ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ການຜະລິດຝິ່ນຢູ່ໃນຂົງເຂດ ເອເຊຍຕາເວັນອອກສຽງໃຕ້ ເພີ່ມຂຶ້ນ ໃນຮອບປີຜ່ານມາ

ລາຍງານຜົນການສໍາຫລວດການປູກຝິ່ນ ໃນຂົງເຂດ ເອເຊຍຕາເວັນອອກສຽງໃຕ້ ຂອງອົງການ UNODC

ອົງການຄວບຄຸມຢາເສບຕິດແລະອາດຊະຍາກຳຂອງ
ສະຫະປະຊາຊາດ ຫຼື UNODC ກ່າວວ່າ ການຜະລິດ
ຝິ່ນໃນເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ ເພີ່ມຂຶ້ນ
ໃນຮອບປີຜ່ານມາ ຂະນະທີ່ຄວາມທຸກຍາກໄດ້ບັງຄັບໃຫ້
ພວກພໍ່ໄຮ່ຊາວສວນ ຫັນມາປູກພືດທີ່ໃຫ້ຜົນຕອບແທນ
ງາມດັ່ງກ່າວຫຼາຍຂຶ້ນ ທີ່ໃຊ້ສຳລັບຜະລິດເປັນເຮໂຣອີນ ໃນການຄ້າຂາຍຢາເສບຕິດ
ທີ່ຜິດກົດໝາຍນັ້ນ.

ໃນການສຳຫຼວດປະຈຳປີທີ່ພິມເຜີຍແຜ່ໃນມື້ວັນຈັນວານນີ້ ອົງການດັ່ງກ່າວ ຂອງສະຫະ
ປະຊາຊາດເວົ້າວ່າ ເນື້ອທີ່ໆໃຊ້ໃນການປູກຝິ່ນຢູ່ໃນເຂດເອເຊຍ ຕາເວັນອອກສຽງໃຕ້
ໄດ້ເພີ່ມຂຶ້ນ 22% ໃນປີນີ້ ສົມທຽບໃສ່ປີ 2009.

ການຜະລິດຝິ່ນຢູ່ໃນຂົງເຂດ ເອເຊຍຕາເວັນອອກສຽງໃຕ້ ເພີ່ມຂຶ້ນ ໃນຮອບປີຜ່ານມາ
ການຜະລິດຝິ່ນຢູ່ໃນຂົງເຂດ ເອເຊຍຕາເວັນອອກສຽງໃຕ້ ເພີ່ມຂຶ້ນ ໃນຮອບປີຜ່ານມາ

ການສຳຫຼວດທີ່ວ່ານີ້ແມ່ນໄດ້ກວມເອົາ 3 ປະເທດປູກຝິ່ນລາຍໃຫຍ່ຢູ່ໃນຂົງ​ເຂດ ກໍ​ຄື
ສປປ ລາວ ມຽນມາ ແລະໄທ.

ອົງການ UNODC ກ່າວວ່າ ການຜະລິດ
ຝິ່ນຂອງມຽນມາ ຊຶ່ງປະກອບເປັນ 5%
ຂອງໂລກໃນປີ 2009 ໄດ້ເພີ່ມຂຶ້ນເປັນ
14% ໃນປີນີ້ ຍ້ອນ​ວ່າພວກ ພໍ່ໄຮ່ຊາວ
ສວນຂອງມຽນມາ ໄດ້ພາກັນຫັນມາປູກຝິ່ນ
ຫຼາຍຂຶ້ນ.

ລາຍງານເວົ້າວ່າ ການປູກຝິ່ນຂອງມຽນມາໄດ້ເພີ່ມຂຶ້ນ 20% ໃນປີນີ້ ເປັນ 38,100
ເຮັກຕາ ຂະນະທີ່ຜົນຜະລິດຝິ່ນໄດ້ເພີ່ມຂຶ້ນ 76% ເປັນ 580 ໂຕນ. ມຽນມາທີ່ປົກຄອງ
ໂດຍລັດຖະບານທະຫານເປັນປະເທດທີ່ປູກຝິ່ນຫຼາຍເປັນອັນ ດັບ 2 ຂອງໂລກ
ຮອງຈາກອັຟການິສຖານ.

ອົງການ UNODC ເວົ້າວ່າ ການປູກແລະຜະລິດຝິ່ນຢູ່ ສປປ ລາວແລະໄທ ກໍເພີ່ມ
ເຊັ່ນກັນເຖິງແມ່ນລະດັບຂອງການປູກຝິ່ນຢູ່ໃນປະເທດທັງສອງຍັງຕໍ່າກ່ວາມຽນມາຫຼາຍ.

UNODC ກ່າວວ່າ ສະບຽງອາຫານທີ່ຫຼຸດນ້ອຍຖອຍລົງໃນເຂດຫ່າງໄກຂອງ ມຽນມາ
ແລະ ສປປ ລາວ ໄດ້ບັງຄັບໃຫ້ພວກພໍ່ໄຮ່ຊາວສວນຈຳນວນຫຼວງຫຼາຍ ຫັນມາປູກຝິ່ນ
ເພື່ອເປັນພືດທີ່ສ້າງລາຍໄດ້ ເພື່ອນຳໄປຊື້ອາຫານການກິນ ແລະ ວ່າການຜະລິດອາຫານ
ການກິນຢູ່ໃນເຂດດັ່ງກ່າວໄດ້ຫຼຸດລົງ ສ່ວນນຶ່ງກໍ​ແມ່ນ ເປັນຍ້ອນການຕັດໄມ້ທຳລາຍປ່າ ຊຶ່ງເປັນສາເຫດໃຫ້ດິນເກັບນໍ້າໄວ້ບໍ່ໄດ້ສຳລັບ ການປູກຝັງ.

XS
SM
MD
LG