ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ໂລກ​ຈຳ​ເປັນ ຕ້ອ​ງ​ຕື່ນ​ໄດ້​ແລ້ວ


ແຟ້ມ - 'ໂມງ​ແຫ່ງວັນ​ສິ້ນ​ໂລກ' ຍ້າຍ​ໄປ​ອີກ 90 ວິ​ນາ​ທີ ຈຶ່ງ​ຈະ​ຮອດ​ທ່ຽງ​ຄືນ - ແມ່ນ​ໃກ້​ກວ່າ​ເວ​ລາ​ອື່ນ​ໃດ​ທັງ​ໝົດ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ໃນ​ການ​ທຳ​ລາຍ​ລ້າງ ທີ່​ສະ​ໂມ​ສອນ​ນັກ​ຂ່າວ​ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 24 ມັງ​ກອນ 2023.
ແຟ້ມ - 'ໂມງ​ແຫ່ງວັນ​ສິ້ນ​ໂລກ' ຍ້າຍ​ໄປ​ອີກ 90 ວິ​ນາ​ທີ ຈຶ່ງ​ຈະ​ຮອດ​ທ່ຽງ​ຄືນ - ແມ່ນ​ໃກ້​ກວ່າ​ເວ​ລາ​ອື່ນ​ໃດ​ທັງ​ໝົດ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ໃນ​ການ​ທຳ​ລາຍ​ລ້າງ ທີ່​ສະ​ໂມ​ສອນ​ນັກ​ຂ່າວ​ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 24 ມັງ​ກອນ 2023.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ໄດ້​ເຕືອນ​ໃນ​ວັນ​ຈັນ​ວານນີ້​ວ່າ ໂລກ​ຕ້ອງ​ໄດ້​ຕື່ນແລະ​ເອົາ​ມາດ​ຕະ​ການຢ່າງ​ຮີບ​ດ່ວນ​ເພື່ອ​ປ່ຽນ​ທິດ​ທາງ​ຂອງ​ບັນ​ຫາ​ຂັດ​ແຍ້ງ​ຕ່າງໆ ແລະ​ການ​ແບ່ງແຍກ​ທາງ​ທາງ​ພູ​ມີ​ສາດ​ການ​ເມືອງ ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ ແລະ​ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ.

“ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ປັບ​ທິດ​ທາງ​ໃຫ້​ຖືກ​ຕ້ອງ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ກູ​ເຕ​ເຣ​ສ​ໄດ້​ກ່າວ ​ໃນ​ຂະ​ນະ​ທີ່ທ່ານ​ກຳ​ນົດແຜນ​ບູ​ລິ​ມະ​ສິດ​ສຳ​ລັບ​ປີ 2023 ​ຕໍ່​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ.

ແຟ້ມ - ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ຢູ​ເຄ​ຣນ ທີ່​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ປະ​ຊ​າ​ຊາດ ເມື່ອ​ວັນ​ທີ 22 ກັນ​ຍາ 2022.
ແຟ້ມ - ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ຢູ​ເຄ​ຣນ ທີ່​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ປະ​ຊ​າ​ຊາດ ເມື່ອ​ວັນ​ທີ 22 ກັນ​ຍາ 2022.

ທ່ານ​ກ່າວ​ຕື່ມ​ວ່າ “ຂ່າວ​ດີ​ກໍ​ແມ່ນ​ວ່າ ພວກ​ເຮົາ​ຮູ້​ຈັກ ​ກ່ຽວ​ກັບ​ການ​ຫັນປ່ຽນ ສິ່ງ ຕ່າງໆ -- ບໍ່​ວ່າ​ຈະ​ເປັນເລື້ອງ​ອາ​ກາດ ເລື້ອງ​ການ​ເງິນ ເລື້ອງ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ແລະ​ອື່ນໆ ແລະ​ພວກ​ເຮົາ​ຮູ້​ດີ​ວ່າ ຄວາມ​ເສຍ​ຫາຍໃນ​ການ​ບໍ່​ເຮັດ​ຫຍັງ​ນັ້ນ ແມ່ນ​ຮ້າຍ​ແຮງກວ່າ​ຕົ້ນ​ທຶນ​ ໃນ​ການ​ດຳ​ເນີນ​ການ. ແຕ່​ວິ​ໄສ​ທັດ​ຍຸດ​ທະ​ສາດ - ຄວາມ​ຄິດ​ໃນ​ໄລ​ຍະ​ຍາວ​ແລະ​ຄວາມ​ໝັ້ນ​ໝາຍ -- ​ຍັງບໍ່​ມີ.”

