ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສປຊ ພິຈາລະ​ນາ ຍັດຕິ​ກ່ຽວ​ກັບ​ເຢ​ເມັນ ເພື່ອ​ຊຸກຍູ້ ໃຫ້ມີ ການ​ເຈລະຈາ​​ສັນຕິພາບ


ພວກນັກຕໍ່ສູ້ Houthi ຢູ່ໃນເຄື່ອງແບບຂອງທະຫານ ກຳລັງລາດຕະເວນ ຢູ່ນອກທຳນຽບປະທານາທິບໍດີ ໃນນະຄອນຫລວງ Sana'a ປະເທດ Yemen, ວັນທີ 6 ກຸມພາ 2015.
ພວກນັກຕໍ່ສູ້ Houthi ຢູ່ໃນເຄື່ອງແບບຂອງທະຫານ ກຳລັງລາດຕະເວນ ຢູ່ນອກທຳນຽບປະທານາທິບໍດີ ໃນນະຄອນຫລວງ Sana'a ປະເທດ Yemen, ວັນທີ 6 ກຸມພາ 2015.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະ​ປະຊາ​ຊາດ ພວມ​ພິຈາລະ​ນາ
ຍັດຕິ​ນຶ່ງ​ກ່ຽວ​ກັບ​ເຢ​ເມັນ ທີ່​ຈະ​ຊຸກຍູ້ໃຫ້ພວກ​ກະບົດ Houthi
ນິກາຍ Shi’ite ສະຫລະ​ອຳນາດ ​ແລ້ວ​ປ່ອຍ​ໂຕ​ປະທານາທິບໍດີ
Abed Rabbo Mansour Haid ​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່​ງ
​ແລະ​ຄະນະ​ລັດຖະບານ​ຂອງ​ທ່ານ ​ແລະ ​ໃຫ້​ເຂົ້າຮ່ວມ​ການ​ເຈລະ
ຈາສັນຕິພາບ ທີ່​ສະຫະ​ປະຊາ​ຊາດ​ນຳພາ​ນັ້ນ “ດ້ວຍ​ສັດທາ ​
ແລະຄວາມ​ສຸດຈະລິດ​ໃຈ.”

ບັນດາ​ນັກ​ການ​ທູດ ກ່າວ​ວ່າ ຍັດຕິ​ດັ່ງກ່າວນັ້ນ ​ບໍ່​ເຖິງ​ຂັ້ນຮຽກ
ຮ້ອງໃຫ້​ໃຊ້ ບົດ​ບັນຍັດ​ທີ 7 ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ທີ່​
ອະນຸຍາດໃຫ້​ໃຊ້​ກຳລັງ​ທະຫານໄດ້​ນັ້ນ.

YEMEN UN RESOLUTION VIDEO
please wait

No media source currently available

0:00 0:00:32 0:00


ນັບຕັ້ງ​ແຕ່​ໄດ້​ຢຶດອຳນາດ​ໃນຕົ້ນ​ເດືອນ​ນີ້ມາ ພວກ Houthi ​ໄດ້​ຍຸບ​ສະພາ ​ແລະ ຈັດຕັ້ງ
ອຳນາດປົກຄອງ​ຂອງ​ພວກ​ເຂົາ​ເອງຂຶ້ນ​ມາ. ພວກ​ Houthi ກ່າວ​ວ່າ ພວກ​ເຂົາ​ກຳລັງ​ທຳ​
ການ​ “ປະຕິວັດ” ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ຂອງ​ບັນດາ​ເຈົ້າໜ້າ​ທີ່ ​ແລະ ​ເສດຖະກິດ
​ທີ່​ລົ້ມ​ແຫລວ. ປະທານາທິບໍດີ ​ແລະ ບັນດາລັດຖະມົນຕີຂອງ​ທ່ານ ຍັງ​ຢູ່​ພາຍ​ໃຕ້​ການ​ກັກ​
ບໍລິ​ເວນ ຢູ່​ທີ່​ບ້ານ​ພັກ​ຂອງ​ພວກ​ເຂົາ​ເຈົ້າ.

​ໃນ​ວັນ​ເສົາ​ວານ​ນີ້ ຊາວ​ເຢ​ເມັນຫຼາຍໝື່ນ​ຄົນ ​ໄດ້​ພາກັນ​ອອກ​ມາ​ປະ ທ້ວງ​ ຕໍ່ຕ້ານ​ການຢຶດ​
ເອົາ ​ອຳນາດ​ຂອງພວກ​ມຸສລິ​ມ Houthi ນິກາຍ Shi’ite ນັ້ນ. ຢູ່​ທີ່​ເມືອງ Ibb ທາງ​ພາກກາງ ຂອງ​ປະ​ເທດ ພວກ​ມື​ປືນ Houthi ​ໄດ້​ຍິງໃສ່​ພວກ​ປະ​ທ້ວງ ​ເຮັດ​ໃຫ້ 4 ຄົນ​ໄດ້​ຮັບ​ບາດ​ເຈັບ.

Yemeni Rebels Preach Unity But Stifle Opposition
please wait

No media source currently available

0:00 0:02:51 0:00

XS
SM
MD
LG