ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ນຳ​ໂລກ ​ຈະ​ຂຶ້ນກ່າວ​ຄຳ​ປາ​ໄສ​ ໃນກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການສະ​ຫະປະຊາຊາດ


ທ່ານ ແອນ​ໂຕ​ນິ​ໂອ ກູ​ເຕ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ກາ​ນະ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ເປີ​ດກອງ​ປະ​ຊຸມສຸດຍອດ ຢູ່​​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ໃນນະ​ຄອນ​ນິວຢອກ.
ທ່ານ ແອນ​ໂຕ​ນິ​ໂອ ກູ​ເຕ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ກາ​ນະ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ເປີ​ດກອງ​ປະ​ຊຸມສຸດຍອດ ຢູ່​​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ໃນນະ​ຄອນ​ນິວຢອກ.

ບັນ​ດາ​ຜູ້​ນຳ​ໂລກ​ມີ​ສ່ວນ​ພົວ​ພັນ​ກັບ​ບັນ​ຫາຈຳ​ນວນນຶ່ງ ທີ່​ມີ​ລັກ​ສະ​ນະສຳ​ຄັນ​ສຸດ​ທາງພູ​ມີ​ສາດການເມືອງ ແມ່ນ​ຮວມ​ຢູ່​ໃນ​ພວກ​ທີ່​ກຳ​ນົດ​ໄວ້ວ່າ​ຈະຂຶ້ນ​ມາກ່າວຄຳ​ປາ​ໄສ​ໃນ​ມື້​ທຳ​ອິດ ຢູ່​ທີ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ນະ​ຄອນ​ນິວຢອກ.

ພາຍ​ຫລັງ​ທີ່​ມີ​ການ​ກ່າວ​ເປີ​ດກອງ​ປະ​ຊຸມໂດຍເລ​ຂາ​ທິ​ການ​ໃຫຍ່​ອົງ​ກາ​ນະ​ສະ​ຫະ​ປະ​ຊາ​ຊາດ, ທ່ານ ແອນ​ໂຕ​ນິ​ໂອ ກູ​ເຕ​ເຣ​ສ (Antonio Guterres) ແລ້ວ ບັນ​ດາ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ກໍຈະ​ໄດ້​ຟັງ​ການ​ກ່າວ​ຄຳ​ປາ​ໄສ​ຈາກ​ຜູ້​ນຳ​ກຸ່ມ​ນຶ່ງ ຊຶ່ງ​ລວມ​ມີປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ​ທ​ຣຳ​ ຂອງ​ສະ​ຫະ​ລັດ, ປະ​ທາ​ນາ​ທິ​ບໍ​ດີ ເຣີ​ເຊັບ ຕາ​ຢິບ ເອີ​ດ​ວານ (Recep Tayyip Erdogan) ຂອງ​ເທີ​ກີ, ປະ​ທາ​ນາ​ທິ​ບໍ​ດີ ມູນ ແຈ-ອິນ (Moon Jae-in) ຂອງ​ເກົາ​ຫລີ​ໃຕ້ ແລະ ປະ​ທາ​ນາ​ທິ​ບໍ​ດີເອມ​ມາ​ນູ​ແອ​ລ ມາກ​ຣົງ (Emmanuel Macron) ຂອງ​ຝ​ຣັ່ງ.

ການ​ກ່າວ​ຄຳ​ປາ​ໄສ​ດັ່ງ​ກ່າວ ແມ່ນ​ມີ​ຂຶ້ນ​ນຶ່ງມື້ ຫລັງ​ຈາກນັກ​ເຄື່ອນ​ໄຫວ​ໜຸ່ມນ້ອຍ ຊາວ​ສະ​ວີ​ເດັນ, ນາງ ເກ​ຣດ​ຕາ ທັນ​ເບີກ (Greta Thunberg) ຕຳ​ໜິ ບັນ​ດາ​ຜູ້​ນຳ​ໂລກຢ່າງ​ແຮງ ຢູ່ກອງ​ປະ​ຊຸມ​ສຸດຍອດ ​ຂອ​ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​ກ່ຽວ​ກັບ​ເລື້ອງ​ດິນ​ຟ້າ​ອາ​ກາດ ໂດຍທີ່​ນາງເວົ້າ​ວ່າ ຜູ້​ຄົນ​ກຳ​ລັງ​ໄດ້​ຮັບ​ຄວາມທຸກ​ທໍ​ລະ​ມານ ແລະເສຍ​ຊີ​ວິດ​ໄປ ຍ້ອນ​ຜົນ​ກະ​ທົບ​ຈາກ ສະ​ພາບ​ອາ​ກາດ​ຮ້ອນ​ເອົ້າ ແລະ ສິ່ງ​ທີ່ບັນ​ດາ​ຜູ້​ນຳ​ທັງ​ຫລາຍ​ສາ​ມາດໄດ້​ເຮັດ​ກໍ​ມີ​ແຕ່​ຄຳ​ເວົ້າ ແຕ່ບໍ່​ເຮັດ​ຫຍັງ.

"ພວກ​ເຮົາ​ກຳ​ລັງ​ຢູ່​ໃນ​ຂັ້ນ​ເລີ້ມ​ຕົ້ນ​ຂອງ​ການ​ຖືກ​ດັບ​ສູນຢ່າງ​ໃຫຍ່ ແລະສິ່ງ​ທີ່​ບັນ​ດາ​ທ່ານ ​ສາ​ມາດ​ເວົ້າ​ໄດ້ກໍ​ມີ​ແຕ່​ເລື້ອງ​ເງິນ," ນັ້ນຄື​ຄຳ​ເວົ້າ​ຂອງ​ນາງ ທັນ​ເບີກ (Thunberg) ທີ່​ໄດ້​ພາ​ໃຫ້​ເກີດ​ຂະ​ບວນ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມໂດຍ​ການ​ພັກ​ໂຮງ​ຮຽນ ໃນວັນ​ສຸກຂອງ​ນາງ ເພື່ອເດີນ​ຂະ​ບວນປະ​ທ້ວງໃຫ້​ມີການ​ດຳ​ເນີນ​ການ​ດ້ານ​ດິນ​ຟ້າ​ອາ​ກາດ.

