ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ອາດທຳການ ລົງ​ໂທດ​ ກຸ່ມ Boko Haram ເພີ້ມຕື່ມ (ວີດີໂອ)


US Nigeria CNPK_9242340
please wait

No media source currently available

0:00 0:02:00 0:00
ອົງການ​ສະຫະ​ປະຊາ​ຊາດ ອາດຈະທຳການລົງ​ໂທດ​ຕື່ມ​ໃນ​ວັນ
​ພະຫັດ​ມື້​ນີ້ຕໍ່ກຸ່ມຫົວຮຸນແຮງ Boko Haram ທີ່ມີຖານປະຕິບັດ
ງານ​ຢູ່​ໄນ​ເຈີ​ເຣຍ ຊຶ່ງໄດ້ມີການຖິ້ມໂທດໃສ່ວ່າ ເປັນຜູ້ຮັບຜິດ
ຊອບໃນການ​ເສຍ​ຊີວິດ​ຂອງ​ຫຼາຍໆ​ພັນຄົນ ນັບ​ຕັ້ງ​ແຕ່​ການລຸກ
ຂຶ້ນ​ຕໍ່ສູ້​ກັບ​ລັດຖະບານ​ ໃນ​ປີ 2009 ເປັນຕົ້ນມາ.

ໄນ​ເຈີ​ເຣຍ ​ໄດ້​ຮ້ອງຂໍ ​ໃຫ້​ຄະນະກຳມະການຂອງສະພາ​ໝັ້ນຄົງ
​ອົງການ​ສະຫະ​ປະຊາ​ຊາດ ຈົດຊື່ກຸ່ມ Boko Haram ​ເຂົ້າ​ໃນ
​ບັນຊີພວກ​ທີ່​ພົວພັນ​ກັບກຸ່ມກໍ່​ການ​ຮ້າຍ al-Qaida ທີ່ຈະຕ້ອງ
ຖືກກັກ​ຊັບສິນ​ຕ່າງໆ​ ຫ້າມບໍ່ໃຫ້​ເດີນທາງ ​ແລະ​ຫ້າມບໍ່ໃຫ້ຂາຍ​ອາວຸດ ໃດໆໃຫ້ພວກ​ເຂົາ​.

​ຖ້າ​ຫາກ​ວ່າ​ ​ບໍ່​ມີການ​ຄັດຄ້ານ​ໃດໆໂດຍ​ສະມາຊິກ​ທັງ 15 ປະເທດແລ້ວ ​ໃນ​ວັນ​ພະຫັດ​ມື້​ນີ້ ກຸ່ມ Boko Haram ກໍຈະມີຊື່ເຂົ້າຮ່ວມຢູ່ໃນ 62 ກຸ່ມ ​ແລະ ສ່ວນ​ບຸກຄົນ​ອີກ 213 ຄົນ ​
ໃນ​ບັນຊີ​ລາຍ​ຊື່​ຂອງພວກທີ່ຖືກລົງ​ໂທດນັ້ນ.

​ເລຂາທິການໃຫຍ່ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ໄດ້​ປະນາມ​ຄວາມ​ຮຸນ​ແຮງ​ ​ຫວ່າງ​ມໍ່ໆມາ​ນີ້​ ໃນ​ໄນ​ເຈີ​ເຣຍ​ ໃນ​ຖະແຫຼງການ​ສະບັບ​ນຶ່ງ ໂດຍໂຄສົກ​ຂອງທ່ານ ​ໃນ​ວັນ​ພຸດ​ວານ​ນີ້ ​ຊຶ່ງ​ກ່າວ​ວ່າ “​ແນ່ນອນມັນບໍ່ມີເຫດຜົນໃດໆທີ່ຈະກ່າວ
ອ້າງ”
​ໃນ​ການ​ຖືກ​ໂຈມ​ຕີ​ພົນລະ​ເຮືອນນັ້ນ.

ອົງການ​ສະຫະ​ປະຊາ​ຊາດ ​ແມ່ນ​ກຳລັງ​ເຮັດ​ວຽກ ​ເພື່ອສະໜັບສະໜຸນ​ຄວາມ​ພະຍາຍາມ
ໃນການ​ຊອກຫາພວກ​ນັກຮຽນ​ເດັກນ້ອຍ​ແມ່ຍິງ ຫຼາຍ​ກວ່າ 250 ຄົນ ທີ່​ໄດ້​ຖືກ​ລັກ​ພາ​ຕົວ​ໄປ ໂດຍ​ກຸ່ມ Boko Haram ​ໃນ​ເດືອນ​ແລ້ວ​ນີ້ ຊຶ່ງ​ຮວມທັງ ການກະກຽມ ເພື່ອ “​ສະ ໜັບ
ສະໜຸນ​
” ​ພວກ​ເດັກນ້ອຍເຫຼົ່ານີ້​ແລະ​ຄອບຄົວ​ຂອງ​ພວກ​ເຂົາ.

​ໃນເຊົ້າ​ຂອງ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ໂອ​ບາ​ມາ ໄດ້​ສົ່ງເຈົ້າ
ໜ້າທີ່ທະຫານສະຫະລັດ​ 80 ຄົນ ​ໄປຍັງປະເທດ Chad ​ເພື່ອ​ຊ່ອຍ​ເຫຼືອ ​ໃນ​ການ​ຊອກ​ຄົ້ນ​ຫາ​ທີ່​ວ່າ​ນີ້.
Nigerian Teenager Tells US Congress Boko Haram Killed Family
please wait

No media source currently available

0:00 0:02:22 0:00
XS
SM
MD
LG