ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຂໍ​ໃຫ້​ຈີນ​ຊ່ອຍ


A fire still burns after a tugboat and barge hit a gas pipeline on March 12, 2013, in Perot Bay in Lafourche Parish, Louisiana, USA, about 30 miles south of New Orleans.
A fire still burns after a tugboat and barge hit a gas pipeline on March 12, 2013, in Perot Bay in Lafourche Parish, Louisiana, USA, about 30 miles south of New Orleans.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ
Ban Ki Moon ຮຽກຮ້ອງໃຫ້ຈີນຊ່ອຍເຫຼືອ ກ່ຽວກັບ
ການເລືອກຕັ້ງໃນຊູດານແລະມຽນມາ.

ໃນຄຳປາໄສທີ່ນະຄອນຫຼວງປັກກິ່ງໃນມື້ວັນພຸດວານນີ້
ຕໍ່ພວກຜູ້ນຳຂອງພັກຄອມມູນິສທີ່ປົກຄອງປະເທດນັ້ນ
ທ່ານ Ban ໄດ້ຮຽກຮ້ອງໃຫ້ຈີນ ໃຊ້ອຳນາດອິດທິພົນ
ໃໝ່ຂອງຕົນໃຫ້ການສະໜັບສະໜຸນແກ່ບັນດາປະເທດ
ທີ່ກຳລັງພັດທະນາ. ທ່ານເວົ້າວ່າ ການມີອິດທິພົນເພີ້ມ
ຂຶ້ນຂອງປະເທດນັ້ນແມ່ນມີຄວາມຮັບຜິດຊອບຕິດຕາມ
ມານຳດ້ວຍ.

ທ່ານ Ban ກຳລັງຂອງຈີນໃນຊູດານສາມາດໃຫ້ການ
ສະໜັບສະໜຸນຕໍ່ການລົງປະຊາມະຕິ ໃນເດືອນມັງກອນ
ຈະ​ມາ ກ່ຽວກັບວ່າພາກໃຕ້ຂອງຊູດານ ຄວນຈະແຍກໂຕ ອອກຈາກພາກເໜືອຫຼືບໍ່.

ນອກນັ້ນທ່ານ Ban ຍັງໄດ້ຮ້ອງຂໍໃຫ້ຈີນ ໃຊ້ອິດທິພົນຂອງຕົນຕໍ່ມຽນມາ ທີ່ເປັນເພື່ອນບ້ານ
ທາງໃຕ້ຂອງຈີນເພື່ອຄໍ້າປະກັນວ່າປະເທດດັ່ງກ່າວພວມເຄື່ອນໄຫວໄປສູ່ການເປີດກວ້າງແລະ
ເປັນປະຊາທິປະໄຕຫຼາຍຂຶ້ນໃນອະນາຄົດ.

XS
SM
MD
LG