ນາງ​ເວົ້າ​ວ່າ ວິ​ທະ​ຍາ​ສາດ​ໄດ້​ເວົ້າ​ຢ່າງ​ຈະ​ແຈ້ງ​ມາ​ໄດ້ 30 ປີແລ້ວ​ ແຕ່ວ່າ ພວກ​ເພິ່ນ​ກໍ​ບໍ່​ໄດ້​ກະ​ທຳ​ການ​ຢ່າງ​ພຽງ​ພໍ.

"ບັນ​ດາທ່ານ ​ເຮັດ​ໃຫ້​ພວກ​ເຮົາ​ລົ້ມ​ແຫລວ​! ແຕ່​ວ່າ ພວກ​ຊາວ​ໜຸ່ມ​ເລີ້ມ​ເຂົ້າ​ໃຈ​ກ່ຽວ​ກັບເລ້​ຫລ່ຽມ​ຂອງ​ພວກ​ທ່ານ​ແລ້ວ," ນັ້ນຄື​ຄຳ​ເວົ້າ​ຂອງ​ນາງທັນ​ເບີກ ທີ່​ເວົ້າ​ຢູ່​ໃນ​ນ້ຳ​ສຽງ​ທີ່​ເຕັມ​ໄປ​ດ້ວຍ​ອາ​ລົມໂກດ​ເຄືອງ. ນາງ​ກ່າວ​ຕໍ່​ໄປ​ວ່າ "ສາຍ​ຕາ​ຂອງ​ຄົນ​ລຸ້ນໃໝ່​ໃນ​ອະ​ນາ​ຄົດ​ແມ່ນ​ຂຶ້ນ​ຢູ່ກັບທ່ານ. ແລະຖ້າ​ພວກ​ທ່ານ​ຫາກ​ເລືອກ​ທີ່​ຈະ​ເຮັດ​ໃຫ້​ພວກ​ເຮົາ​ລົ້ມ​ແຫລວ, ຂ້າ​ພະ​ເຈົ້າຢາກເວົ້າ​ວ່າ ພວກ​ເຮົາ​ຈະ​ບໍ່​ຍົກ​ໂທດ​ໃຫ້​ບັນ​ດາ​ທ່ານໄດ້​ຈັກ​ເທື່ອ.”

​ຍິງສາວ​ອາ​ຍຸ 16 ປີ​ ຜູ້ນີ້ໄດ້​ເຕືອນ​ບັນ​ດາ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫລາຍກວ່າ 60 ທ່ານ ທີ່​ເຕົ້າ​ໂຮມ​ກັນຢູ່​ຫ້ອງ ເພື່ອ​ຈັດ​ກອງ​ປະ​ຊຸມ​ສຸດຍອດຂອງ​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທີ່ຍິງ​ສາວ​ຄົນ​ນີ້ຈະ ບໍ່​ປ່ອຍ “ໃຫ້​ພວກ​ເພິ່ນ ​ຫລີກໜີ​ຈາກ​ເລື້ອງນີ້​ໄດ້." ນາງ​ເວົ້າ​ວ່າ ໃຫ້​ພວກ​ເພິ່ນ ຄວນ​ຂີດ​ເສັ້ນ​ເລີ້ມ​ຕົ້ນ​ຢູ່​ທີ່ນີ້ ແລະ​ດຽວນີ້ "ການ​ປ່ຽນ​ແປງ​ກຳ​ລັງ​ຈະ​ມາ​ເຖິງ​ແລ້ວ" ໂດຍບໍ່​ກ່ຽວ​ກັບ​ວ່າ ພວກ​ເພິ່ນ​ຈະ​ມັກ​ຫລືບໍ່​ມັກ​ກໍ​ຕາມ.

"ຄົນ​ຢູ່​ໃນ​ລຸ້ນ​ຂອງ​ຂ້າ​ພະ​ເຈົ້າ​ປະ​ສົບ​ຄວາມ​ລົ້ມ​ແຫລວ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປ້ອງ​ໜ່ວຍ​ໂລກ​ຂອງ​ພວກ​ເຮົາ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ກູ​ເ​ຕ​ເຣສ (Guterres). ທ່ານ​ກ່າວ​ເພີ້ມ​ອີກວ່າ "ສະ​ພາບ​ການນັ້ນ ຈະ​ຕ້ອງ​ມີ​ການ​ປ່ຽນ​ແປງ."

ທ່ານ ກູ​ເ​ຕ​ເຣສ( Guterres) ໄດ້​ຮຽກ​ຮ້ອງ​ໃຫ້​ຫລຸດ​ການ​ໃຊ້​ເຊື້ອ​ໄຟທີ່​ຜະ​ລິດ​ຈາກ​ຊາກ​ພືດ ແລະ​ສັດ ແລະ​ໃຫ້​ຍຸ​ຕິ​ການ​ສ້າງ​ໂຮງ​ໄຟ​ຟ້າ​ທີ່​ແລ່ນດ້ວຍ​ຖ່ານ​ຫີນ.

ອ່ານ​ຂ​່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG