ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການສະຫະປະຊາຊາດ: ເດັກນ້ອຍມີສິດ ໄດ້ຮັບສະພາບແວດລ້ອມທີ່ສະອາດ ແລະ ດີຕໍ່ສຸຂະພາບ

ແຟ້ມພາບ - ແພດທ່ານນຶ່ງຕິດຕາມກັບບັນດາແມ່ທີ່ລູກຂອງພວກເຂົາເປັນໂຣກຂາດສານອາຫານ ຢູ່ສູນປິ່ນປົວທີີຕັ້ງຂຶ້ນໂດຍໜ່ວຍງານດ້ານສຸຂະພາບ ຮ່ວມກັບ Medecins Sans Frontieres ຫຼືອົງການທ່ານໝໍ ບໍ່ມີພົມແດນ (Doctors Without Borders) ໃນລັດ Katsina ທາງພາກຕາເວັນຕົກສ່ຽງເໜືອຂອງໄນຈີເຣຍ ໃນວັນທີ 20 ກໍລະກົດ 2022

​ເດັກນ້ອຍ​ທຸກຄົນມີ​ສິດ​ໄດ້​ຮັບ​ສິ່ງ​ແວດ​ລ້ອມ​ທີ່​ສະອາດ ​ແລະ ​ດີຕໍ່ສຸຂະພາບ, ຄະນະ​ກຳມະການ​ສະຫະ​ປະຊາ​ຊາດ ກ່າວ​ເປັນ​ເທື່ອ​ທຳ​ອິດ​ໃນ​ວັນ​ຈັນ​ວານ​ນີ້, ເຊິ່ງເປັນການຊຸກຍູ້​ການ​ໂຕ້​ຖຽງຂອງ​ຊາວ​ໜຸ່ມ ​ໃນ​ການ​ຟ້ອງ​ຮ້ອງ​ເຈົ້າ​ໜ້າ​ທີ່ ​ກ່ຽວ​ກັບ​ຄວາມ​ຮ້າຍ​ແຮງ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ໂດຍການອອກການຕີຄວາມໝາຍສົນທິສັນຍາສາກົນທີ່ສຳຄັນສະບັບໃໝ່, ໜ່ວຍງານເຝົ້າລະວັງຂອງສະຫະປະຊາຊາດໄດ້ລະບຸວ່າ ມັນໄດ້ຮັບປະກັນສິດທິ ທີ່ຈະມີສະພາບແວດລ້ອມ ທີ່ດີຕໍ່ສຸຂະພາບໃຫ້ແກ່ເດັກນ້ອຍ.

ແລະສິ່ງນີ້, ມັນຫມາຍຄວາມວ່າ, ບັນດາປະເທດມີພັນທະທີ່ຈະຕ້ອງຕໍ່ສູ້ກັບສິ່ງຕ່າງໆ ເຊັ່ນມົນລະພິດ ແລະການປ່ຽນແປງດິນຟ້າອາກາດ.

ຄະນະ​ກຳມະການ​ສິດທິ​ເດັກ​ ໄດ້ກ່າວວ່າ “ລັດ​ຕ້ອງ​ຮັບປະກັນ​ສະພາບ​ແວດ​ລ້ອມ​ທີ່​ສະອາດ, ດີຕໍ່ສຸຂະພາບ​ ​ແລະ ຍືນ​ຍົງ ​ເພື່ອໃຫ້ກຽດ, ປົກ​ປັກ​ຮັກສາ ​ແລະ ປະຕິບັດຕາມ​ສິດທິ​ຂອງ​ເດັກ.”

"ການເສື່ອມໂຊມຂອງສິ່ງແວດລ້ອມ, ລວມທັງຜົນສະທ້ອນຂອງວິກິດການດິນຟ້າອາກາດ, ມີຜົນກະທົບທາງລົບ ຕໍ່ການໄດ້ຮັບສິດທິເຫຼົ່ານີ້."

​ໂດຍ​ຜ່ານ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ສົນທິສັນຍາ​ກ່ຽວ​ກັບ​ສິດທິ​ເດັກ, ຜູ້​ຊ່ຽວຊານ​ອິດ​ສະ​ຫຼະ 18 ຄົນ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ໄດ້​ຕີ​ລາຄາ​ໃໝ່​ກ່ຽວ​ກັບ​ສົນທິສັນຍາ, ​ເຊິ່ງນັບ​ປະ​ເທດຕ່າງໆ​ໃນ​ໂລກເກືອບທັງໝົດ​ເປັນ​ພາຄີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG