ເຂົ້າໃຈດີວ່າ ການປະເຊີນໜ້າກັບບັນຫາການປູກຝິ່ນ ຂອງອັຟການີສຖານນັ້ນ
ແມ່ນເປັນຄວາມຮັບຜິດຊອບຮ່ວມກັນ ທີ່ຕ້ອງມີການຕອບໂຕ້ທີ່ປະສານງານກັນ
ເປັນຢ່າງດີ.”

ທ່ານ Fedotov ​ໄດ້ໃຫ້ຂໍ້ສັງເກດ​ເຖິງທ່າອຽງທີ່ໜ້າຮ້ອນໃຈຢູ່ໃນມຽນມາ​ໂດຍກ່າວວ່າ ປະ
ລິມານຝິ່ນທີ່​ປູກ​ຢູ່​ໃນມຽນມາໄດ້ຖີບຕົວສູງຂຶ້ນຈາກ 5 ເປີເຊັນຂອງ​ໂລກ ເປັນ 12 ເປີເຊັນ
ໃນລະຫວ່າງປີ 2007 ແລະ 2010.

ທ່ານ Fedotov ກ່າວຕື່ມວ່າ ຢາກະຕຸ້ນປະສາດປະເພດຢາບ້າ ຫລືແອມເຟຕາມີນນັ້ນເປັນ
ຢາທີ່ມີຄົນນິຍົມໃຊ້ຢ່າງແຜ່ຫລາຍ ອັນດັບສອງ ໃນກຸ່ມພວກຕິດຢາເສບຕິດຜິດກົດໝາຍທັງ
ຫລາຍແລະໃຫ້​ຂໍ້ສັງເກດອີກວ່າຕະຫລອດໄລຍະ 12 ປີທີ່ຜ່ານມານີ້ການເສບຫລື​ຊົມ​ໃຊ້ຢາ
ເສບຕິດເຫລົ່ານີ້ ໄດ້ເຕີບໂຕຂຶ້ນຢ່າງວ່ອງໄວທີ່​ສຸດ ໃນພວກປະເທດທີ່ກໍາລັງພັດທະນາໂດຍ
ສະເພາະພວກປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ.

ໃນລະວ່າງດຽວ​ກັນ​ນັ້ນ ຂົງເຂດອາຟຣິກາຕາເວັນຕົກ ກໍ​ໄດ້ກາຍມາເປັນທາງ​ຜ່ານ​ທີ່ສໍາຄັນ
ສໍາຫລັບການລັກລອບຄ້າຢາເສບຕິດ ໃນຂະນະທີ່ພາກ​ພື້ນ​ອາເມຣິກາໃຕ້ທີ່ເປັນຂົງເຂດຜະ
ລິດໂຄເຄນລາຍໃຫຍ່​ເຂດນຶ່ງນັ້ນ ບັດນີ້ແມ່ນ​ໄດ້ກາຍເປັນ​ເຂດ​ທີ່​ໃຊ້ຢານີ້ຢ່າງ​ຫລວງຫລາຍ
ເຊັ່ນດຽວກັນ.

ໃນການກ່າວຄໍາປາໄສ ເວລາອອກລາຍງານນັ້ນ ເລຂາທິການອົງການສະຫະປະຊາຊາດ
ທ່ານ Ban Ki-moon ກ່າວວ່າເວລານີ້ມີຄົນໃຊ້ຢາເສບຕິດຜິດກົດໝາຍຫລາຍກວ່າ 200
ລ້ານຄົນໃນທົ່ວໂລກແລະການຕິດຢາດັ່ງກ່າວ ເຮັດໃຫ້ພວກເຂົາເຈົ້າເສຍຊີວິດໄປນຶ່ງຄົນໃນ
ທຸກໆສາມນາທີ. ທ່ານ Ban Ki-moon ກ່າວມ້ວນທ້າຍວ່າການຕິດຢາເສບຕິດນັ້ນຄວນ
ຈະໄດ້ຮັບການປິ່ນປົວຄືກັນກັບເປັນພະຍາດ ບໍ່ແມ່ນເປັນອາຊະຍາກໍາ.

XS
SM
MD
LG