ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງບັນຊາການສະຫະປະຊາຊາດ ກ່າວວ່າ ຕົນໄດ້ຕິດຕໍ່ກັບເກົາຫຼີເໜືອ ກ່ຽວກັບທະຫານອາເມຣິກັນ ທີ່ຖືກກັກຂັງ


ແຟ້ມພາບ - ຮູບພາບຂອງທະຫານອາເມຣິກາ ທຣາວິສ ຄິງ ຮູບນີ້ໄດ້ຖືກສະແດງໄວ້ທີ່ບ້ານຂອງ ຄາຣ໌ລ ເກຕສ໌ ເຊິ່ງເປັນປູຂອງລາວ,​ ວັນທີ 19 ກໍລະກົດ 2023, ໃນເມືອງ ເຄໂນຊາ, ລັດ ວິສຄ້ນຊິນ
ແຟ້ມພາບ - ຮູບພາບຂອງທະຫານອາເມຣິກາ ທຣາວິສ ຄິງ ຮູບນີ້ໄດ້ຖືກສະແດງໄວ້ທີ່ບ້ານຂອງ ຄາຣ໌ລ ເກຕສ໌ ເຊິ່ງເປັນປູຂອງລາວ,​ ວັນທີ 19 ກໍລະກົດ 2023, ໃນເມືອງ ເຄໂນຊາ, ລັດ ວິສຄ້ນຊິນ

ຮອງ​ຜູ້​ບັນຊາ​ການ​ກອງ​ບັນຊາ​ການ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ໄດ້​ເລີ່​ມສົນທະນາ​ກັບ​ເກົາຫລີ​ເໜືອ ກ່ຽວ​ກັບ​ທະຫານ​ອາ​ເມ​ຣິກາ​ຄົນ​ນຶ່ງ ທີ່​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ເກົາຫລີ​ເໜືອ​ໃນ​ອາທິດ​ແລ້ວ​ນີ້ ໂດຍຂ້າມ​ຊາຍ​ແດນ​ຂອງ​ເກົາຫລີ​ເໜືອ, ອີງຕາມອົງການຂ່າວເອພີ. ນາຍພົນແອນດຣູ ແຮຣີສັນ (Andrew Harrison) ໄດ້ກ່າວວ່າ ຂະບວນການດັ່ງກ່າວ ໄດ້ເລີ່ມຂຶ້ນຜ່ານສາຍສື່ສານ ທີ່ຕັ້ງຂຶ້ນພາຍໃຕ້ຂໍ້ຕົກລົງຢຸດຍິງ ເຊິ່ງຢຸດຕິການສູ້ລົບຂອງສົງຄາມເກົາຫລີ 1950 ຫາ 53. ທ່ານໄດ້ກ່າວວ່າສະຫວັດດີການຂອງພົນ​ທະ​ຫານ​ຊັ້ນ​ສອງ ທຣາວິສ ຄິງ ຍັງຄົງເປັນຄວາມກັງວົນຫຼັກຂອງຜູ້ບັງຄັບບັນຊາ, ແຕ່ປະຕິເສດທີ່ຈະໃຫ້ລາຍລະອຽດເພີ່ມເຕີມ. ເກົາຫຼີເໜືອຍັງຄົງມິດງຽບ ກ່ຽວກັບພົນທະຫານ ຄິງ, ຜູ້ທີ່ຂ້າມຊາຍແດນໃນວັນອັງຄານທີ່ຜ່ານມາ ໃນຂະນະທີ່ລາວຄາດວ່າຈະເດີນທາງໄປທີ່ເມືອງ ຟອທ ບລິສ (Fort Bliss), ລັດເທັກຊັສ. ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ສະ​ຫວັດ​ດີ​ການ​ຂອງ​ລາວ ແລະ​ກ່າວ​ວ່າ ເກົາ​ຫຼີ​ເໜືອ​ບໍ່​ສົນ​ໃຈ​ການ​ຮ້ອງ​ຂໍ​ຂໍ້​ມູນ​ກ່ຽວ​ກັບ​ລາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG