ອົງການປະລະມານູຂອງສະຫະປະຊາຊາດ ໄດ້ຢືນຢັນ ເຖິງການມີທາດຢູເຣນຽມ ທີີ່
ກັ່ນແລ້ວ ກາຍຂີດກຳນົດຂອງອີຣ່ານ ທີ່ໄດ້ຖືກລະບຸໄວ້ ໃນຂໍ້ຕົກລົງ ນິວເຄລຍ ປີ 2015.
ສ່ວນອົງການພະລັງງານປະລະມານູສາກົນໄດ້ກ່າວວ່າ ບັນດາຜູ້ກວດກາຂອງຕົນໄດ້
ຢັ້ງຢືນໃນວັນຈັນວານນີ້ວ່າ ອີຣ່ານ ໄດ້ກາຍຂີດຈຳກັດ 3.67 ເປີເຊັນ ໃນການກັ່ນທາດ
ຢູເຣນຽມ ທີ່ໄດ້ກຳນົດໄວ້ ໃນຂໍ້ຕົກລົງດັ່ງກ່າວນັ້ນ ທີ່ແນໃສ່ ເພື່ອຢັບຢັ້ງຄວາມອາດ
ສາມາດຂອງອີຣ່ານ ໃນການພັດທະນາອາວຸດນິວເຄລຍ ໂດຍຈະໄດ້ຮັບການຜ່ອນຜັນ
ຕໍ່ມາດຕະການລົງໂທດ.
ອົງການນີ້ ບໍ່ໄດ້ລະບຸສະເພາະເຈາະຈົງວ່າ ອີຣ່ານໄດ້ກາຍຂີດຈຳກັດຫຼາຍປານໃດ ແຕ່
ອົງການຂ່າວເອພີ ອ້າງຄຳເວົ້າ ຂອງໂຄສົກທ່ານນຶ່ງ ຈາກອົງການພະລັງງານປະລະ-
ມານູ ຂອງອີຣ່ານ ທີ່ໄດ້ກ່າວ ໃນວັນຈັນວານນີ້ ວ່າ ເຕຫະຣ່ານ ໄດ້ກັ່ນທາດຢູເຣນຽມ
ທີ່ມີຄວາມບໍລິສຸດ ຢູ່ໃນລະດັບ “ປະມານ 4.5 ເປີເຊັນ”.
ກ່ອນໜ້ານີ້ ອີຣ່ານໄດ້ກ່າວວ່າ ຕົນອາດສາມາດກັ່ນຢູເຣນຽມ ໄດ້ເຖິງ 20 ເປີເຊັນ ໃນ
ຂະນະທີີ່ ຕົນກຳລັງຈະບໍ່ປະຕິບັດຕາມຄວາມໝັ້ນໝາຍຂອງຕົນ ພາຍ ໃຕ້ຂໍ້ຕົກລົງ
ນິວເຄລຍ ຢູ່ນັ້ນ.
ທາດຢູເຣນຽມ ທີ່ໄດ້ຖືກກັ່ນຮອດ 5 ເປີເຊັນ ແມ່ນຈະພຽງພໍສຳລັບການຜະລິດ ເປັນ
ເຊື້ອໄຟໃຫ້ແກ່ໂຮງໄຟຟ້າພະລັງນິວເຄລຍທັງຫຼາຍ ແຕ່ກໍຍັງຢູ່ຫ່າງໄກຈາກ ລະດັບ
90 ເປີເຊັນ ທີ່ຕ້ອງການ ເພື່ອສ້າງອາວຸດນິວເຄລຍ.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຖອນສະຫະລັດ ອອກຈາກຂໍ້ຕົກລົງ
ນິວເຄລຍ ດັ່ງກ່າວເມື່ອປີກາຍນີ້ ແລະໄດ້ວາງມາດຕະການລົງໂທດທີ່ໜັກຂຶ້ນ ຕໍ່ອີຣ່ານ.
ເຕຫະຣ່ານ ກໍໄດ້ຖອນໂຕ ໃນບາງສ່ວນ ຂອງຂໍ້ຕົກລົງໄປແລ້ວ ແລະຂົ່ມຂູ່ວ່າ ຈະຖອນ
ຕົວອອກໄປຕື່ມອີກ ແລະໄກອອກໄປເລື້ອຍໆຈາກຂໍ້ຕົກລົງ ເວັ້ນເສຍ ແຕ່ວ່າ ປະເທດ
ຕ່າງໆ ທີ່ຍັງເຫຼືອຢູ່ໃນຂໍ້ຕົກລົງ ເຊັ່ນວ່າ ອັງກິດ ຈີນ ຝຣັ່ງ ເຢຍຣະມັນ ແລະຣັດເຊຍ ຈະ
ສະໜອງຕອບ ໃນການບັນເທົາທາງດ້ານເສດຖະກິດ ຕໍ່ມາດຕະການລົງໂທດຂອງ
ສະຫະລັດ ທີ່ເຮັດໃຫ້ເສດຖະກິດຂອງຕົນ ຢຸດສະງັກນັ້ນ.
ສະຫະພາບຢູໂຣບ ໄດ້ກ່າວວ່າ ຕົນມີ “ຄວາມເປັນຫ່ວງຢ່າງສູງ” ກ່ຽວກັບການກະທຳ
ຂອງອີຣ່ານ.