ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການ ສປຊ ຮຽກຮ້ອງໃຫ້ສານ ເອົາບາດກ້າວ ຕໍ່ ເກົາຫຼີເໜືອ


ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສະຫະປະຊາຊາດ ທ່ານ Motohide Yoshikawa (ຊ້າຍ) ຖະແຫລງຢູ່ໃນກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ
ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສະຫະປະຊາຊາດ ທ່ານ Motohide Yoshikawa (ຊ້າຍ) ຖະແຫລງຢູ່ໃນກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ

ຄະນະ​ກຳມະການ ທີ່​ສຳຄັນ ​ດ້ານ​ສິດທິ​ມະນຸດ ສະຫະ​ປະຊາ​
ຊາດໄດ້ຮັບ​ຜ່ານ​ມະຕິທີ່​ສະ​ເໜີແນະ​ໃຫ້ສົ່ງເລື່ອງເກົາຫລີ​ເໜືອ
ໄປ​ຫາສານ​ອາຍານາໆ​ຊາດຍ້ອນ ມີການກ່າວ​ຫາວ່າ ປະເທດ
ດັ່ງກ່າວໄດ້​ກໍ່ໂທດກຳຕ້ານ​ມະນຸດ​ຊາດ.

ມະຕິ ທີ່ບໍ່ມີຜົນບັງຄັບ ທີ່​ຮ່າງ​ໂດຍຍີ່ປຸ່ນ ແລະ​ສະຫະພາບຢູ​ໂຣບ
ສະບັບນີ້ ​ໄດ້​ຖືກ​ຮັບຜ່ານດ້ວຍຄະແນນສຽງອັນຖ້ວມ​ລົ້ນ ​ໃນ​ວັນ
​ອັງຄານ​ວານນີ້ ​ໂດຍຄະນະ​ກຳມະການທີ 3 ຂອງສະມັດຊາ​ໃຫຍ່.

ມະຕິ​ດັ່ງກ່າວ ​ແມ່ນ​ອີງ​ຕາມຄະນະ​ກຳມະການສືບສວນ ຂອງສະ
ຫະ​ປະຊາ​ຊາດໃນ​ເດືອນ​ກຸມພາຜ່ານມາ ​ທີ່ໃຫ້ລາຍ​ລະ​ອຽດກ່ຽວ
ກັບ​ການ​ປະຫານ​ຊີວິດ ​ຢ່າງ ເປັນລະບົບ ການທໍລະມານ ການຂົ່ມຂືນ ​ແລະ​ການ​ຂາດແຄນ
ອາຫານການກິນ ຢ່າງຮ້າຍແຮງ​ຢູ່​ໃນເກົາຫລີ​ເໜືອ ທີ່ມີມາເປັນເວລາຫລາຍໆທົດສະວັດ.

ທ່ານ Michael Kirby ທີ່ເປັນຫົວໜ້າຂອງຄະ​ນະ​ກຳມະການ ກ່າວ​ຕໍ່ວີ​ໂອ​ເອ ວ່າ ການ
​ຕັດສິນ​ໃຈ​ຂອງຄະນະ​ກຳມະການແມ່ນມີຄວາມສຳຄັນ​ເປັນ "ປະຫວັດ​ສາດ."

ທ່ານ Micheal Kirby ກ່າວ​ວ່າ “​ມັນ​ເປັນຮ່ອງຮອຍທີ່ສະແດງໃຫ້ຮູ້​ວ່າ ສະຫະ​ປະຊາ​ຊາດ
​ໃນເລື່ອງທີ່ຮ້າຍແຮງກ່ຽວກັບສິດທິ​ມະນຸດ ບ່ອນ​ທີ່​ເຊື່ອ​ກັນວ່າ ອາດ ມີການກໍ່​ໂທດກຳຕ້ານ
​ມະນຸດຊາດ ເກີດ​ຂື້ນນັ້ນ ຈະ​ຕ້ອງໄດ້​ປະຕິບັດ​ງານ​ຢ່າງ​ຖີ່​ຖ້ວນ ​ຈະ​ເອົາ​ບາດກ້າວ​ອັນ​ສຳ
ຄັນ ​ແລະ​ຈະ​ປະຕິບັດ​ດັ່ງ​ວ່າ ​ໂດຍ​ການ​ລົງ​ຄະ​ແນນ​ສຽງ​ຢ່າງ​ແຂງຂັນ.”

​ໂຄສົກກະຊວງ​ຕ່າງປະ​ເທດ ​ເກົາຫລີ​ໃຕ້ ທ່ານ Noh Kwang-il ຍັງ​ໄດ້​ກ່າວ​ວ່າ Seoul
ສະແດງ​ຄວ​າມຍິນ​ດີ​ຕໍ່ ການ​ຕັດ​ສິນ​ໃຈ​ຂອງ ຄະນະ​ກຳມະການ ສະມັດຊາໃຫຍ່.

ທ່ານ Noh Kwang-il ກ່າວ​ວ່າ “ການ​ຮັບ​ເອົາ​ມະ​ຕິນີ້ ສະທ້ອນໃຫ້ເຫັນ​ເຖິງ ຄວາມ​ເປັນ
​ຫ່ວງ​ຂອງປະຊາ​ຄົມນາໆ​ຊາດ ​ແລະ​ຄວາມ​ເຕັມ​ໃຈທີ່ວ່າ ຄຳສະເໜີ ແນະ​ໂດຍຄະນະ​
ກຳມາທິການ​ສືບສວນນັ້ນ ສົມ​ຄວນ​ທີ່​ຈະມີການຈັດຕັ້ງປະຕິບັດ ລະອຽດຖີ່ຖ້ວນ ເພື່ອ
​ປັບປຸງ​ສະຖານະ​ການ​ຢູ່​ໃນເກົາຫລີ​ເໜືອໃຫ້ດີຂຶ້ນ. ພວກ​ເຮົາ​ຫວັງ​ວ່າ ​ເກົາຫລີ​ເໜືອຮັບ
ເອົາຂໍ້​ສະ​ເໜີ​ຕ່າງໆ ​ແລະ​ເອົາ​ບາດກ້າວ​ອັນ​ໜັກ​ແໜ້ນ ​ເພື່ອ​ປັບປຸງ​ດ້ານ​ສິດທິ​ມະນຸດ.”

​ເກົາຫລີ​ເໜືອ ​ໄດ້​ປະຕິ​ເສດ​ຊໍ້າ​ແລ້ວ​ຊຳ້ອີກ ​ວ່າຕົນບໍ່ໄດ້ກໍ່ຄວາມຜິດ ດ້ານ​ສິດທິ​ມະນຸດ ​ແລະ​
ກ່າວ​ຫາສະຫະລັດ ແລະບັນດາ​ພັນ​ທະ​ມິດວ່າກຳລັງ​ຊອກສະແຫວ​ງ ຫາຊ່ອງທາງເພື່ອ​
ສ້າງຄວາມເຊື່ອມເສຍ ​ແລະຫາທາງ​ໂຄ່ນ​ລົ້ມ​ຜູ້ນຳຂອງ​ພຽງ​ຢາງ.

ການອະພິປາຍກ່ຽວກັບມະຕິດັ່ງກ່າວ ຄາດ​ວ່າ​ຈະ​ມີ​ຂື້ນ​ໃນ​ເດືອນ​ໜ້າ ຢູ່​ທີ່ກອງ​ປະ​ຊຸມສະ
ມັດຊາ​ໃຫຍ່ສະຫະປະຊາຊາດ ບ່ອນ​ທີ່​ຄາດ​ກັນວ່າ​ຈະ​ມີການຮັບຮອງ ເອົາອີກນັ້ນ.

XS
SM
MD
LG