ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ຕິຕຽນ ນະໂຍບາຍອົບພະຍົບ ຂອງ ອອສເຕຣເລຍ


ຕຳຫລວດຍາມແນມເບິ່ງເຮືອໄມ້ ທີ່ພາພວກອົບພະຍົບ ຊາວເຜົ່າ ໂຣຮິງຢາ ຈາກປະທດມຽນມາລ່ອງລອຍໄປ.
ຕຳຫລວດຍາມແນມເບິ່ງເຮືອໄມ້ ທີ່ພາພວກອົບພະຍົບ ຊາວເຜົ່າ ໂຣຮິງຢາ ຈາກປະທດມຽນມາລ່ອງລອຍໄປ.

ນະ​ໂຍບາຍ ອົບ​ພະ​ຍົບຂອງ ອອສ​ເຕຣເລຍ ​ໄດ້​ຖືກ​ປະນາມ​
ໂດຍຄະນະ​ກຳ​ມະ​ການ ສິດທິມະນະ​ນຸດ ສະຫະ​ປະຊາ​ຊາດ.
ການ​ຕິຕຽນນີ້ ​ໄດ້​ເກີດ​ຂື້ນ​ໃນ​ຂະນະ​ທີ່ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ
​ວ່າ ຄວາມ​ຮຸນ​ແຮງທີ່​ວຸ້ນວາຍ​ຢູ່ໃນສູນ​ກາງກັກ​ຂັງອົບ​ພະຍົບ
ທີ່ ​ເກາະ Christmas ພວມຖືກຄວບຄຸມໄວ້ໄດ້ຢູ່. Phil
Mercer ລາຍ​ງານ​ຈາກ ນະຄອນ Sydney ຊຶ່ງ​ ກິ່ງສະຫວັນ
ຈະນຳ​ມາສະ​ເໜີ​ທ່ານ.

ອອສ​ເຕຣ​ເລຍ ກັກ​ຂັງ​ບັນດາ​ຄົນຂໍລີ້​ໄພ​ຜູ້​ທີ່ເດີນທາງ​ມາ​ເຖິງ​ ປະ​ເທດ ປາດ​ສະ​ຈາກ ວີ​ຊາ
ນັ້ນຢ່າງອັດຕະໂນມັດ. ຜູ້​ຖືກ​ຈັບ​ຫລາ​ຍຮ້ອຍ​ຄົນ ​ໄດ້​ຖືກ​ສົ່ງ​ໄປ​ດຳ​ເນີນ​ເລື້ອງຢູ່​ສູນນອກ
​ຝັ່ງ​ທະ​ເລ ​ໃນ​ເຂດ​ມະຫາ​ສະມຸດ​ປະຊິ​ຟິກ ທີ່ Papua New Guinea ​ແລະ Nauru.

ໃນ​ການ​ຮັບ​ຟັງຄຳໃຫ້ການ​ຢູ ນະ​ຄອນ Geneva ຫລາຍ​ກວ່າ 100 ປະ​ເທດ ​ໄດ້ກ່າວ​ຕ້ານ
ນະ​ໂຍບາຍອົບ​ພະຍົບຂອງ ອອສສ​ເຕຣ​ເລ​ຍ. ຫລາຍ​ຄົນ​ໄດ້​ຮ້ອງ​ຂໍ​ໄປຍັງນະຄອນຫຼວງ
Canberra ວ່າ​ໃຫ້​ລົບ​ລ້າງ​ການ​ກັກ​ຂັງ​ເດັກນ້ອຍ ​ແລະການ​ດຳ​ເນີນ​ເລື້ອງຢູ່​ນອກ​ຝັ່ງ​.

ຜູ້​ແທນ​ສະພາ​ຕໍ່າ ສະຫະລັດ ທ່ານ​ນາງ Divya Khosla ກ່າວ​ວ່າ ອອສ​ເຕຣ​ເລຍ ຕ້ອງ​
ໃຫ້ການຄໍ້າ​ປະກັນ​ວ່າ ບັນດາ​ຜູ້​ຖືກ​ກັກ​ຂັງ​ໄດ້​ຮັບການປະຕີບັດຕໍ່ຢ່າງທ່ຽງທໍາ.

ທ່ານ​ນາງ Divya Khosla ຜູ້​ແທນ​ສະພາ​ຕໍ່າ ສະຫະລັດ ກ່າວ​ວ່າ “ພວກ​ເຮົາ​ຂໍຊຸກຍູ້
​ໃຫ້ອອສ​ເຕຣ​ເລຍ ​ໃຫ້ການ​ຄໍ້າປະກັນດູ​ແລ​ຢ່າງ​ມີມະ​ສຸດ​ສະ​ທໍາ ​ແລະ​ໃຫ້ນັບຖື​ສິດທິ​

ມະນຸດ ຂອງພວກສະແຫວງຫາການລີ້​ໄພ ຮວມທັງພວກທີ່​ດຳ​ເນີນ​ລື້ອງ​ຢູ່ Papua
New Guinea ​ແລະ Nauru​ນັ້ນນຳ.

​ແຕ່​ວ່າ ​ເຈົ້າ​ໜ້າ​ທີ່ ອອສ​ເຕຣ​ເລຍ ທ່ານ Steve McGlynn ​ກ່າວຢູ່ໃນທີ່​ຮັບ​ຟັງ​ຄຳໃຫ້
ການວ່າ ນະ​ໂຍບາຍ​ແມ່ນ​ກີດ​ກັ້ນ​ບັນດາ​ຜູ້​ຊອກ​ຫາ​ການລີ້​ໄພ ໃຫ້ເວັ້ນຈາກ​ການ​ສ່ຽງ
​ຊີວິດ​ຂອງເຂົາ​ເຈົ້າ​ໃນ​ທະ​ເລ ​ໂດຍ​ພະ​ຍາ​ຍາມ​ມາ​ເຖິງ ອອສ​ເຕຣ​ເລຍ ໂດຍ​ທາງ​ເຮືອ
​ທັງເຮັດ​ຄວາມກົດ​ດັນ​ໃສ່​ພວກ​ຄ້າ​ມະ​ນຸດ.

ທ່ານ Mcglynn ກ່າວ​ວ່າ “ນະ​ໂຍບາຍ​ຊາຍ​ແດນ ອອສ​ເຕຣ​ເລຍ ​ໄດ້​ຮັບ​ຜົນ​ສຳເລັດ
ໂດຍສ້າງຄວາມເສ​ຍຫາຍ​ໃຫ້​ແກ່​ການ​ລັກລອບຄ້າມະນຸດ​ ຊ່ຶງການກະທຳດັ່ງກ່າວ
ແມ່ນ
ໄດ້ກູ້​ຊີວິດ​ຜູ້ຄົນໄວ້ຢ່າງ​ນັບບໍ່​ຖ້ວນ​ຢູ່​ທະ​ເລ. ການ​ຄໍ້າປະກັນ​ອັນ​ໃຫຍ່​ຫລວງ ​
ແລະຊ່ວຍ​ຫລຸດຜ່ອນ​ການຜະຈົນ​ໄພ​ທາງ​ທະ​ເລ ອັນ​ເປັນ​ຜົນ​ຂອງ​ການ​ບໍລິຫານຂອງ
ອອສ​ເຕຣ​ເລຍ ​ແກ່​ຄົນ​ເຂົ້າ​ເມືອງ ​ໄດ້​ເປັນ​ຜົນ​ສະ​ທ້ອນ​ໃນ ອອສ​ເຕຣ​ເລຍ ທີ່​ສາມາດ​
ຕັ້ງ​ຖິ່ນ​ຖານ ໃຫ້​ແກ່​ອົບ​ພະຍົບຫລາຍ​ຂື້ນ​ໃນ​ໂຄງການມະນຸດສະທຳ​ຂອງ​ພວກ​ເຮົາ."

ຢູ່​ທີ່​ສູນ​ກັກ​ຂັງ​ທີ່ ເກາະ Christmas ບັນດາ​ເຈົ້າ​ໜ໊າ​ທີ່​ກ່າ​ວວ່າ ຄວາ​ມວຸ້ນວາຍ​ທີ່​ເກີດຂື້ນ
ໃນ​ວັນ​ອາທິດ​ໄດ້​ສີີ້​ນສຸດ​ລົງແລ້ວ.

