ອົງການສະຫະປະຊາຊາດກ່າວວ່າ ການລັກລອບຄ້າຢາບ້າປະເພດກະຕຸ້ນປະສາດ ຫຼື ATS ພ້ອມທັງການຜະລິດ ແລະການຊົມໃຊ້ຢາເສບຕິດຜິດກົດໝາຍນັ້ນ ກາຍເປັນບັນຫາທີ່ເຕີບໃຫຍ່ຂຶ້ນໄປນັບມື້ຢູ່ໃນຂົງເຂດເອເຊຍ.
ໃນລາຍງານກ່ຽວກັບສະພາບຢາເສບຕິດຂອງໂລກທີ່ນໍາອອກເຜີຍແຜ່ເມື່ອວັນອັງຄານວານນີ້ ອົງການປາບປາມຢາເສບຕິດແລະອາດຊະຍາກໍາຂອງ ສະຫະປະຊາຊາດເວົ້າວ່າ ແນວໂນ້ມແມ່ນໄດ້ສ້າງບັນຫາ ໂດຍສະເພາະ ແລ້ວຢູ່ໃນຈີນແລະຂົງເຂດເອເຊຍຕາເວັນອອກສຽງໃຕ້. ອົງການນີ້ເວົ້າອີກວ່າຂົງເຂດເອເຊຍມີຜູ້ຊົມໃຊ້ຢາບ້າປະເພດກະຕຸ້ນປະສາດ ATS ປະກອບ ເປັນປະມານເຄິ່ງນຶ່ງຂອງຜູ້ຊົມໃຊ້ຢາເສບຕິດດັ່ງກ່າວໃນໂລກ. ນອກນີ້ການຜະລິດຝິ່ນໃນຂົງເຂດກໍຍັງຖີບຕົວສູງຂຶ້ນຕື່ມອີກ. ແຕ່ປະລິມານການຜະລິດຝິ່ນແລະການຊົມໃຊ້ຢູ່ໃນແຫ່ງອື່ນໆຂອງໂລກຍັງຢູ່ໃນລະດັບຄືເກົ່າຄືບໍ່ຂຶ້ນບໍ່ລົງ.
ລາຍງານເວົ້າອີກວ່າ ການຊົມໃຊ້ຢາສັງເຄາະ ແລະຢາໝໍສັ່ງ ເຊັ່ນ ຢາ Ketamine ແມ່ນເພີ່ມຂຶ້ນ ໂດຍສະເພາະໃນຈີນ ໂຮມທັງຮ່ອງກົງ ມາ ເລເຊຍ ແລະຫວຽດນາມ.
ລາຍງານດັ່ງກ່າວໃຫ້ຂໍ້ສັງເກດວ່າ ພວກຊົມໃຊ້ຢາເສບຕິດໃນປະເທດບຣູໄນ ຍີ່ປຸ່ນ ຟິລິບປິນ ແລະເກົາຫຼີໃຕ້ພາກັນໃຊ້ຢາ methamphetamine ປະເພດ crystal ກັນເປັນປະຈໍາແລະຢ່າງກວ້າງຂວາງ. ສ່ວນປະເທດພູຖານ ແລະສີລັງກາ ພົບວ່າມີການເພີ່ມຂຶ້ນໃນການຊົມໃຊ້ກັນຊາ ແລະຢາ ATS ໃນຂະນະທີ່ບັງກລາແດສກໍຊົມໃຊ້ຢາກະຕຸ້ນປະສາດ ATS ກັນ ຢ່າງກວ້າງຂວາງ.
ຜົນການສຶກສາຄົ້ນຄວ້າເວົ້າວ່າ ຈໍານວນຜູ້ຊົມໃຊ້ຢາເສບຕິດດ້ວຍການໃຊ້ ເຂັມສັກຢູ່ໃນຂົງເຂດກໍເພີ່ມຂຶ້ນໄປ ອັນເປັນວິທີທີ່ສຽງຕໍ່ການແຜ່ລະບາດ ຂອງເຊື້ອເອັຊໄອວີ ຊຶ່ງເປັນເຊື້ອທີ່ພາໃຫ້ເປັນໂຣກເອດສ໌ນັ້ນ ກໍປະກົດວ່າກໍາລັງຖີບຕົວສູງຂຶ້ນຄືກັນ.