ທູດພິເສດຂອງອົງການສະຫະປະຊາຊາດຮັບຜິດຊອບກ່ຽວກັບ
ເລື້ອງອັຟການິສຖານ ກ່າວຕໍ່ສະພາຄວາມໝັ້ນຄົງໃນວັນຈັນ
ວານນີ້ວ່າ ສະຖານະການໂດຍທົ່ວ ໄປດ້ານຄວາມປອດໄພ
ຢູ່ໃນປະເທດດັ່ງກ່າວພວມຊຸດໂຊມລົງບໍ່ເທົ່າໃດຊົ່ວໂມງຫລັງ
ຈາກການໂຈມຕີສະຫຼະຊີບໄດ້ສັງຫານທະຫານສະຫະລັດ 6
ຄົນໃນການໂຈມຕີໜ່ວຍລາດຕະເວນຂອງອົງການເນໂຕ້.
ທ່ານ Nicholas Haysom ກ່າວວ່າ ທະຫານອັຟການິສຖານ
ແມ່ນຂະຫຍາຍ ຄວາມສາມາດໃນການປະຕິບັດອອກໄປເກີນຂອບເຂດ ແລະຕ້ອງການການສະ ໜັບສະໜຸນທາງດ້ານພະລາທິການ ການປົກຄອງ ແລະຕ້ອງການກຳລັງໃຈທີ່ດີ ຂຶ້ນກວ່ານີ້. ນອກນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ສ້າງຄວາມກ້າວໜ້າທາງດ້ານການ ເມືອງໂດຍເວົ້າວ່າ ລັດຖະບານສາມັກຄີຊາດ ຈຳເປັນຕ້ອງໄດ້ສະແດງອອກໃຫ້ເຫັນເຖິງການມີປະສິດທິຜົນເພີ້ມຂຶ້ນພາຍໃນປີໜ້ານີ້.
ທ່ານກ່າວຕໍ່ສະພາຄວາມໝັ້ນຄົງວ່າ ອັຟການິສຖານແມ່ນມີຄວາມຈຳເປັນຕ້ອງໄດ້ຊອກຫາເສັ້ນທາງດ້ານການເມືອງໄປສູ່ສັນຕິພາບ.
ເວລາໄດ້ຜ່ານໄປນຶ່ງປີແລ້ວຫລັງຈາກກຳລັງປະສົມຂອງອົງການເນໂຕ້ພາຍໃຕ້ ການນຳພາຂອງສະຫະລັດ ໄດ້ສິ້ນສຸດການປະຕິບັດງານສູ້ລົບຢູ່ໃນອັຟການິສຖານ ແລະກາຍເປັນກອງກຳລັງທີ່ໃຫ້ການຝຶກແອບແລະຄຳແນະນຳແກ່ກຳລັງ ຮັກສາຄວາມປອດໄພຂອງອັຟການິສ
ຖານ ໃນຂະນະທີ່ພວກເຂົາເຈົ້າທຳການສູ້ລົບເພື່ອປົກປ້ອງປະເທດດ້ວຍຕົນເອງ.
ລາຍງານຂອງກະຊວງການປ້ອງກັນປະເທດສະຫະລັດທີ່ນຳອອກເຜີຍແຜ່ໃນ ສັບປະດາແລ້ວນີ້ ກ່າວວ່າ ກຳລັງອັຟການິສຖານແມ່ນມີຄວາມສາມາດບໍ່ລາບ ລື່ນປານໃດ ໃນການປົກປ້ອງດິນແດນທີ່ຢຶດມາໄດ້ ແລະຕົ້ນຕໍແລ້ວແມ່ນຍັງຢູ່ ໃນທ່າປ້ອງກັນທີ່ຈຳກັດການເຄື່ອນໄຫວຂອງຕົນໃນທົ່ວປະເທດ. ລາຍງານກ່າວ ວ່າ ກຳລັງອັຟການິສຖານໄດ້ບາດເຈັບລົ້ມຕາຍເພີ້ມຂຶ້ນ 27 ເປີເຊັນໃນປີນີ້.
ມີທະຫານອາເມຣິກັນຫລາຍກວ່າ 1,800 ຄົນ ໄດ້ເສຍຊີວິດ ນັບຕັ້ງແຕ່ສົງຄາມອັຟການິສ ຖານໄດ້ເລີ້ມຂຶ້ນໃນປີ 2001.
ກົມຕຳຫຼວດນະຄອນນິວຢອກກ່າວວ່າ ກຸ່ມສຸດທ້າຍແມ່ນຮວມທັງຕຳຫຼວດຈາກນະຄອນນິວຢອກທີ່ໄດ້ຖືກສົ່ງໄປປະຕິບັດງານໃນຖານະກອງກຳລັງປ້ອງກັນຊາດ ທາງອາກາດຂອງສະຫະລັດ.
ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ໂດຍເວົ້າວ່າ ຜູ້ໂຈມຕີສະຫຼະ
ຊີບທີ່ຂີ່ລົດຈັກຄົນນຶ່ງໄດ້ສັງຫານທະຫານ 19 ຄົນ. ພວກຫົວຮຸນແຮງຈຸນີ້ແມ່ນມັກເວົ້າໂຍກ
ກ່ຽວກັບຈຳນວນຜູ້ເສຍຊີວິດ.