ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກ່າວວ່າ COVID ໃນ ອິນເດຍ ແມ່ນບໍ່ຄືສິ່ງໃດ ທີ່ພາກພື້ນ ເຄີຍປະເຊີນຜ່ານມາ


ພີ່ນ້ອງ ແລະ ອາສາສະໝັກໃນຊຸດປ້ອງກັນຕົວ ຫາມສົບຂອງຜູ້ເຄາະຮ້າຍ COVID-19 ອອກຈາກລົດໂຮງໝໍສຳລັບພິທີຈູດສົບ ຢູ່ສະຖານທີ່ເຜົາສົບໃນເມືອງ ສຣີນາກາ, ໃນພາກພື້ນ ແຄສເມຍ ທີ່ຖືກຄວບຄຸມໂດຍ ອິນເດຍ. 25 ພຶດສະພາ, 2021.
ພີ່ນ້ອງ ແລະ ອາສາສະໝັກໃນຊຸດປ້ອງກັນຕົວ ຫາມສົບຂອງຜູ້ເຄາະຮ້າຍ COVID-19 ອອກຈາກລົດໂຮງໝໍສຳລັບພິທີຈູດສົບ ຢູ່ສະຖານທີ່ເຜົາສົບໃນເມືອງ ສຣີນາກາ, ໃນພາກພື້ນ ແຄສເມຍ ທີ່ຖືກຄວບຄຸມໂດຍ ອິນເດຍ. 25 ພຶດສະພາ, 2021.

ສະຖານະການໃນເຂດເອເຊຍໃຕ້ ທີ່ຖືກຄຸກຄາມໂດຍໂຣກລະບາດແມ່ນ “ບໍ່ຄືສິ່ງໃດທີ່ພາກພື້ນຂອງພວກເຮົາເຄີຍເຫັນມາກ່ອນ,” ຜູ້ອຳນວຍການປະຈຳພາກພື້ນຂອງອົງການກອງທຶນເດັກ ຫຼື UNICEF ໄດ້ກ່າວໃນວັນອັງຄານວານນີ້.

ທ່ານ ຈອຣ໌ຈ ລາເຣຍ-ແອດເຈ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນ ເຈນີວາ ວ່າ “ຂອບເຂດທີ່ກວ້າງໃຫຍ່ ແລະ ຄວາມໄວໃນການເພີ່ມຂຶ້ນຄັ້ງໃໝ່ຂອງ COVID-19 ແມ່ນເໜືອກວ່າຄວາມສາ ມາດຂອງປະເທດຕ່າງໆທີ່ຈະສະໜອງການປິ່ວປົວຊ່ວຍຊີວິດໃຫ້ໄດ້, ທ່ານ ຈອຣ໌ຈ ລາເຣຍ-ແອດເຈ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ນະຄອນ ເຈນີວາ ໃນວັນອັງຄານວານນີ້.

ທ່ານ ລາເຣຍ-ແອດເຈ ໄດ້ກ່າວວ່າ ໃນຂະນະທີ່ ອິນເດຍ ໄດ້ບັນທຶກຈຳນວນຜູ້ເສຍຊີວິດທີ່ສູງທີ່ສຸດໃນມື້ດຽວຍ້ອນ COVID-19 ດ້ວຍ 4,529 ຄົນໃນນຶ່ງວັນເມື່ອາທິດທີ່ຜ່ານມານັ້ນ, ເດັກນ້ອຍປະ ມານ 228,000 ຄົນ ແລະ ແມ່ 11,000 ຄົນໃນທົ່ວພາກພື້ນໄດ້ເສຍຊີວິດຍ້ອນການລົບກວນໃນການບໍລິການປິ່ນປົວສຸຂະພາບທີ່ສຳຄັນຢູ່ໃນພາກພື້ນ.

ທ່ານໄດ້ກ່າວວ່າ “ດ້ວຍການເພີ່ມຂຶ້ນທີ່ມີຂະໜາດສີ່ເທົ່າຈາກຄັ້ງທຳອິດນັ້ນ, ພວກເຮົາກຳລັງປະ ເຊີນກັບຄວາມເປັນໄປໄດ້ທີ່ແທ້ຈິງ ກ່ຽວກັບ ການຕາຍຕ່າງຫາກຫຼາຍຂຶ້ນຂອງເດັກນ້ອຍ ແລະ ແມ່ມານໃນເຂດເອເຊຍໃຕ້.”

ອິນເດຍ ໄດ້ບັນທຶກ COVID-19 ເກືອບ 27 ລ້ານກໍລະນີນັບຕັ້ງແຕ່ຕອນເລີ່ມຕົ້ນຂອງໂຣກລະ ບາດ, ອີງຕາມສູນກາງແຫຼ່ງຂໍ້ມູນໄວຣັສໂຄໂຣນາຂອງ ຈອນສ໌ ຮັອບກິນສ໌. ຫຼາຍຄົນເຊື່ອວ່າຕົວເລກແມ່ນສູງຂຶ້ນຫຼາຍຍ້ອນການຂາດການກວດໂຣກ.

ດ້ວຍເວລາບໍ່ເຖິງສອງເດືອນຍັງເຫຼືອ ກ່ອນພິທີເປີດການແຂ່ງຂັນນັ້ນ, ກິລາໂອລິມປິກ ໂຕກຽວ ແມ່ນໄດ້ຮັບຜົນກະທົບອີກຄັ້ງນຶ່ງໃນວັນຈັນທີ່ຜ່ານມາ ເມື່ອລັດຖະບານ ສະຫະລັດ ໄດ້ອອກຄຳເຕືອນສຳລັບປະຊາຊົນຂອງເຂົາເຈົ້າບໍ່ໃຫ້ເດີນທາງໄປ ຍີ່ປຸ່ນ ຍ້ອນການເພີ່ມຂຶ້ນຄັ້ງໃໝ່ ໃນກໍລະນີຂອງ COVID-19.

ກະຊວງການຕ່າງປະເທດໄດ້ອອກຄຳເຕືອນການເດີນທາງລະດັບສູງທີ່ສຸດຂອງເຂົາເຈົ້າຄື ລະດັບ 4, ເຊິ່ງອ້າງເຖິງອັດຕາການສັກຢາທີ່ຊັກຊ້າຂອງ ຍີ່ປຸ່ນ ແລະ ມາດຕະການຫ້າມນັກເດີນທາງຈາກ ສະຫະລັດ ຂອງປະເທດດັ່ງກ່າວ ເອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG