ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ຢາກຕັ້ງ ໜ່ວຍຮັກສາ ສັນຕິພາບ ທີ່ມີອຳນາດ ຫຼາຍຂຶ້ນ ຢູ່ຄອງໂກ


ສປຊ ຢາກສ້າງຕັ້ງ ກອງພັນຮັກສາສັນຕິພາບ ທີ່ມີສິດອຳນາດຫຼາຍຂຶ້ນ ໃນການຮັບມືກັບກຳລັງປະກອບອາວຸດກຸ່ມຕ່າງໆຢູ່ຄອງໂກ.
ສປຊ ຢາກສ້າງຕັ້ງ ກອງພັນຮັກສາສັນຕິພາບ ທີ່ມີສິດອຳນາດຫຼາຍຂຶ້ນ ໃນການຮັບມືກັບກຳລັງປະກອບອາວຸດກຸ່ມຕ່າງໆຢູ່ຄອງໂກ.
ອົງການສະຫະປະຊາຊາດກ່າວວ່າ ຕົນຕ້ອງການສ້າງຕັ້ງກອງພັນ
ຮັກສາສັນຕິພາບນຶ່ງຂຶ້ນຢູ່ທີ່ສາທາລະນະລັດປະຊາທິປະໄຕຄອງ
ໂກ ທີ່ຈະມີສິດອຳນາດຫຼາຍຂຶ້ນ ເພື່ອຮັບມືກັບກຸ່ມກຳລັງປະກອບ
ອາວຸດຕ່າງໆ.

ເຈົ້າໜ້າທີ່ສະຫະປະຊາຊາດກ່າວວ່າ ກອງກຳລັງດັ່ງກ່າວຊຶ່ງພວກ
ທ່ານເອີ້ນວ່າ ກອງພັນແຊກແຊງນັ້ນ ຈະມີກຳລັງທະຫານປະມານ
2,550 ຄົນແລະມີຈຸດປະສົງທີ່ຈະປ້ອງກັນບໍ່ໃຫ້ກຸ່ມກຳລັງປະກອບ
ອາວຸດ ຂະຫຍາຍພື້ນທີ່ໃນການຄວບຄຸມຂອງພວກເຂົາ.

ເຈົ້າໜ້າທີ່ຮັກສາສັນຕິພາບຄົນນຶ່ງຂອງສະຫະປະຊາຊາດ ທີ່ຂໍສະ
ຫງວນຊື່ກ່າວວ່າທະຫານຈຸດັ່ງກ່າວ ຈະມີໜ້າທີ່ບໍ່ພຽງແຕ່ປົກປ້ອງ
ພົນລະເຮືອນເທົ່ານັ້ນ. ທ່ານເວົ້າວ່າ ພວກເຂົາເຈົ້າຍັງຈະມີຄວາມ
ສາມາດໃນການຕອບໂຕ້ຢ່າງວ່ອງໄວຕໍ່ກຸ່ມ ກະບົດແລະປົດອາວຸດພວກເຂົາໃນທີ່ສຸດ.

ກອງພັນດັ່ງກ່າວຈະເປັນພາກສ່ວນນຶ່ງໃນການປະຕິບັດງານຂະໜາດໃຫຍ່ຂອງສະຫະປະ ຊາຊາດ ຢູ່ໃນຄອງໂກ ຊຶ່ງມີກຳລັງ ຮັກສາສັນຕິພາບທັງໝົດ 17,000 ຄົນ. ການປະຕິບັດ ງານຂອງສະຫະປະຊາຊາດໄດ້ຖືກຕຳໜິຕິຕຽນ ໃນເດືອນພະຈິກປີກາຍ ເວລາກອງກຳລັງ ດັ່ງກ່າວ ບໍ່ໄດ້ເຂົ້າສະກັດກັ້ນເພື່ອຍຸຕິການບຸກຄືບໜ້າ ຂອງກຸ່ມກະບົດ M23 ທີ່ໄດ້ເຂົ້າຢຶດ ເອົາເມືອງ Goma ໃນພາກຕາເວັນອອກຂອງຄອງໂກນັ້ນ. ພວກກະບົດກຸ່ມນີ້ ໄດ້ຖອນກຳ ລັງອອກໄປຈາກເມືອງດັ່ງກ່າວໃນເວລາຕໍ່ມາ.

ເຈົ້າໜ້າທີ່ສະຫະປະຊາຊາດກ່າວວ່າ ຕົນຄາດວ່າຈະມີການລົງນາມກັນ ໃນຂໍ້ຕົກລົງຂອງ ຂົງເຂດສະບັບນຶ່ງ ກ່ຽວກັບເລື່ອງຄອງໂກ ໃນມື້ວັນຈັນ ຈະມານີ້ ຢູ່ຂ້າງນອກຂອງກອງປະ ຊຸມສຸດຍອດສະຫະພາບອາຟຣິກາ ທີ່ນະຄອນ Addis Ababa. ພວກເຈົ້າໜ້າທີ່ເວົ້າວ່າ ຂໍ້ຕົກລົງດັ່ງກ່າວນີ້ ຈະມີການລົງນາມໂດຍປະທານາທິບໍດີ ຂອງສາທາລະນະລັດປະຊາທິ ປະໄຕຄອງໂກ ຣວັນດາ ອູການດາ ບູຣຸນດີ ອັງໂກລາ ສາທາລະນະລັດຄອງໂກ ອາຟຣິກາ ໃຕ້ແລະແທນຊາເນຍ.
XS
SM
MD
LG