ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະປະຊາຊາດ ກ່າວປະນາມ ການປາບປາມຢ່າງໂຫດຮ້າຍ ຕໍ່ກຸ່ມສັງຄົມພົນລະເຮືອນ ໂດຍກອງທັບ ມຽນມາ


ຜູ້ປະທ້ວງຖືປ້າຍໃນຂະນະທີ່ເຂົາເຈົ້າຍົກມືຄຳນັບສາມນິ້ວ ໃນລະຫວ່າງການປະທ້ວງ ຕໍ່ຕ້ານການກໍ່ລັດຖະປະຫານທະຫານ ໃນນະຄອນ ຢ່າງກຸ້ງ, ມຽນມາ. 12 ພຶດສະພາ, 2021.
ຜູ້ປະທ້ວງຖືປ້າຍໃນຂະນະທີ່ເຂົາເຈົ້າຍົກມືຄຳນັບສາມນິ້ວ ໃນລະຫວ່າງການປະທ້ວງ ຕໍ່ຕ້ານການກໍ່ລັດຖະປະຫານທະຫານ ໃນນະຄອນ ຢ່າງກຸ້ງ, ມຽນມາ. 12 ພຶດສະພາ, 2021.

ຫ້ອງການສິດທິມະນຸດ ສະຫະປະຊາຊາດ ແມ່ນກຳລັງຮຽກຮ້ອງໃຫ້ສາກົນທຳການກົດດັນຕໍ່ລັດຖະ ບານທະຫານຂອງ ມຽນມາ ເພີ່ມເຕີມ, ເຊິ່ງເຂົາເຈົ້າກ່າວວ່າໄດ້ສືບຕໍ່ທຳການປາບປາມຢ່າງໂຫດ ຮ້າຍຕໍ່ຝ່າຍຄ້ານເຖິງແມ່ນໄດ້ມີການຕົກລົງເມື່ອບໍ່ດົນມານີ້ ເພື່ອຢຸດຄວາມຮຸນແຮງ ແລະ ເລີ່ມການ ເຈລະຈາກໍຕາມ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ ລາຍງານວ່າຢ່າງໜ້ອຍ 782 ຄົນ ໄດ້ຖືກຂ້າຕາຍນັບຕັ້ງແຕ່ພວກເຈົ້າ ໜ້າທີ່ກອງທັບ ມຽນມາ ໄດ້ຍຶດອຳນາດຄວບຄຸມປະເທດ ໃນວັນທີ 1 ກຸມພາ ທີ່ຜ່ານມາ ແລະ ໄດ້ຂັບໄລ່ບັນດາຜູ້ນຳທີ່ຖືກເລືອກເອົາຢ່າງເປັນປະຊາທິປະໄຕອອກໄປ.

ອົງການຂ້າຫຼວງໃຫຍ່ເພື່ອສິດທິມະນຸດ ສະຫະປະຊາຊາດ ໄດ້ກ່າວວ່າກອງທັບດັ່ງກ່າວບໍ່ໄດ້ສະ ແດງໃຫ້ເຫັນສັນຍານຂອງການຫຼຸດຜ່ອນການປາບປາມຝ່າຍກົງກັນຂ້າມ, ຜູ້ທີ່ຍັງຄັດຄ້ານ ແລະ ສືບຕໍ່ປະທ້ວງຕໍ່ຕ້ານພວກຜູ້ນຳການກໍ່ລັດຖະປະຫານ.

ໂຄສົກຂອງຂ້າຫຼວງໃຫຍ່, ທ່ານ ຣູເພີດ ຄອລວິລ, ເວົ້າວ່ານອກຈາກການເຂັ່ນຂ້າຜູ້ປະທ້ວງແລ້ວ, ພວກເຈົ້າໜ້າທີ່ກອງທັບຍັງໄດ້ສືບຕໍ່ທຳການລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງຕໍ່ປະຊາຊົນ ມຽນມາ.

ທ່ານ ຄອລວິລ ໄດ້ກ່າວວ່າ “ມັນມີການບຸກກວດຄົ້ນບ້ານເຮືອນ ແລະ ຫ້ອງການຂອງເອກະຊົນທຸກມື້, ແລະ ຫຼາຍກວ່າ 3,740 ຄົນ ແມ່ນກຳລັງຖືກກັກຂັງໃນປັດຈຸບັນນີ້. ພວກເຮົາເປັນຫ່ວງຢ່າງຍິ່ງທີ່ບໍ່ມີໃຜຮູ້ຈັກຊະຕາກຳຂອງບຸກຄົນພວກນີ້ ແລະ ວ່າເຂົາເຈົ້າຢູ່ໃສ. ນີ້ແມ່ນສະຖານະການ ທີ່ອາດກາຍເປັນການບັງຄັບໃຫ້ຫາຍສາບສູນ.”

ໃນເດືອນທີ່ຜ່ານມາ, ທ່ານ ຄອລວິລ ໄດ້ກ່າວວ່າກອງທັບໄດ້ປະກາດໝາຍຈັບຫຼາຍກວ່າ 1,500 ຄັ້ງ ທີ່ແນເປົ້າໃສ່ນັກເຄື່ອນໄຫວສັງຄົມພົນລະເຮືອນ, ສະມາຊິກສະຫະພັນແຮງງານ, ນັກຂ່າວ, ນັກວິຊາການ, ແລະ ບຸກຄົນສຳຄັນໃນສັງຄົມ. ທ່ານໄດ້ກ່າວວ່າພວກເຈົ້າໜ້າທີ່ກອງທັບໄດ້ຈັບເອົາສະມາຊິກຄອບຄົວຂອງຄົນທີ່ຕ້ອງການຕົວໄປ ເພື່ອບັງຄັບໃຫ້ເຂົາເຈົ້າມອບຕົວຕໍ່ຕຳຫຼວດ.

ທ່ານໄດ້ກ່າວວ່າ ປະຊາຄົມນານາຊາດຕ້ອງທຳການກົດດັນຫຼາຍກວ່າເກົ່າຕໍ່ພວກນາຍພົນຂອງ ມຽນມາ ເພື່ອໃຫ້ປະຕິບັດຕາມແຜນການຫ້າຈຸດທີ່ເຂົາເຈົ້າໄດ້ເຫັນພ້ອມຢູ່ກອງປະຊຸມຂອງກຸ່ມ ອາຊຽນ ເມື່ອວັນທີ 24 ເມສາທີ່ຜ່ານມາ. ແຜນການດັ່ງກ່າວລວມມີການຮຽກຮ້ອງໃຫ້ຢຸດຄວາມຮຸນ ແຮງໃນທັນທີ ແລະ ສຳລັບການສົນທະນາທີ່ມີຄວາມສ້າງສັນໃນທຸກຝ່າຍເພື່ອຊອກຫາຂໍ້ແກ້ໄຂຢ່າງສັນຕິ.

ທ່ານ ຄອລວິລ ກ່າວວ່າ ການນຳພາຂອງກອງທັບແມ່ນບໍ່ໄດ້ເອົາບາດກ້າວໃດໆ ເພື່ອເຮັດໃຫ້ສິ່ງນີ້ເກີດຂຶ້ນ.

ທ່ານ ຄອລວິລ ກ່າວວ່າ “ດັ່ງຜົນທີ່ອອກມາ, ພວກເຮົາໄດ້ເຫັນການສືບຕໍ່ໃຊ້ຄວາມຮຸນແຮງ, ການສືບຕໍ່ກັກຂັງ ແລະ ຈັບກຸມໂດຍບໍ່ມີເຫດຜົນ, ການສືບຕໍ່ຂອງຄົນທີ່ກຳລັງຫຼົບໜີອອກຈາກປະເທດ. ແລະ ຄືທີ່ເຈົ້າເວົ້າເສດຖະກິດ ແລະ ໂຄງຮ່າງທັງໝົດຂອງສັງຄົມແມ່ນໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ. ເວລາເຈົ້າສູນເສຍນາຍຄູ, ອາຈານສອນມະຫາວິທະຍາໄລຂອງເຈົ້າ, ພະນັກງານລັດ ຖະການຂອງເຈົ້າ, ນັກຂ່າວຂອງເຈົ້າ, ເຈົ້າເລີ່ມທີ່ຈະມີໂຄງຮ່າງສັງຄົມທີ່ກຳລັງສັ່ນຄອນແທ້ໆ.”

ຫ້ອງການສິດທິມະນຸດ ສະຫະປະຊາຊາດແມ່ນກຳລັງຮຽກຮ້ອງໃຫ້ ອາຊຽນ ດຳເນີນການຢ່າງວ່ອງ ໄວ ແລະ ໃຫ້ຂະຫຍາຍຄວາມພະຍາຍາມທີ່ຈະເຮັດໃຫ້ກອງທັບຮັກສາຄຳໝັ້ນສັນຍາຂອງເຂົາ ເຈົ້າ. ເຂົາເຈົ້າໄດ້ກ່າວຕື່ມວ່າ ສິບປະເທດເອເຊຍຕາເວັນອອກສຽງໃຕ້ ທີ່ໄດ້ຕັ້ງກຸ່ມນີ້ຂຶ້ນມາຄວນນຳເອົາພວກຜູ້ນຳຂອງ ມຽນມາ ມາລົງໂທດສຳລັບການບໍ່ສາມາດທີ່ຈະເຮັດແນວນັ້ນ.

ກອງທັບດັ່ງກ່າວໄດ້ແກ້ຕົວ ກ່ຽວກັບການຍຶດເອົາປະເທດໂດຍກ່າວອ້າງຢ່າງບໍ່ມີຫຼັກຖານວ່າ ການເລືອກຕັ້ງທົ່ວໄປໃນປີ 2020 ທີ່ໄດ້ຊະນະໂດຍ ພັກລັດຖະບານສັນນິບາດແຫ່ງຊາດເພື່ອປະຊາທິ ປະໄຕນັ້ນ ແມ່ນໄດ້ມີການສໍ້ໂກງ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG