ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳມະການ ສປຊ ປະນາມ ການຢຶດຄອງ ເຂດໄຄຣເມຍ ຂອງ ຣັດເຊຍ


ກອງທັບເຮືອຣັດເຊຍ ແລະເຮຣີຄອບເຕີ້ ເຂົ້າຮ່ວມການຍົກພົນ ຂຶ້ນບົກ ລະຫວ່າງການຊ້ອມລົບທາງທະຫານ ທີ່ແຄມຝັ່ງ ທະເລດຳ ໃນແຫຼມໄຄຣເມຍ.
ກອງທັບເຮືອຣັດເຊຍ ແລະເຮຣີຄອບເຕີ້ ເຂົ້າຮ່ວມການຍົກພົນ ຂຶ້ນບົກ ລະຫວ່າງການຊ້ອມລົບທາງທະຫານ ທີ່ແຄມຝັ່ງ ທະເລດຳ ໃນແຫຼມໄຄຣເມຍ.

ຄະນະ​ກຳມະການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ໃຫ້ການ​ອະນຸມັດ​ຕໍ່​ຮ່າງ​ຍັດຕິ​ນຶ່ງ​ໃນ​ວັນ​ອັງຄານ​ວານ​ນີ້ ປະນາມ​ການ​ຍຶດຄອງ​ເຂດ​ໄຄຣ​ເມຍ​ຂອງຣັດ​ເຊຍ ​ແລະ​ກ່າວ​ຢ້ຳວ່າ ຕົນ​ບໍ່​ຮັບ​ຮູ້​ການ​ປະກາດ​ຂອງຣັດ​ເຊຍ ​ທີ່​ຮວມ​ເອົາ​ເຂດ​ໄຄຣ​ເມຍ ​ໄປ​ຈາກ​ຢູ​ເຄຣນ.

ຮ່າງ​ຍັດຕິ​ດັ່ງກ່າວ ​ໄດ້​ຖືກ​ຮັບຮ​ອງ​ເອົາ​ດ້ວຍ​ຄະ​ແນນ​ສຽງ 73 ຕໍ່ 23 ​ແລະ​ມີ 76​ ປະ​ເທດ​ບໍ່​ອອກສຽງ. ​ເປັນ​ທີ່​ຄາດ​ກັນ​ວ່າ ຮ່າງ​ຍັດຕິ​ສະບັບ​ນີ້ຈະ​ມີ​ການ​ຮັບຜ່ານໂດຍ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ເດືອນໜ້າ.

ຮ່າງຍັດຕິ​ສະບັບ​ນີ້ ຮຽກຮ້ອງ​ໃຫ້ຣັດ​ເຊຍ ປະຕິບັດ​ຕາມ​ພັນທະນາໆ​ຊາດ​ຂອງ​ຕົນ​ໃນ​ຖາ ນະ​ທີ່​ເປັນ​ມະຫາ​ອຳນາດ​ຍຶດຄອງ ​ໃຫ້ເອົາ​ທຸກ​ບາດກ້າວ ​ທີ່​ຈຳ​ເປັນ ​ເພື່ອຍຸຕິ​ໃນ​ທັນທີ ຕໍ່ ການລະ​ເມີດ​ສິດທິ​ ຂອງ​ປະຊາຊົນ ​ໃນ​ເຂດ​ໄຄ​ຣ​ເມຍ ປ່ອຍ​ໃນທັນທີ ​ພວກ​ທີ່​ຖືກ​ຈັບ​ກຸມ​ໂດຍ​ຜິດ​ກົດໝາຍ ​ແລະ​ຄ້ຳປະກັນ ​ແບບ​ບໍ່​ໃຫ້​ມີ​ການ​ລົບກວນ​ຕໍ່​ການ​ກວດກາ​ ແລະ​ພະ ນັກງານ​ຂອງ​ຄະນະ​ສິ້ງຊອມສິດທິ​ມະນຸດ.

​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Anatoly Viktorov ​ໄດ້​ປະຕິ​ເສດ​ບໍ່​ຮັບ​ຮູ້​ຮ່າງ​ຍັດຕິ​ສະບັບ​ນີ້ ໂດຍ​ຖື​ວ່າ ​ເປັນ​ການກະທຳຂອງ​ຝ່າຍ​ດຽວ​ແລະ​ມີ​ຈຸດປະສົງທາງ​ການ​ເມືອງ.

ທ່ານ​ກ່າວ​ວ່າ “ມັນ​ບໍ່​ໄດ້​ເອົາ​ຫົວຊາ​ຢ່າງ​ສິ້ນ​ເຊີງ ​ຕໍ່​ຜົນ​ກະທົບ​ໃນ​ທາງ​ລົບ ທີ່​ການ​ກະທຳ​ຂອງເຈົ້າໜ້າ​ທີ່ຢູ​ເຄຣນ ມີ​ຕໍ່​ປະຊາຊົນ​ໃນ​ເຂດ​ໄຄ​ຣ​ເມຍ.”

​ເອກ​ອັກຄະ​ລັດຖະທູດ​ສະຫະ​ລັດ ​ປະຈຳ​ອົງການສະຫະ​ປະຊາ​ຊາດ ທ່ານ​ນາງ Saman- tha Power ກ່າວ​ວ່າ ການລະ​ເມີດ​ສິດທິ​ມະນຸດ​ໃນ​ເຂດ​ໄຄ​ຣ​ເມຍ ​“ແມ່ນ​ບໍ່ມີຢາງ​ອາຍ​ທີ່​ແທ້ໆ”.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG