ການຄົ້ນຄວ້າໃໝ່ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ
ໄດ້ໃຫ້ລາຍລະອຽດກ່ຽວກັບວ່າ ເກົາຫລີເໜືອໄດ້ຫລົບຫລີກຢ່າງ
ເປັນຜົນສຳເລັດໄດ້ແນວໃດ ຕໍ່ ການລົງໂທດຂອງນາໆຊາດ ໃນ
ໄລຍະສິບປີທີ່ຜ່່ານມາ. ການຄົ້ນຄວ້າດັ່ງກ່າວມີຂຶ້ນໃນຂະນະທີ່
ສະພາຄວາມໝັ້ນຄົງ ກະກຽມການລົງຄະແນນສຽງ ໃນການລົງ
ໂທດຄັ້ງໃໝ່ ຕໍ່ປະເທດທີ່ຢູ່ຢ່າງລືກລັບ ແລະຜະເດັດການດັ່ງກ່າວ.
ລາຍງານຂຽນໂດຍ ຄະນະກຳມະການ ສະຫະປະຊາຊາດ ທີ່ກຳ
ກັບນຳການ ລະເມີດຕໍ່ລົງໂທດ ຮັບຮູ້ວ່າການລົງໂທດສີ່ຮອບທີ່
ໜັກຂຶ້ນເລື້ອຍໆຂອງອົງການ ສະຫະປະຊາຊາດຕໍ່ເກົາຫລີເໜືອ
ນັບແຕ່ປີ 2006 ເປັນຕົ້ນມາ ແລະບໍ່ສາມາດ ຊັກຊວນໃຫ້ລັດຖະ
ບານ ທ່ານ Kim Jong Un ປະຖີ້ມ ໂຄງການນິວເຄລຍ ແລະລູກສອນໄຟຂີປະນາວຸດຂອງຕົນ.
ໂດຍກ່າວເຖິງການທົດລອງນິວເຄລຍ ແລະສົ່ງດາວທຽມ ຂອງເກົາຫລີເໜືອຫວ່າງມໍ່ໆມາ
ນີ້ ແລະໄດ້ເນັ້ນໜັກວ່າ ໂຄງການນິວເຄລຍຂອງຕົນ ແມ່ນເພື່ອ ສະກັດກັ້ນຕໍ່ການຂົ່ມຂູ່
ຈາກສະຫະລັດ ລາຍງານກ່າວວ່າ “ມີບັນດາຄຳຖາມທີ່ຮ້າຍແຮງ ກ່ຽວກັບປະສິດທິພາບ
ຂອງລະບົບການລົງໂທດສະຫະປະຊາຊາດ ໃນປັດຈຸບັນ.”
ສະຫະປະຊາຊາດລາຍງານກ່ຽວກັບເອກກະສານຈຳນວນນຶ່ງ ທີ່ຫລາຍກໍລະນີ ເກົາຫລີ
ເໜືອ ໄດ້ຫລົບຫລີກການລົງໂທດ ແລະເປີດເຜິຍໃຫ້ເຫັນວ່າ ພຽງຢາງ ຍັງສືບຕໍ່ນຳໃຊ້
ລະບົບການເງິນນາໆຊາດຢ່າງໃດ ສາຍການບິນ ແລະເສັ້ນທາງຂອງຫີບບັນທຸກເຄື່ອງ
ໃນການຄ້າຂາຍສິນຄ້າທີ່ຕ້ອງຫ້າມ.
ສະຫະປະຊາຊາດລາຍງານກ່ຽວກັບເອກກະສານຈຳນວນນຶ່ງ ທີ່ຫລາຍກໍລະນີ ເກົາຫລີເໜືອ ໄດ້ຫລົບຫລີກການລົງໂທດ ແລະເປີດເຜິຍໃຫ້ເຫັນວ່າ ພຽງຢາງ ຍັງສືບຕໍ່ນຳໃຊ້ລະບົບການເງິນນາໆຊາດຢ່າງໃດ ສາຍການບິນ ແລະເສັ້ນທາງຂອງຫີບບັນທຸກເຄື່ອງ ໃນການຄ້າຂາຍສິນຄ້າທີ່ຕ້ອງຫ້າມ.