ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສປຊ ເປັນຫ່ວງ ນໍາການຂົ່ມຂູ່ ຂອງຜູ້ກໍ່ການຮ້າຍ ໃນມາລີ


ອົງການສະຫະປະຊາຊາດ ສະແດງຄວາມເປັນຫ່ວງ ກ່ຽວກັບໄພຂົ່ມຂູ່ ຈາກພວກກໍ່ການຮ້າຍທີ່ເພີ່ມຂື້ນ ໃນພາກເໜືອຂອງມາລີ.
ອົງການສະຫະປະຊາຊາດ ສະແດງຄວາມເປັນຫ່ວງ ກ່ຽວກັບໄພຂົ່ມຂູ່ ຈາກພວກກໍ່ການຮ້າຍທີ່ເພີ່ມຂື້ນ ໃນພາກເໜືອຂອງມາລີ.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບໄພ​ຂົ່ມຂູ່​ຈາກ ພວກ​ກໍ່​
ການ​ຮ້າຍ​ທີ່​ມີ​ເພີ່ມ​ຂຶ້ນ ຢູ່​ໃນພາກ​ເໜືອ​ຂອງມາ​ລີ ​ແລະ​ໄດ້​ຂໍ​ຮ້ອງໃຫ້​ບັນ ດາ​ປະ​ເທດສະມາ
​ຊິກສະຫະ​ປະຊາ​ຊາ​ດ ຊ່ວຍລະບຸ​ໂຕ​ຜູ້​ຕ້ອງ​ສົງ​ໄສ​ເປັນ​ພວກ ຜູ້​ກໍ່​ການ​ຮ້າຍ​.

ສະພາຄວາມ​ໝັ້ນ​ຄົງ ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຮັບຮອງ​ເອົາ​ມະຕິ​ສະ ບັບນຶ່ງ​ໃນ​
ວັນ​ພະຫັດວານ​ນີ້ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ ກ່ຽວ​ກັບການ​ມີໜ້າ​ຫຼືປາກົດ​ໂຕ ຂອງກຸ່ມ​ກໍ່​ການ​ຮ້າຍ
al-Qaida ຢູ່​ໃນ​ເຂດອິສລາ​ມ Maghreb ​ໃນ​ພາກ​ເໜືອ​ຂອງ ປະ​ເທດມາລີ.

ມະຕິ​ສະບັບ​ນີ້​ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບການ​ເພີ້​ມທະວີຂຶ້ນຂອງ​ຈໍາ ນວນ​ອາ
ວຸດ ​ແລະ​ການ​ລັກພາ​ໂຕ​ຢູ່​ໃນ​ຂົງ​ເຂດດັ່ງ​ກ່າວ. ສະພາ​ຄວາມ​ໝັ້ນ​ຄົງ ​ໄດ້​ຮຽກຮ້ອງ​ໃຫ້ບັນ
ດາ​ປະ​ເທດ​ຕ່າງໆສົ່ງ​ລາຍ​ຊື່ຂອງ​ບັນດາ​ກຸ່ມແລະ​ສ່ວນ​ບຸກຄົນ ​ທີ່​ພົວພັນ​ກັບພວກ​ກໍ່​ການ​
ຮ້າຍ al-Qaida ​ໂດຍ​ສະ​ເພາະ​ຢູ່​ທາງ​ພາກ​ເໜືອ​ຂອງ ມາລີ ​ແລະ​ຂົງ​ເຂດ Sahel.

ກຸ່ມຫົວ​ຮຸນ​ແຮງ ​Ansar Dine ທີ່​ເປັນ​ພັນທະ​ມິດ​ກັບກຸ່ມ​ກໍ່​ການ​ຮ້າຍ al-Qaida ໄດ້​ຊ່ວຍ
​ເຂົ້າ​ຍຶດ​ເອົາພາກ​ເໜືອຂອງ​ມາລີ ຈາກທະ​ຫານລັດຖະບານ ຫລັງ​ຈາກ​ໄດ້​ມີ​ການ​ກໍ່ລັດຖະປະ
ຫານ ​ໃນ​ເດືອນ​ມີນາຜ່ານ​ມາ. ບັນດາ​ຜູ້​ເຫັນ​ເຫ​ດການ​ກ່າວ​ວ່າ ຈໍານວນ​ສະມາຊິກ​ຂອງກຸ່ມ​
ກໍ່​ການ​ຮ້າຍ al-Qaida ໄດ້​ເພີ້​ມຂື້ນນັບ​ແຕ່​ນັ້ນ​ມາ.

ສະພາຄວາມ​ໝັ້ນຄົງ​ກ່າວ​ໃນ​ວັນ​ພະຫັດວານ​ນີ້ວ່າ ​ຕົນຈະ​ສຶກສາເບິ່ງຄໍາ​ຂໍ​ຮ້ອງ ​ເພື່ອ​ອະ​ນຸ
ຍາດ​ໃຫ້ສົ່ງ​ກອງ​ທະຫານ ​ໄປຍັງ​ມາລີ ​ໂດຍ​ຜ່ານປະຊາ​ຄົມ​ເສດຖະກິດ ບັນດາ​ລັດອາ​ຟຣິກາ​
ຕາ​ເວັນ​ຕົກ​ຫຼື ECOWAS.

​ກຸ່ມ​ດັ່ງກ່າວຍັງ​ໄດ້​ຮຽກຮ້ອງ​ໃຫ້ສະມາຊິກ​ຂອງອົງການ​ສະຫະ​ປະຊາ​ຊາດ ຊ່ວຍ​ປັບປຸງ​ກໍາລັງ​
ທະຫານ​ຂອງ​ມາລີ ​ເພື່ອ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສາມາດຍຶດ​ເອົາ​ພາ​ກ​ເໜືອ​ຄືນ​ຈາກກຸ່ມ​ກໍ່​ການ​ຮ້າຍ
al-Qaida ​ແລະພັນທະ​ມິດ.

XS
SM
MD
LG