ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ປະນາມການສັງຫານ ໜ່ວຍຮັກສາສັນຕິພາບ ໃນອາຟຣິກາກາງ


ບັນດາທະຫານ ກໍາລັງ​ຮັກສາ​ສັນຕິພາບ ລາຕະເວັນຢູ່ເມືອງ Bangui ສາທາລະນະລັດ ອາຟຣິກາກາງ.
ບັນດາທະຫານ ກໍາລັງ​ຮັກສາ​ສັນຕິພາບ ລາຕະເວັນຢູ່ເມືອງ Bangui ສາທາລະນະລັດ ອາຟຣິກາກາງ.

ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Banki-Moon
​ໄດ້​ປະນາມ​ໃນ​ວັນ​ອັງຄານ​ວານ​ນີ້ ຕໍ່ການ​ສັງຫານ ກໍາລັງ​ຮັກ
ສາ​ສັນຕິພາບ ​ຢູ່ໃນ​ປະເທດສົງຄາມ ສາທາລະນະ​ລັດ
ອາ​ຟຣິກາ​ກາງ.

​ຄຳ​ຖະ​ແຫລງ​ຈາກໂຄສົກຂອງ ທ່ານ Ban ກ່າວ​ວ່າ ອ​ະດີດ
ພວກກະບົດມຸສລິ​ມ Seleka ​ໄດ້​ປະ​ເຊີ​ນໜ້າ​ກັບ ​ກຳລັງ​
ປະຕິບັດ​ງານຈາກ​ສະຫະ​ປະຊາຊາດ ຢູ່ ສາທາລະນະ​ລັດ
​ອາ​ຟຣິກາ​ກາງ​ ທີ່​ດ່ານ​ກວດ ​ໃນ​ເມືອງ Batangafo ຫລັງ
​ຈາກ​ໄດ້​ເກີດ​ຄວາ​ມຮຸນ​ແຮງ​ລະຫວ່າງ ອະດີດ Seleka
​ແລະ​ທະຫານ​ບ້ານ​ກຣິສຕຽນ ທີ່​ຮູ້ກັນ​ວ່າ​ຕ້ານພວກ Balaka.
ກຳລັງ​ປະຕິບັດ​ງານຈາກ​ສະຫະ​ປະຊາຊາດ ​ໄດ້​ຫາຍ​ສາບ​ສູນ ​ແລະ​ໄດ້​ພົບ​ເຫັນ​ຕໍ່​ມາ​ວ່າ​
ເສຍ​ຊີວິດແລ້ວ.

ທ່ານ Ban ​ໄດ້​ຮຽກຮ້ອງ​ໃຫ້ “ປະຕິບັດ​ງານ​ຢ່າງ​ຮີບ​ດ່ວນ​ເພື່ອ​ນຳ​ເອົາ ບັນດາ ພວກກໍ່
ກວນການ​ກະທຳ​ຜິດ​ມາ​ຂື້ນ​ສານ.” ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ທ່ານ Patrick Oranga-Anyanga ​ໄດ້​ເນັ້ນ​ໜັກ​ວ່າ ບໍ່ມີ​ການ​ແກ້​ໄຂ​ທາງ​ທະຫານ​ຕໍ່ ບັນຫາ​ການ​ເມືອງ
​ໃນສາທາລະນະ​ລັດ​ອາ​ຟຣິກາ​ກາງ.

ຄວາ​ມຮຸ​ນ​ແຮງເທຶ່ອຫລ້າ​ສຸດ​ເກີດ​ຂື້ນ ​ໃນ​ຂະນະ​ທີ່​ປະ​ເທດ​ນັ້ນກະກຽມ​ ການ​ລົງ​ຄະ​ແນນ
​ສຽງ​ສຳຄັນທີ່​ຕໍ່​ເນື່ອງ​ກັນ ມີ​ກຳນົດ​ຈະ​ຈັດ​ຂື້ນ​ໃນ​ເດືອນ​ຕຸລາ ບັດ​ນີ້​ໄດ້​ຍ້າຍ​ໄປ​ໃສ່ໃນ
​ເດືອນ​ທັນ​ວາ.

ບັນດາ​ເຈົ້າໜ້າ​ທີ່​ໄດ້​ກ່າວ​ໃນ​ວັນອັງຄານ​ວານນີ້​ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ
​ສະພາ​ຈະ​ເກີດ​ຂື້ນ​ໃນ​ວັນ​ທີ່ 27 ​ເດືອນທັນວາ ​ແລະ​ຖ້າ​ຫາກ​ມີຄມວາ​ມຈຳ​ເປັນການ​ປ່ອນ
​ບັດ​ຮອບ​ສອງ​ຈະ​ມີ​ຂື້ນ​ໃນ​ວັນ​ທີ່ 31 ​ເດືອນ​ມັງກອນ.

​ໃນ​ວັນ​ທີ່ 13 ​ເດືອນທັນວາ ບັນດາ​ຜູ້​ປ່ອນ​ບັດ​ຈະ​ພິຈາລະລົງ​ປະຊາມະ​ຕິ​ຂໍ້ສະ​ເໜີ​ປ່ຽນ​
ແປງ ລັດຖະທຳ​ມະນູນຮວມທັງ​ຂໍ້​ທີ່​ຈະ​ຈຳກັດ​ເວລາ​ແກ່ ​ປະທານາທິບໍດີ​ໃນ​ອະນາ​ຄົດ
​ໃຫ້​ຢູ່ໃນ​ຕຳແ​ໜ່ງໄດ້​ແຕ່ລະ​ຫ້າ​ປີ ​ໃນສອງ​ເທີ​ມ.

ປະຊາ​ຄົມນາ​ໆ​ຊາດ​ໄດ້​ຊຸກຍູ້​ບັນດາ​ເຈົ້າໜ້າ​ທີ່ ຈັດການ​ເລື​ອກຕັ້ງ​ປີ​ນີ້ ​ໃນ​ຄວາມ​ຫວັງ
ຂອງ​ການ​ນຳ​ເອົາ​ສະຖຽນ​ລະ​ພາບ​ມາສູ່ ສາທາລະນະ​ອາ​ຟຮິກາ​ກາງ.

XS
SM
MD
LG