ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ວ່າ ການກະທຳ ຂອງມະນຸດ ພາໃຫ້ ໂລກຮ້ອນເອົ້າ


ຮູບດອກຕາເວັນ ທີ່ຫ່ຽວຍ້ອນອາກາດຮ້ອນ ທີ່ສວນແຫ່ງນຶ່ງ ໃກ້ໆເມືອງ Grossengersdorf ໃນແຂວງ Lower Austria (7 ສິງຫາ 2013)
ຮູບດອກຕາເວັນ ທີ່ຫ່ຽວຍ້ອນອາກາດຮ້ອນ ທີ່ສວນແຫ່ງນຶ່ງ ໃກ້ໆເມືອງ Grossengersdorf ໃນແຂວງ Lower Austria (7 ສິງຫາ 2013)
ຄະນະກຳມະການຂອງອົງການສະຫະປະຊາຊາດກ່າວວ່າ ຕົນມີ
ຄວາມແນ່ໃຈຫຼາຍຂຶ້ນກວ່າແຕ່ກ່ອນວ່າ ມະນຸດເຮົາຄືສາເຫດສຳ
ຄັນທີ່ເຮັດໃຫ້ດິນຟ້າອາກາດອົບເອົ້າຂຶ້ນແລະທຳນາຍວ່າອຸນຫະ
ພູມຈະສືບຕໍ່ສູງຂຶ້ນ ໃນສັດຕະວັດນີ້.

ຄະນະກຳມະການຂອງລັດຖະບານ ທີ່ຮັບຜິດຊອບກ່ຽວກັບການ
ປ່ຽນແປງຂອງດິນຟ້າອາກາດຫລື IPCC ກ່າວໃນວັນສຸກມື້ນີ້ວ່າ ມີທາງເປັນໄປໄດ້ສູງຫຼາຍທີ່ສຸດ ອັນເປັນຄໍາເວົ້າທີ່ຂ້ອນຂ້າງເຂັ້ມ
ແຂງມາຈົນຮອດເວລານີ້ ທີ່ວ່າມະນຸດເຮົາ ສ່ວນໃຫຍ່ແລ້ວ ເປັນ
ຜູ້ຮັບຜິດຊອບກ່ຽວກັບການເຮັດໃຫ້ໂລກຮ້ອນເອົ້າຂຶ້ນ.

ໃນລາຍງານສະບັບແລ້ວເມື່ອປີ 2007 ຄະນະກຳມະການ IPCC ເວົ້າວ່າ ມີທ່າທາງວ່າສະ
ພາບອາກາດຮ້ອນເອົ້າຂອງໂລກແມ່ນເປັນນໍ້າມືຂອງມະນຸດ.

ປະທານຮ່ວມຂອງກຸ່ມດັ່ງກ່າວຊຶ່ງເປັນຜູ້ຂຽນລາຍງານສະບັບໃໝ່ນີ້ກ່າວວ່າ ຕົນພົບເຫັນວ່າ ບັນຍາກາດແລະມະຫາສະມຸດ ໄດ້ອົບອຸ່ນຂຶ້ນ ຫິມະແລະນໍ້າແຂງໄດ້ລະລາຍ ພ້ອມກັບລະ ດັບນໍ້າທະເລຂອງໂລກກໍສູງຂຶ້ນ ແລະຄວາມເຂັ້ມຂຸ້ນຂອງແກັສເຮືອນແກ້ວກໍເພີ້ມທະວີຂຶ້ນ.

ຄະນະກຳມະການຂອງອົງການສະຫະປະຊາຊາດທຳນາຍວ່າ ອຸນຫະພູມສະເລ່ຍຂອງໂລກ ຈະສູງຂຶ້ນ ລະຫວ່າງ 0.3 ຫາ 4.8 ອົງສາແຊລຊຽສ ຊຶ່ງພາຍ ໃນປີ 2100 ລະດັບນໍ້າທະເລ ຈະສູງຂຶ້ນລະຫວ່າງ 26 ຫາ 82 ຊັງຕີແມັດ.

ພວກນັກເຄື່ອນໄຫວ ດ້ານການປ່ຽນແປງຂອງດິນຟ້າອາກາດ ເວົ້າວ່າ ລາຍງານດັ່ງກ່າວນີ້ ຄວນຈະກະຕຸກຊຸກຍູ້ໃຫ້ລັດຖະບານຂອງປະເທດຕ່າງໆ ເລີ້ມດຳເນີນການເພື່ອຮັບມືກ່ຽວ ກັບເລື່ອງນີ້.
XS
SM
MD
LG