ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳລັງ ສປຊ ໃນຄອງໂກ ຂໍໃຊ້ເຮືອບິນ ບໍ່ມີຄົນຂັບ


ທະຫານຂອງກຸ່ມກະບົດ M23 ທີ່ໄດ້ເຂົ້າຄວບຄຸມເມືອງ Goma ໃນພາກຕາເວັນອອກຂອງຄອງໂກ ເປັນເວລາສັ້ນໆ ໃນທ້າຍປີກາຍນີ້
ທະຫານຂອງກຸ່ມກະບົດ M23 ທີ່ໄດ້ເຂົ້າຄວບຄຸມເມືອງ Goma ໃນພາກຕາເວັນອອກຂອງຄອງໂກ ເປັນເວລາສັ້ນໆ ໃນທ້າຍປີກາຍນີ້
ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດຮຽກຮ້ອງໃຫ້
ສະພາຄວາມໝັ້ນຄົງສະໜັບສະໜຸນຕໍ່ການໃຊ້ເຮືອບິນສອດ
ແນມບໍ່ມີຄົນຂັບຢູ່ທາງພາກຕາເວັນອອກຂອງສາທາລະນະ
ລັດປະຊາທິປະໄຕຄອງໂກ.

ຫົວໜ້າຮັກສາສັນຕິພາບຂອງສະຫະປະຊາຊາດ ທ່ານ Herve
Ladsous ໄດ້ຮ້ອງຂໍຕໍ່ສະພາຄວາມໝັ້ນຄົງຂອງສະຫະປະຊາ
ຊາດ ຢູ່ໃນກອງປະຊຸມລັບໃນວັນອັງຄານວານນີ້ ໂດຍຊອກວິທີ
ໃຊ້ເຮືອບິນ ບໍ່ມີຄົນຂັບ ເພື່ອຊ່ວຍກຳລັງ ຮັກສາສັນຕິພາບ 17
ພັນຄົນຢູ່ໃນປະເທດດັ່ງກ່າວ.

ພວກກະບົດໄດ້ເຂົ້າຄວບຄຸມເມືອງ Gomaໃນພາກຕາເວັນອອກ
ຂອງຄອງ ໂກ ເປັນເວລາສັ້ນໆ ໃນທ້າຍປີກາຍນີ້ ລຸນຫລັງໄດ້ທໍາ
ການຕໍ່ສູ້ກັບ ກຳລັງ ຮັກສາສັນຕິພາບ ແລະກໍາລັງທະຫານຂອງລັດຖະບານຄອງໂກ.

ສ່ວນປະເທດຣວັນດາ ຊຶ່ງມີຊາຍແດນຕິດກັບພາກຕາເວັນອອກຂອງຄອງໂກນັ້ນ ກໍໄດ້ ສະແດງຄວາມເປັນຫ່ວງກ່ຽວກັບການໃຊ້ເຮືອບິນສອດແນມບໍ່ມີຄົນຂັບ ໂດຍເວົ້າວ່າການ ເຄື່ອນໄຫວດັ່ງກ່າວ ສາມາດເຮັດໃຫ້ການ ປະຕິບັດງານຂອງອົງການສະຫະປະຊາຊາດ ກາຍເປັນກໍາລັງທະຫານທີ່ “ຊອກເຮັດສົງຄາມ” ໄປ.

ສະມາຊິກສະພາຄວາມໝັ້ນຄົງ ລວມທັງສະຫະລັດ, ອັງກິດ ແລະຝຣັ່ງ, ໃຫ້ການສະໜັບ ສະໜຸນຕໍ່ແຜນການດັ່ງກ່າວ. ໂຄສົກຂອງຝຣັ່ງ ປະຈໍາສະ ຫະປະຊາຊາດ ເວົ້າຢູ່ໃນ Twitter ວ່າ ກໍາລັງທະຫານຂອງສະຫະປະຊາ ຊາດຕ້ອງການ “ເຄື່ອງມືທັນສະໄໝ, ລວມ ທັງເຮືອບິນບໍ່ມີຄົນຂັບ ເພື່ອວ່າຈະໄດ້ຮູ້ຂໍ້ມູນທີ່ດີຂຶ້ນ ແລະທໍາການຕອບໂຕ້ຄືນໄດ້ໄວ ຂຶ້ນ.”
XS
SM
MD
LG