ຄວາມ​ອົນ​ລະ​ວົນ​ໄດ້​ເກີດ​ຂື້ນ​ເວລານັກ​ໂທດ​ຄົນ​ໜຶ່ງ​ ທີ່​ເປັນ ຊາວ​ເຄີ​ດ-ອີ​ຣ່ານ ​ໄດ້​ຫລົບ​
ໜີ ​ແລະ​ພົບ​ເຫັນວ່າເສຍ​ຊີວິດ​ຢູ່​ນອກສູນ. ບັນດານັກ​ໂທດ​ພາກັນຈູດ​ໄຟ ​ແລະຕັນ​ເຂົາ​
ເຈົ້າເອງໄວ້​ຢູ່​ໃນ​ສູນ ​ດ້ວຍອາວຸດ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄວາ​ມສະຫງົບ​ໄດ້​ກັບ​ຄືນ
​ມາຫຼັງຈາກການ​ເຈລະຈາ​ກັບ​ບັນດາ​ນັກ​ໂທດ.

​ເກາ​ະ Christmas ຕັ້ງ​ຢູ່​ປະມານ 2,500 ກິ​ໂລ​ແມັດ ໄປທາງ​ທິດ​ຕາເວັນ​ຕົກ​ສຽງ​ເໜືອ​
ຂອງ​ເມືອງ Pert ອອສ​ເຕຣ​ເລຍ ​ແລະ 380 ກິ​ໂລ​ແມັດໄປທາງທິດໃຕ້ ຫ່າງຈາກເກາະ
Java ຂອງອິນ​ໂດ​ເນ​ເຊຍ.​

ເຮືອທະຫານ ອອສເຕຣເລຍ ກຳລັງຕິດຕາມເຮືອອົບພະຍົບ
ເຮືອທະຫານ ອອສເຕຣເລຍ ກຳລັງຕິດຕາມເຮືອອົບພະຍົບ

ຢູ່​ທີ່​ສູນ​ກັກ​ຂັງ​ທີ່ ເກາະ Christmas ບັນດາ​ເຈົ້າ​ໜ໊າ​ທີ່​ກ່າ​ວວ່າ ຄວາ​ມວຸ້ນວາຍ​ທີ່​ເກີດຂື້ນໃນ​ວັນ​ອາທິດ​ໄດ້​ສີີ້​ນສຸດ​ລົງແລ້ວ.

ຄວາມ​ອົນ​ລະ​ວົນ​ໄດ້​ເກີດ​ຂື້ນ​ເວລານັກ​ໂທດ​ຄົນ​ໜຶ່ງ​ ທີ່​ເປັນ ຊາວ​ເຄີ​ດ-ອີ​ຣ່ານ ​ໄດ້​ຫລົບ
​ໜີ​ ແລະ​ພົບ​ເຫັນວ່າເສຍ​ຊີວິດ​ຢູ່​ນອກສູນ. ບັນດານັກ​ໂທດ​ພາກັນຈູດ​ໄຟ ​ແລະຕັນ​ເຂົາ
​ເຈົ້າເອງໄວ້​ຢູ່​ໃນ​ສູນ ​ດ້ວຍອາວຸດ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄວາ​ມສະຫງົບ​ໄດ້​ກັບ​ຄືນ
​ມາ​ ຫຼັງຈາກການ​ເຈລະຈາ​ກັບ​ບັນດາ​ນັກ​ໂທດ.

​ເກາ​ະ Christmas ຕັ້ງ​ຢູ່​ປະມານ 2,500 ກິ​ໂລ​ແມັດ ໄປທາງ​ທິດ​ຕາເວັນ​ຕົກ​ສຽງ​ເໜືອ
​ຂອງ​ເມືອງ Pert ອອສ​ເຕຣ​ເລຍ ​ແລະ 380 ກິ​ໂລ​ແມັດໄປທາງທິດໃຕ້ ຫ່າງຈາກເກາະ
Java ຂອງອິນ​ໂດ​ເນ​ເຊຍ.​

XS
SM
MD
LG