ທ່ານ​ໄດ້​ກ່າວ​ເຖິງ​ການ​ປະ​ກາດ​ຢູ່​ໃນ​ຖະ​ແຫຼງ​ການເມື່ອ​ໄວໆ​ມານີ້ ​ໂດຍ​ພວກ​ນັກ​ວິ​ທະ​ຍາ​ສາດ​ປະ​ລະ​ມາ​ນູ ທີ່​ຈະ​ເຄື່ອນ​ຍ້າຍ ອັນ​ທີ່​ເອີ້ນ​ວ່າ ໂມງ​ແຫ່ງວັນ​ສິ້ນ​ໂລກ ຫຼື (Doomsday Clock) ໃຫ້​ຍັບ​ເຂົ້າ​ມາ​ໃກ້​ວັນ​ວັນ​ແຫ່ງ​ໄພ​ພິ​ບັດ​ຂອງ​ໂລກ​ຕື່ມ​ອີກ 10 ວິ​ນາ​ທີ ນັ້ນ​ວ່າ ເປັນ “ສັນ​ຍານ​ເຕືອນ​ໃຫ້​ຕື່ນ​ໄດ້​ແລ້ວ.”

ເມື່ອ​ວັນ​ທີ 24 ມັງ​ກອນ​ຜ່ານ​ມານີ້ ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ຂອງ​ທາງ​ອົງ​ການ ໂດຍ​ອ້າງ​ເຖິງ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນແລະ​ການ​ຂົ່ມ​ຂູ່​ທີ່​ຈະ​ໃຊ້ອາ​ວຸດ​ນິວ​ເຄ​ລຍ ກ່າວ​ວ່າ ໂລກ​ຂອງ​ເຮົາ​ເວ​ລານີ້ ແມ່ນ​ອີກ “90 ວິ​ນາ​ທີ​ຈຶ່ງ​ຈະ​ຮອດ​ທ່ຽງ​ຄືນ.”

ທ່ານ​ກູ​ເຕ​ເຣ​ສ​ເຕືອນ​ວ່າ “ນີ້​ແມ່ນ​ຊ່ວງ​ເວ​ລາ​ທີ່​ໃກ້​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ ກັບ​ຊົ່ວ​ໂມງ​ທີ່​ມືດ​ມົນ​ທີ່​ສຸດ​ຂອງ​ມະ​ນຸດ​ຊາດ ແລະ​ໃກ້​ກວ່າ ​ແມ່ນ​ກະ​ທັງ​ໃນ​ຊ່ວງ​ເວ​ລາ​ທີ່​ສູງ​ທີ່​ສຸດ​ຂອງ​ສົງ​ຄາມ​ເຢັນ.”

ພວກ​ນັກ​ວິ​ທະ​ຍາ​ສາດ​ຂອງ​ທາງ​ອົງ​ການ ຊຶ່ງ​ທ່ານ​ອານ​ເບີດ ໄອ​ສ​ຕາຍ ເປັນ​ສະ​ມາ​ຊິກ​ກໍ່​ຕັ້ງ ໄດ້​ສ້າງ​ໂມງ​ຂຶ້ນ​ໃນ​ປີ 1947 ເພື່ອ​ເປັນ​ເຄື່ອງ​ບົ່ງ​ບອກ​ກ່ຽວ​ກັບ​ວ່າ ມີ​ການ​ຄຸ້ມ​ຄອງ​ແບບ​ໃດກ່ຽວກັບ​ໄພ​ພິ​ບັດ​ຂອງ​ໂລກ.

ໂດຍ​ເພີ້ມ​ໃສ່​ກັບ​ບັນ​ຊີ​ລາຍ​ຊື່​ຂອງວິ​ກິດ​ການ​ຕ່າງໆ​ ແລະ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ແມ່ນ​ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7.8 ທີ່​ເກີດ​ຂຶ້ນ​ຢູ່​ໃນ​ປະ​ເທດ​ເທີ​ກີ ໃກ້ໆ​ກັບ​ຊີ​ເຣຍ. ທ່ານ​ກູ​ເຕ​ເຣ​ສ​ກ່າວ​ວ່າ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ພວມ​ລະ​ດົມ​ການ​ສະ​ໜັບ​ສະ​ໜຸນ​ເພື່ອ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ດັ່ງ​ກ່າວນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG