ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຄວາມ​ຮຸນ​ແຮງ ທີ່ເພີ້ມ​ທະ​ວີ​ຂຶ້ນ ຢູ່ແຂວງ​ອິດ​ລິບ ​ໃນຊີ​ເຣຍ ອາດ​ກາຍ​ເປັນ ການນອງ​ເລືອດ


​ພວກ​ເຈົ້າ​ໜ້າ​ທີ່​ດັບ​ເພີງ ​ຮັບ​ມື​ກັບ​ການ​ໂຈມ​ຕີ ​ໃສ່​ໂຮງ​ພະ​ຍາ​ບານ Nabd Al-Hayat ໃນ​ເມືອງ Hass, ແຂວງ​ອິດ​ລິບ, ປະ​ເທດຊິ​ເຣຍ, 6 ພຶດ​ສະ​ພາ 2019.
​ພວກ​ເຈົ້າ​ໜ້າ​ທີ່​ດັບ​ເພີງ ​ຮັບ​ມື​ກັບ​ການ​ໂຈມ​ຕີ ​ໃສ່​ໂຮງ​ພະ​ຍາ​ບານ Nabd Al-Hayat ໃນ​ເມືອງ Hass, ແຂວງ​ອິດ​ລິບ, ປະ​ເທດຊິ​ເຣຍ, 6 ພຶດ​ສະ​ພາ 2019.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ ຕໍ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ສຸກ ໃນ​ແຂວງ​ອິດ​ລິບ​ ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ ໃນ​ວັນ​ສຸກວານ​ນີ້ ແລະ​ໄດ້​ເຕືອນ​ວ່າ ​ການ​ບຸກ​ໂຈມ​ຕີທາງ​ທະ​ຫານ​ໃນ​ທີ່​ນັ້ນ ໂດຍ​ອຳ​ນາດ​ການ​ປົກ​ຄອງ​ອາ​ຊາດ​ ​ໂດຍ​ໄດ້​ຮັບການ​ສະ​ໜັບ​ສະ​ໜຸນ​ຈາກ​ຣັດ​ເຊຍ ​ແມ່ນ​ສ່ຽງຕໍ່​ການ ​ເກີດ “ໄພ​ພິ​ບັດ​ທາງດ້ານ​ມະ​ນຸດ​ສະ​ທຳ​” ຖ້າ​ຫາກວ່າ ມັນ​ຍັງ​ດຳ​ເນີນ​ຕໍ່​ໄປ.

“ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ​ເມ​ສາ ຜ່ານ​ມາ​ນີ້, ​ການ​ເພີ້ມ​ທະ​ວີຄວາມ​ຮຸນ​ແຮງ​ດັ່ງ​ກ່າວ​ນີ້ ມີ​ລາຍ​ງານ​ວ່າ ໄດ້​ເຮັດ​ໃຫ້​ພົນ​ລະ​ເຮືອນ​ລົ້ມ​ຕາຍ​ ແລະ​ບາດເຈັບ ຫຼາຍກວ່າ​ຮ້ອຍ​ຄົນ ແລະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ ຕ້ອງ​ໄດ້​ອົບ​ພະ​ຍົບ​ຫ​ລົບ​ໜີ ເປັນ​ຈຳ​ນວນ 180,000 ຄົນ” ນັ້ນ​ຄື​ຄຳ​ເວົ້າ​ ຂອງ​ຫົວ​ໜ້າ​ດ້ານ​ການ​ເມືອງ ​ສະ​ຫະ​ປະ​ຊາ​ຊາດ ທ່ານນາງ Rosemary DiCarlo ໄດ້ບອກ​ຕໍ່​ກອງ​ປະ​ຊຸມ​ສຸກ​ເສີນ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ການ​ໂຈມ​ຕີ​ທາງ​ອາ​ກາດ ​ແມ່ນ​ເປັນ​ທີ່​ໜ້າ​ຕົກ​ໃຈ ທີ່​ຮວມ​ທັງການ​ນຳໃຊ້​ລະ​ເບີດຖັງ ໃ​ສ່​ເຂດ​ທີ່​ມີ​ປະ​ຊາ​ຊົນ​ອາ​ໄສ​ຢູ່​ໜາ​ແໜ້ນ​.

​ໃນ​ເດືອນ​ກັນ​ຍາ​ປີ​ກາຍນີ້, ​ການ​ຕົກ​ລົງແມ່ນ​ໄດ້​ບັນ​ລຸ ຍ້ອນ​ການ​ຊ່ອຍ​ເຫຼືອ​ຂອງ​ຣັດ​ເຊຍ ແລະ​ເທີ​ກີ ທີ່​ຈະ​ເຮັດ​ໃຫ້​ແຂວງ​ອິດ​ລິບ ເປັນ​ເຂດ “ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ.” ເຂດ​ດັ່ງ​ກ່າວ​ ໃນ​ເວ​ລານີ້ ສ່ວນ​ໃຫຍ່​ແລ້ວແມ່ນຄວບ​ຄຸມ​ໂດຍ​ກຸ່ມ Hayat Tahrir al Sham ຫຼື (HTS), ທີ່​ຢູ່​ໃນ​ບັນ​ຊີ​ລາຍ​ຊື່​ກຸ່ມກໍ່​ການ​ຮ້າຍ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມອາ​ລ-ໄຄດາ.

ລະເບີດຖັງ ໄດ້ໂຈມຕີໃສ່ເຮລິຄອບເຕີ ໃນເມືອງຄາຣ໌ຊາ ແຂວງອິດລິບ, ຊີເຣຍ, 7 ພຶດສະພາ ໃນພາບນິ້ງຈາກວີດີໂອ ໃນວັນທີ 9 ພຶດສພາ 2019.
ລະເບີດຖັງ ໄດ້ໂຈມຕີໃສ່ເຮລິຄອບເຕີ ໃນເມືອງຄາຣ໌ຊາ ແຂວງອິດລິບ, ຊີເຣຍ, 7 ພຶດສະພາ ໃນພາບນິ້ງຈາກວີດີໂອ ໃນວັນທີ 9 ພຶດສພາ 2019.

ມີ​ຊາວ​ຊີ​ເຣຍ ຫຼາຍ​ກວ່າລ້ານ​ຄົນ ທີ່​ອາ​ໄສ​ຢູ່​ແຂວງ​ອິດ​ລິບ ມີ​ຫຼາຍໆ​ຄົນ ໄດ້​ອົບ​ພະ​ຍົບຫ​ລົບ​ໜີມາ ຈາກ​ເຂດ​ອື່ນໆ​ຂອງ​ປະ​ເທດ ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ເຕືອນ​ມາ​ເປັນ​ເວ​ລາ​ຫຼາຍ​ເດືອນ​ແລ້ວ​ວ່າ ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານຢ່າງ​ເຕັມ​ສ່ວນ ໃນ​ທີ່​ນັ້ນ ຕໍ່​ກຸ່ມ​ກໍ່​ການ​ຮ້າຍ ແມ່ນ​ສ່ຽງ​ຕໍ່​ການ​ເກີດ​ໄພ​ພິ​ບັດ​ທາງ ດ້ານມະ​ນຸດ​ສະ​ທຳ​ຮ້າຍ​ແຮງ.

“ປະ​ຊາ​ຄົມ​ນາໆ​ຊາດຕົກ​ລົງ​ກັນວ່າ ການ​ມີ​ໜ້າ​ຂອງກຸ່ມ HTS ໃນ​ແຂວງ​ອິດ​ລິ​ບ
ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ,”
ທ່ານ​ນາງ DiCarlo ໄດ້​ກ່າວ​ໄປ ຊຶ່ງ​ໝາຍ​ເຖິງ ກຸ່ມ
Hayat Tahrir al Sham ໂດຍ​ໃຊ້​ຊື່​ຫຍໍ້ “ແຕ່​ວ່າ ດ້ວຍ​ພົນ​ລະ​ເຮືອນ​ຈຳ​ນວນ
3 ລ້ານ​ຄົນ ອາ​ໄສຢູ່​ໃກ້​ໆກັນ, ການ​ຕໍ່​ສູ້​ກັບ​ພວກ​ກໍ່​ການ​ຮ້າຍ ບໍ່​ສາ​ມາດ​ທີ່​ຈະ
​ອະ​ນຸ​ຍາດ​ໃຫ້​ມີ​ຂຶ້ນ​ໄດ້ ກາຍ​ພັນ​ທະ ພາຍ​ໃຕ້​ກົດ​ໝາຍ​ສາ​ກົນ​ໄດ້.”

ໂດຍສະ​ເພາະແລ້​ວ​ທີ່​ກາຍ​ເປັນ​ບັນ​ຫາ ​ກໍແມ່ນການ​ໂຈມ​ຕີ ທີ່​ແນ​ໃສ່​ໂຮງ​ພະ​ຍາ​ບານແລະ​ໂຮງ​ຮຽນ ເພີ້ມ​ຂຶ້ນ ໃນ​ຮອບ​ຫຼາຍໆ​ສັບ​ປະ​ດາ​ ຫວ່າງ​ມໍ່ໆນີ້

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພວກເດັກນ້ອຍຊາວຊີເຣຍ ນັ່ງໂຮມກັນ ໃນສວນໝາກກອກ ໂອລີບ ໃນເມືອງ Atmeh, ແຂວງອິດລິບ, ຊີເຣຍ, 15 ພຶດສພາ 2019.
ພວກເດັກນ້ອຍຊາວຊີເຣຍ ນັ່ງໂຮມກັນ ໃນສວນໝາກກອກ ໂອລີບ ໃນເມືອງ Atmeh, ແຂວງອິດລິບ, ຊີເຣຍ, 15 ພຶດສພາ 2019.
XS
SM
MD
LG