ສານຍຸຕິທຳສູງສຸດ ຂອງອົງການສະຫະປະຊາຊາດ ໄດ້ຕັດສິນ
ໃນວັນອັງຄານນີ້ວ່າ ທັງ Serbia ແລະ Croatia ບໍ່ໄດ້ທຳການ
ຂ້າລ້າງເຜົ່າພັນ ໃນລະຫວ່າງສົງຄາມແຫລມ Balkan ໃນຊຸ່ມປີ
1990 ເວລາ Croatia ແຍກຕົວອອກມາຈາກອະດີດ Yugoslavia.
ອິງຕາມຄຳຕັດສິນ ທີ່ໄດ້ອ່ານໂດຍຜູ້ພິພາກສາສານ Peter
Tomka ຂອງສານຍຸຕິທຳນາໆຊາດ ແລ້ວ ໄດ້ມີການກໍ່ອາຊະຍາ
ກຳຫຼາຍໆຢ່າງໂດຍກອງກຳລັງຂອງທັງສອງປະເທດ ຊຶ່ງແຕ່
ລະຝ່າຍ ກໍບໍ່ສາມາດພິສູດໄດ້ວ່າອີກຝ່າຍນຶ່ງ ໄດ້ຂ້າລ້າງເຜົ່າພັນ ໃນລະຫວ່າງທີ່ເກີດບັນຫາຂັດແຍ້ງ ທີ່ໄດ້ສັງຫານຜູ້ຄົນຫຼາຍ
ກວ່າ 20 ພັນຄົນ ນັ້ນ.
Croatia ໄດ້ກ່າວຫາ Serbia ວ່າ ໄດ້ທຳການກວດລ້າງ ແລະຂ້າລ້າງເຜົ່າພັນຊົນກຸ່ມນ້ອຍ ໃນເມືອງ Vukovar ແລະໃນເຂດອື່ນໆອີກໃນປີ 1991. ຕໍ່ມາ Serbia ໄດ້ຟ້ອງກັບ ຕໍ່ Croatia ໃນການຂັບໄລ່ຊາວ Serbia ອອກຈາກ Croatia ໃນປີ 1995.
ທັງສອງປະເທດ ຕ່າງກໍ ກ່າວວ່າ ພວກຕົນ ຈະຍອມຮັບເອົາຄຳຕັດສິນຂອງສານຍຸຕິທຳນາໆຊາດ ຫຼື ICJ ຊຶ່ງໝາຍຄວາມວ່າ ໄດ້ມີການຕົກລົງລະຫວ່າງທັງສອງປະເທດ. ແຕ່ກໍມີຄວາມ ວິຕົກກັງວົນວ່າ ການຕັດສິນຂອງສານອາດຈະກໍ່ໃຫ້ເກີດຄວາມເຄັ່ງຕຶງທາງການເມືອງຂຶ້ນ.