ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານ ສປຊ ກ່ຽວກັບຄອງໂກ


ນາງ Justine Masika Bihamba ກຳລັງຕໍ່ສູ້ ຄະດີການຂົ່ມຂືນ ທີ່ພົວພັນ ກັບບັນຫາຂັດແຍ້ງ ໃນຄອງໂກ (28 ກັນຍາ 2010)
ນາງ Justine Masika Bihamba ກຳລັງຕໍ່ສູ້ ຄະດີການຂົ່ມຂືນ ທີ່ພົວພັນ ກັບບັນຫາຂັດແຍ້ງ ໃນຄອງໂກ (28 ກັນຍາ 2010)

ມີກຳນົດວ່າອົງການສະຫະປະຊາຊາດຈະນຳລາຍງານສະບັບນຶ່ງອອກເຜີຍແຜ່ໃນວັນສຸກ ມື້ນີ້ ທີ່ເວົ້າເຖິງປະເດັນສຳຄັນ ກ່ຽວກັບການກ່າວຫາໃນການກໍ່ອາດຊະຍາກຳສົງຄາມ ແລະການ ລ່ວງລະເມີດສິດທິມະນຸດ ຢູ່ໃນສາທາລະນະລັດ ປະຊາທິປະໄຕຄອງໂກ.

ສຳນັກງານອົງການສິດທິມະນຸດຂອງສະຫະປະຊາຊາດກ່າວວ່າ ລາຍງານສະບັບນີ້ ໄດ້ເວົ້າ ເຖິງ 600 ກວ່າກໍລະນີທີ່ເກີດຂຶ້ນໃນລະຫວ່າງປີ 1993 ຫາປີ 2003 ທີ່ມີປະຊາຊົນຫຼາຍ ຮ້ອຍພັນຄົນ ເສຍຊີວິດ ໄດ້ຮັບບາດເຈັບ ຫຼືບໍ່ກໍເປັນຜູ້ໄດ້ຮັບເຄາະ. ພວກເຄາະຮ້າຍສ່ວນ ໃຫຍ່ແມ່ນແມ່ຍິງ ແລະເດັກນ້ອຍ.

ການລ່ວງລະເມີດທີ່ວ່ານີ້ ມີຂຶ້ນໃນໄລຍະນຶ່ງທົດສະວັດ ຂອງການຂັດແຍ້ງຢູ່ ໃນຄອງໂກ ຊຶ່ງພາໃຫ້ມີການນຳເອົາ ກຳລັງຂອງຫຼາຍປະເທດເພື່ອນບ້ານ ເຂົ້າໄປໃນປະເທດດັ່ງກ່າວ.

ປະເທດຣວັນດາ ອູການດາ ແລະອັງໂກລາ ຕ່າງກໍໄດ້ປະຕິເສດ ຕໍ່ການກ່າວອ້າງຢູ່ໃນລາຍ ງານ ທີ່ວ່າກຳລັງທະຫານຂອງພວກເຂົາເຈົ້າ ໄດ້ກໍ່ອາດຊະຍາກຳ ແລະລ່ວງລະເມີດ ຢູ່ໃນ ດິນແດນຂອງຄອງໂກ.

ໃນຈົດໝາຍສະບັບນຶ່ງ ທີ່ມີໄປເຖິງຂ້າຫຼວງໃຫຍ່ສິດທິມະນຸດ ຂອງອົງການສະຫະປະຊາຊາດ ນັ້ນ ອູການດາກ່າວວ່າ ການກ່າວຫາເຫຼົ່ານີ້ອາດເປັນໄພອັນຕະລາຍຕໍ່ການປະກອບສ່ວນຂອງ ຕົນ ຢູ່ໃນກຳລັງຮັກສາສັນຕິພາບ ຂອງອົງການສະຫະປະຊາດ.

ປະເທດຣວັນດາ ກໍໄດ້ຂູ່ໃນທຳນອງດຽວກັນ ເມື່ອຕົ້ນເດືອນນີ້ ແຕ່ໄດ້ຖອນຄຳຂູ່ດັ່ງກ່າວ ຫຼັງຈາກອົງການສະຫະປະຊາຊາດເວົ້າວ່າ ຣວັນດາສາມາດປະກອບຄຳເຫັນ ເຂົ້າໃນບົດ ລາຍງານສະບັບນີ້.

XS
SM
MD
LG