ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະກຳມະການ ສປຊ ເວົ້າວ່າ ບໍ່ມີການປ່ຽນແປງໃນເວລານີ້ ສຳລັບເອກ​ອັກ​ຄະ​ລັດ​ຖະທູດ ອັຟການິສຖານ ແລະ ມຽນມາ


ສຳນັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນ ນິວຢອກ, 19 ກໍລະກົດ, 2021.
ສຳນັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນ ນິວຢອກ, 19 ກໍລະກົດ, 2021.

ຄະນະກຳມະການສະຫະປະຊາຊາດທີ່ອະນຸມັດສານຕາຕັ້ງຂອງບັນດາຜູ້ແທນຢູ່ອົງການໂລກດັ່ງກ່າວ ໄດ້ຕັດສິນໃນວັນພຸດວານນີ້ທີ່ຈະເລື່ອນເວລາການຕັດສິນໃຈ ກ່ຽວກັບ ວ່າແມ່ນໃຜຈະເປັນຕົວແທນ ໃຫ້ ມຽນມາ ແລະ ອັຟການິສຖານ.

ເອກອັກຄະລັດຖະທູດ ສວີເດັນ ປະຈຳອົງການສະຫະປະຊາຊາດ ທ່ານນາງ ແອນນາ ຄາຣິນ ເອເນັສຕຣອມ (Anna Karin Enestrom), ຜູ້ທີ່ນຳພາຄະນະກຳມະການທີ່ມີສະມາຊິກ 9 ຄົນນັ້ນ, ໄດ້ກ່າວຕໍ່ບັນດານັກຂ່າວລຸນລັງການປຶກສາຫາລືລັບຂອງເຂົາເຈົ້າວ່າ “ຂ້າພະເຈົ້າສາມາດຢືນຢັນວ່າ ຄະນະກຳມະການສານຕາຕັ້ງ ໄດ້ຈັດກອງປະຊຸມຂອງເຂົາເຈົ້າເພື່ອພິຈາລະນາໜັງສືຮັບຮອງຂອງປະເທດສະມາຊິກຂອງອົງການສະຫະປະຊາຊາດ, ລວມມີ ອັຟການິສຖານ ແລະ ມຽນມາ. ຄະນະກຳມະການດັ່ງກ່າວ ໄດ້ຕັດສິນໃຈທີ່ຈະເລື່ອນເວລາການຕັດສິນ ກ່ຽວກັບ ໜັງສືຮັບຮອງໃນສອງສະຖານະການດັ່ງກ່າວນີ້.”

ທ່ານນາງໄດ້ເວົ້າວ່າລາຍງານສະບັບນຶ່ງທີ່ຈະຖືກສົ່ງໄປໃຫ້ສະມັດຊາໃຫຍ່ຈະຖືກເປີດເຜີຍຕໍ່ສາທາ ລະນະ, ແຕ່ທ່ານນາງໄດ້ປະຕິເສດ ທີ່ຈະບອກວ່າເວລາໃດ.

ລັດຖະບານທະຫານຂອງມຽນມາ, ເຊິ່ງໄດ້ຍຶດອຳນາດໃນການກໍ່ລັດຖະປະຫານ ເມື່ອວັນທີ 1 ກຸມ ພາ, ຢາກສັບປ່ຽນ​ເອກ​ອັກ​ຄະ​ລັດ​ຖະທູດຂອງລັດຖະບານທີ່ຖືກເລືອກຕັ້ງຢ່າງປະຊາທິປະໄຕດ້ວຍຄົນຂອງເຂົາເຈົ້າເອງ. ກຸ່ມຕາລີບານຂອງອັຟ ການິສຖານ, ເຊິ່ງໄດ້ເຂົ້າຍຶດອຳນາດ ຫຼັງຈາກລັດຖະ ບານທີ່ຜ່ານມາໄດ້ພັງລົງ, ພະຍາຍາມທີ່ຈະເຮັດສິ່ງດຽວກັນ. ສຳລັບຕອນນີ້, ເຂົາເຈົ້າຈະບໍ່ໄດ້ແຕ່ງ ຕັ້ງທູດຂອງເຂົາເຂົາເຈົ້າເອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG