ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ຮຽກຮ້ອງຈີນ ໃຫ້ແກ້ໄຂ ບັນຫາ ຄວາມບໍ່ພໍໃຈ ຢູ່ທິເບດ


ທ່ານນາງ Navi Pillay ຂ້າຫຼວງໃຫຍ່ດ້ານສິດທິມະນຸດ ສະຫະປະຊາຊາດ
ທ່ານນາງ Navi Pillay ຂ້າຫຼວງໃຫຍ່ດ້ານສິດທິມະນຸດ ສະຫະປະຊາຊາດ
ເຈົ້າໜ້າທີ່ສູງສຸດ ດ້ານສິດທິມະນຸດ ຂອງອົງການສະຫະປະຊາ
ຊາດ ຮຽກຮ້ອງໃຫ້ຈີນ ແກ້ໄຂບັນຫາຄວາມບໍ່ພໍໃຈຫຼາຍໆຢ່າງ ໃນເຂດທີ່ຊາວທິເບດອາໄສຢູ່ ທີ່ນຳໄປສູ່ການປະທ້ວງຢ່າງຮຸນ
ແຮງຫຼາຍຂຶ້ນນັບມື້ນັ້ນ.

ທ່ານນາງ Navi Pillay ຂ້າຫຼວງໃຫຍ່ດ້ານສິດທິມະນຸດ ຂອງອົງ
ການສະຫະປະຊາຊາດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ນຳ
ອອກເຜີຍແຜ່ໃນວັນສຸກມື້ນີ້ວ່າ ສະຖຽນລະພາບທາງສັງຄົມໃນທິ
ເບດ ຈະບໍ່ສາມາດບັນລຸໄດ້ດ້ວຍການສົ່ງກຳລັງຮັກສາຄວາມສະ
ຫງົບໄປປະຈຳການ ເປັນຈຳນວນຫຼວງຫຼາຍ ແລະການກົດຂີ່ໃນ
ດ້ານສິດທິມະນຸດ.

ທ່ານນາງ Pillay ເວົ້າວ່າ ທ່ານນາງຮູ້ສຶກບໍ່ສະບາຍໃຈໂດຍທີ່
ຍັງມີການກ່າວຫາຢູ່ຕໍ່ມາວ່າ ມີການໃຊ້ກຳລັງຕໍ່ຊາວທິເບດທີ່ຊອກສະແຫວງຫາຊ່ອງທາງ ເພື່ອຢາກຊົມໃຊ້ສິດທິມະນຸດຂັ້ນພື້ນຖານຂອງພວກເຂົາເຈົ້າ.

ນອກນັ້ນແລ້ວທ່ານນາງຍັງໄດ້ຮຽກຮ້ອງໃຫ້ຊາວທິເບດລະເວັ້ນຈາກການໃຊ້ການປະທ້ວງ ທີ່ຮຸນແຮງໃນທຸກຮູບແບບແລະຮຽກຮ້ອງໃຫ້ພວກຜູ້ນຳທາງສາສະໜາໃຊ້ອິດທິພົນຊັກນຳ ເພື່ອຊ່ອຍຍຸຕິການສູນເສຍຊີວິດຂອງມະນຸດ.
XS
SM
MD
LG